ງານສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ສັບປະດາຊັບສິນທາງປັນຍາ ປະຈໍາປີ 2023, ງານເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງ WIPO ສຳລັບ ສປປ ລາວ ແລະ ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ
By ໄພວັນ On 21 Nov, 2023 At 10:28 AM | Categorized As ຂ່າວສຳຄັນ | With 0 Comments

IMG_0622

ໃນວັນທີ 20 ພະຈິກ 2023, ຢູ່ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ມີພິທີງານສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023, ງານເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງອົງການຊັບສິນທາງປັນຍາໂລກ WIPO ສຳລັບ ສປປ ລາວ ແລະ ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ ກະຊວງ ອຄ, ມີທ່ານ ທ່ານ Kenichiro NATSUME, ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ, ທ່ານ António Campinos, ຜູ້ອໍານວຍການຫ້ອງການສິດທິບັດເອີຣົບ (EPO), ມີບັນດາທ່ານຕາງໜ້າຫ້ອງການ, ກົມ ແລະ ສະຖາບັນ ອຄ, ມີຜູ້ຕາງໜ້າຈາກບັນດາປະເທດອາຊຽນ, ມີບັນດາຜູ້ປະກອບການທຸລະກິດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_0534

ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ໄດ້ໃຫ້ກຽດກ່າວ ປະຫວັດຄວາມເປັນມາ ໃນການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ຊຶ່ງມີເນື້ອໃນບາງຕອນ ວ່າ: ສປປ ລາວ  ສ້າງຕັ້ງລະບົບການປົກປ້ອງຊັບສິນທາງປັນຍາ ແຕ່ປີ 1990 ເປັນຕົ້ນມາ, ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກ ອົງການຊັບສິນທາງປັນຍາໂລກ ແລະ ໄດ້ເລີ່ມເປີດການນໍາໃຊ້ລະບົບຄຸ້ມຄອງຊັບສິນອຸດສາຫະກໍາ ຫຼື ລະບົບ IPAS ເປັນຄັ້ງທຳອິດ ໂດຍໄດ້ເລີ່ມຈາກການຈົດທະບຽນເຄື່ອງໝາຍການຄ້າເທົ່ານັ້ນ. ຕໍ່ມາກໍໄດ້ມີການປັບປຸງລະບົບດັ່ງກ່າວ ໃຫ້ສາມາດບັນທຶກຂໍ້ມູນສິດທິບັດ ແລະ ແບບອຸດສາຫະກໍາເຂົ້າໃນລະບົບ ພ້ອມທັງເຮັດໃຫ້ລະບົບສາມາດນໍາໃຊ້ໄດ້ງ່າຍຂຶ້ນ ສຳລັບເຈົ້າໜ້າທີ່ກວດສອບ. ຕໍ່ມາກໍໄດ້ມີໂຄງການພັດທະນາລະບົບ IPAS ຂອງອົງການຊັບສິນທາງປັນຍາໂລກ ເພື່ອເຮັດໃຫ້ລະບົບດັ່ງກ່າວ ມີຄວາມທັນສະໄໝ ແລະ ອໍານວຍຄວາມສະດວກ ໃຫ້ແກ່ນັກກວດສອບຫຼາຍຂື້ນ ໂດຍສະເພາະ ການສະແກນບັນດາເອກະສານ ຄໍາຮ້ອງຕ່າງໆເຂົ້າໃນລະບົບ ພ້ອມທັງ ເຊື່ອມຕໍ່ຖານຂໍ້ມູນເຄື່ອງໝາຍການຄ້າເຂົ້າໃນຖານຂໍ້ມູນທົ່ວໂລກ ຊື່ວ່າ Global Brand Database. ແລະ ໃນ ສປປ ລາວ ກໍໄດ້ມີການປັບປຸງກົດໝາຍຊັບສິນທາງປັນຍາໃນປີ 2017, ຊຶ່ງໄດ້ສົ່ງຜົນໃຫ້ລະບົບຄຸ້ມຄອງຊັບສິນອຸດສາຫະກໍາ ຫຼື ລະບົບ IPAS ໄດ້ມີການປັບປຸງແຜນວາດການດໍາເນີນງານອິກຄັ້ງ ໂດຍສະເພາະ ການເພີ່ມໃຫ້ມີລະບົບການຄັດຄ້ານຄໍາຮ້ອງຂໍກ່ອນຈົດທະບຽນເຄື່ອງໝາຍການຄ້າ ແລະ ກົມດັ່ງກ່າວ ສາມາດພັດທະນາ ແລະ ເປີດນໍາໃຊ້ ຖານຂໍ້ມູນຊັບສິນທາງປັນຍາ ຂອງ ສປປ ລາວ (IP Portal) ແລະ ໄດ້ສ້າງເວັບໄຊ໌ ຂອງ ກົມຊັບສິນທາງປັນຍາຂຶ້ນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖີງຂໍ້ມູນຊັບສິນທາງປັນຍາ ເຊັ່ນ: ຈົດໝາຍເຫດທາງລັດຖະການ ວ່າດ້ວຍການຈົດທະບຽນຊັບສິນທາງປັນຍາ, ການເຄື່ອນ ໄຫວຂອງກົມ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບການຈົດທະບຽນຕ່າງໆ.

ໃນຕົ້ນປີ 2022, ພາຍຫຼັງທີ່ ກົມຊັບສິນທາງປັນຍາ  ໄດ້ຍ້າຍມາຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໄດ້ປະຕິບັດຕາມນະໂຍບາຍສາມສ້າງ ໂດຍໄດ້ມອບໃຫ້ພະແນກ ອຄ ແຂວງ ສາມາດຮັບບາງຄຳຮ້ອງໄດ້ດ້ວຍຕົນເອງ, ສໍາລັບ ກົມຊັບສິນທາງປັນຍາ ແມ່ນດຳເນີນການກວດສອບ ແລະ ອອກໃບຢັ້ງຢືນ ພາຍຫຼັງພະແນກ ອຄ ແຂວງ ສົ່ງຂໍ້ມູນໃຫ້.  ສະນັ້ນ, ລະບົບ IPAS ກໍໄດ້ຮັບການປັບປຸງອີກຄັ້ງ ເພື່ອໃຫ້ສາມາດຮັບຄໍາຮ້ອງເຄື່ອງໝາຍການຄ້າ, ແບບອຸດສາຫະກໍາ, ລິຂະສິດ ແລະ ຄໍາຮ້ອງແກ້ໄຂຂໍ້ຂັດແຍ່ງ ໄດ້ໃນ 18 ແຂວງ ທົ່ວປະເທດ. ແລະ ໃນຕົ້ນເດືອນ ພະຈິກ 2023, ກົມດັ່ງກ່າວ ກໍສາມາດເປີດນໍາໃຊ້ລະບົບ ການຢື່ນຄໍາຮ້ອງຜ່ານທາງອອນລາຍໄດ້ສໍາເລັດ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກອົງການຊັບສິນທາງປັນຍາໂລກ, ຊຶ່ງເປັນໂສມໜ້າໃໝ່ຂອງການບໍລິການຮັບຄຳຮ້ອງແບບທັນສະໄໝ ແລະ ບໍ່ຈຳເປັນຕ້ອງນຳໃຊ້ເຈ້ຍ ສຳລັບຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ.

IMG_0544

ທ່ານ Kenichiro NATSUME ຜູ້ຊ່ວຍອໍານວຍການ, ອົງການຊັບສິນທາງປັນຍາໂລກ (WIPO), ໄດ້ມີຄໍາເຫັນຕໍ່ງານ ສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ຊຶ່ງທ່ານໄດ້ກ່າວ ສະແດງຄວາມຍິນດີ ຕໍ່ກັບຜົນສໍາເລັດອັນໃຫຍ່ຫຼວງຕ່າງໆ ຂອງ WIPO ແລະ ສປປ ລາວ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ຢ່າງຕໍ່ເນື່ອງ ໂດຍຜ່ານການຮ່ວມມື.

ການເປີດລະບົບການຮັບຄໍາຮ້ອງຂໍຈົດທະບຽນຊັບສິນທາງປັນຍາ ຜ່ານທາງອີເລັກໂຕຣນິກ ຂອງ ສປປ ລາວ ນີ້ໄດ້ກາຍເປັນຂີດໝາຍຂອງຍຸກແຫ່ງຄວາມສະດວກສະບາຍ ແລະ ປະສິດທິຜົນ. ການບໍລິການດັ່ງກ່າວ ແມ່ນເລີ່ມຈາກການຍື່ນຄໍາຮ້ອງຂໍຈົດທະບຽນທາງອອນລາຍ ສໍາລັບ ບໍລິສັດຕົວແທນຊັບສິນທາງປັນຍາ ແລະ ໃນອານາຄົດອັນໄກ້ນີ້ ຈະມີການຂະຫຍາຍການຮັບຄໍາຮ້ອງ ສໍາລັບ ສິດທິບັດ ແລະ ແບບອຸດສາຫະກໍາ. ໂດຍການນໍາໃຊ້ ລະບົບຈັດການເອກະສານຂອງ WIPO, ການຮັບຄໍາຮ້ອງຜ່ານທາງເອເລັກໂຕຣນິກໃນ ນີ້, ຈະເປັນການຊ່ວຍປັບປຸງຂັ້ນຕອນການຈົດທະບຽນຊັບສິນທາງປັນຍາ ແລະ ຍັງເພີ່ມຂີດຄວາມສາມາດດ້ານການບໍລິການ ຂອງກົມດັ່ງກ່າວ. ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບ, ທັງເປັນການ ຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ດຶງດູດການລົງທຶນຂອງຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາການເຕີບໂຕທາງເສດຖະກິດ ແລະ ນະວັດຕະກໍາ ຂອງ ສປປ ລາວ ໄດ້ອີກດ້ວຍ.

ພ້ອມດຽວກັນນັ້ນ, ພາຍໃນງານກໍໄດ້ມີການເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງ ອົງການຊັບສິນທາງປັນຍາໂລກ ສຳລັບ ສປປ ລາວ. ຊຶ່ງເປັນໂຄງການຊ່ວຍເຫຼືອປະເທດດ້ອຍພັດທະນາ ພາຍໃຕ້ການສະໜັບສະໜູນຂອງ WIPO. ໃນການກໍານົດຄວາມຕ້ອງການ, ບັນດາກິດຈະກໍາບູລິມະສິດ ແລະ ຄວາມເປັນໄປໄດ້ຂອງໂຄງການ ແລະ ກິດຈະກໍາຕ່າງໆ ໃຫ້ສອດຄ່ອງກັບແຜນບຸລິມະສິດຂອງປະເທດ. ການສະໜັບສະໜຸນ ແກ່ປະເທດລາວ ໃນ 10 ໂຄງການສະເພາະເຈາະຈົງ ແລະ ກິດຈະກໍາ ໃນ 02 ຂົງເຂດ, ຊຶ່ງຈະຈັດຕັ້ງປະຕິບັດ ໃນຊ່ວງປີ 2023-2026 ປະກອບມີ ດັ່ງນີ້:

ໂຄງການທີ 1, ແມ່ນຊ່ວຍເຫຼືອໃນການປັບປຸງພື້ນຖານໂຄງລ່າງຂອງຊັບສິນທາງປັນຍາ ເພື່ອກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ຊຶ່ງປະກອບມີກິດຈະກໍາກ່ຽວກັບ: ປັບປຸງຫ້ອງການຊັບສິນທາງປັນຍາ ໃຫ້ມີຄວາມທັນສະໄໝ ແລະ ປະສິດທິພາບ; ປັບປຸງຂັ້ນຕອນການຈົດທະບຽນ ເຄື່ອງໝາຍການຄ້າ, ແບບອຸດສະຫະກໍາ, ສິດທິບັດ; ສ້າງນັກກວດສອບສິດທິບັດ, ແບບອຸດສະຫະກໍາ ແລະ ເຄື່ອງໝາຍການຄ້າ; ປັບປຸງຂັ້ນຕອນການໄກ່ເກ່ຍທາງດ້ານຊັບສິນທາງປັນຍາ; ຈັດຝຶກອົບຮົມກ່ຽວກັບການແກ້ໄຂຂໍ້ຂັດແຍ້ງ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ຕຸລາການ.

ໂຄງການທີ 2, ຊ່ວຍເຫຼືອໃນການນໍາໃຊ້ຊັບສິນທາງປັນຍາ ສ້າງຄວາມເຂັ້ມແຂງໃນການແຂ່ງຂັນທາງດ້ານເສດຖະກິດ ແລະ ການກະຈາຍຄວາມສ່ຽງ ຜ່ານ: ສ້າງຕະຫຼາດຜະລິດຕະພັນສິນຄ້າຖິ່ນກໍາເນີດ (ຜ້າໄໝຫຼວງພະບາງ, ຜ້າໄໝຫົວພັນ, ເຂົ້າໄກ່ນ້ອຍຊຽງຂວາງ ແລະ ຫົວພັນ); ສ້າງຕະຫຼາດສິນຄ້າຖິ່ນກໍາເນີດ ແລະ ສ້າງຫຼັກສູດຝຶກອົບຮົມວຽກງານຊັບສິນທາງປັນຍາໃຫ້ແກ່ຜູ້ປະກອບການທ້ອງຖິ່ນ.

IMG_0005

ພ້ອມດຽວກັນນັ້ນ ກໍໄດ້ມີພິທີເປີດ ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023 ຢ່າງເປັນທາງການ ໃຫ້ກຽດຕັດແຖບຜ້າໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຜູ້ເຂົ້າຮ່ວມທັງໝົດ, ພ້ອມດ້ວຍ ແຂກທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ຊຶ່ງໃນງານດັ່ງກ່າວ ແມ່ນຈະໄດ້ຈັດຂື້ນໃນວັນທີ 22-27 ພະຈິກ 2023 ນີ້, ທີ່ເດີ່ນຈອດລົດໜ້າສູນການຄ້າລາວ-ໄອເຕັກ, ພາຍໃຕ້ຄໍາຂວັນ: “ເປີດໂລກແຫ່ງພູມປັນຍາ-ສ້າງມູນ ຄ່າເພີ່ມໃຫ້ທຸລະກິດຂອງທ່າ ຊຶ່ງພາຍໃນງານຈະມີບຸດວາງສະແດງສິນຄ້າທີ່ຫຼາກຫຼາຍ, ມີສູນບໍລິການໃຫ້ຄໍາປຶກສາທາງດ້ານຊັບສິນທາງປັນຍາ ແລະ ມີກິດຈະກຳຕ່າງໆພາຍໃນງານ ອີກດ້ວຍ.

IMG_0655

ແລະ ໃນຕອນເຊົ້າຂອງວັນດຽວກັນ 20 ພະຈິກ 2023 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສາມຝ່າຍ ໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງເຂົ້າຮ່ວມ, ຕາງໜ້າລົງນາມບົດບັນທຶກດັ່ງກ່າວ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ຮສ. ປອ. ຫ້າວັນ ວົງຄໍາສານ, ຮັກສາການຫົວໜ້າກົມການສຶກສາຊັັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ແລະ  ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ໃນງານຄັ້ງນີ້ ໄດ້ມີພິທີມອບໃບກຽດຕິຄຸນ ໃຫ້ແກ່ ທ່ານ ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ, ຊ່ຽວຊານຈາກອົງການຊັບສິນທາງປັນຍາໂລກ ແລະ ບັນດາ ບໍລິສັດ ທີ່ອຸປະຖໍາໃນ ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023 ແລະ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ຜູ້ສ້າງສັນຜົນງານໃນການແຂ່ງຂັນວີດີໂອສັ້ນລົງໃນຕິກຕ໋ອກ ກ່ຽວກັບຊັບສິນທາງປັນຍາ ແລະ ການທ່ອງທ່ຽວ ອີກດ້ວຍ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານ ກະຊວງ ອຄ.

About -