ເຜີຍແຜ່ນິຕິກໍາ ການນໍາເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າຄຸ້ມຄອງ ຂອງ ສປປ ລາວ
By ໄພວັນ On 20 Nov, 2023 At 02:55 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0337

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສົມທົບກັບບັນດາຂະແໜງການກ່ຽວຂ້ອງ ຮ່ວມຈັດກອງປະຊຸມເພື່ອ ເຜີຍນິຕິກໍາ ພ້ອມກັບ ຂັ້ນຕອນການຂໍອະນຸຍາດໃນການ ນໍາເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າຄຸ້ມຄອງ ຂອງ ສປປ ລາວ ໃຫ້ແກ່ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 16-17 ພະຈິກ 2023 ຢູ່ທີ່ເມືອງ ວັງວຽງ, ແຂວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມຕາງໜ້າຈາກພາກລັດ ຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ພາກທຸລະກິດທີ່ດໍາເນີນກິດຈະການກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ຂົນສົ່ງຈໍານວນໜຶ່ງ.

IMG_0229

ທ່ານ ພຸດສະຫວັນ ຂຸນຈັນທະ ໄດ້ກ່າວວ່າ: ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ຫຼັງຈາກທີ່ໄດ້ປະ ກາດໃຊ້ນິຕິກໍາດັ່ງກ່າວ ເຊິ່ງຈຸດປະສົງ ແລະ ເປົ້າໝາຍ ແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມ ກໍາໄດ້ ແລະ ເຂົ້າໃຈ ລະບຽບກົດໝາຍຂອງ ສປປ ລາວ ໂດຍສະເພາະ ແມ່ນຕ້ອງກໍາແໜ້ນບັນດານິຕິກໍາ, ນະໂຍບາຍ ແລະ ລະບຽບການ  ທີ່ບັນດາຂະແໜງກ່ຽວຂ້ອງວາງອອກໃນແຕ່ລະໄລຍະ ໃນການຄຸ້ມຄອງການຜ່ານແດນ, ການນຳເຂົ້າ-ສົ່ງອອກຊົ່ວຄາວ ແລະ ການນຳເຂົ້າເພື່ອສົ່ງອອກຕໍ່ສິນຄ້າ. ນອກນັ້ນ, ທ່ານ ຍັງຮຽກຮ້ອງ ແລະ ຫວັງວ່າ ຜູ້ເຂົ້າຮ່ວມທັງໝົດເອົາໃຈໃສ່ຮັບຟັງ, ເນື້ອໃນໃດ, ຈຸດໃດທີ່ຍັງບໍ່ເຂົ້າໃຈ ແມ່ນສາມາດຖາມເຈາະຈິ້ມ ຫຼື ແລກປ່ຽນຄໍາຄິດຄໍາເຫັນແບບເປັນກັນເອງຈົນກວ່າຈະເຂົ້າໃຈ ແລະ ນໍາໄປໝູນໃຊ້ ຫຼື ຈັດຕັ້ງປະຕິບັດໄດ້.

IMG_0230

ກອງປະຊຸມໄດ້ນໍາສະເໜີເນື້ອໃນ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ສະບັບເລກທີ 0230/ອຄ.ກຂອ, ລົງວັນທີ 25 ມີນາ 2021, ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຜ່ານແດນ ສະບັບເລກທີ 0145/ອຄ.ກຂອ, ລົງວັນທີ 14 ມິຖຸນາ 2021, ແລະ ຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສະບັບເລກທີ 1101/ອຄ, ລົງວັນທີ 11 ກໍລະກົດ 2023 ພ້ອມກັບ ບັນຊີລາຍການສິນຄ້າທີ່ຕ້ອງຂໍອະນຸຍາດ, ລາຍການສິນຄ້າເກືອດຫ້າມ ແລະ ລາຍການສິນຄ້າສະຫງວນ ໃນການ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ.

ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງ ການນຳສະເໜີ ແລະ ອະທິບາຍໃນລາຍລະອຽດ ກ່ຽວກັບ ນິຕິກຳ, ຂັ້ນຕອນການປະກອບເອກະສານໃນການຂໍອະນຸຍາດ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າຄຸ້ມຄອງ ຈາກຂະແໜງການກ່ຽວຂ້ອງພາກລັດ ເຊັ່ນ:​ ກົມການນໍາເຂົ້າ ແລະ ສົ່ງອອກ (ກະຊວງອຸດສາຫະກໍາ ແລະ ການຄ້າ), ກົມອຸດສາຫະກໍາ ແລະ ຫັດຖະກໍາ (ກະຊວງອຸດສາຫະກໍາ ແລະ ການຄ້າ); ກົມອຸດສາຫະກໍາປ້ອງກັນຊາດ (ກະຊວງປ້ອງກັນປະເທດ); ກົມລ້ຽງສັດ ແລະ ການປະມົງ; ກົມປ່າໄມ້ (ກະຊວງກະສິກໍາ ແລະ ປ່າໄມ້); ກົມສີລະປະ; ກົມວັນນະຄະດີ ແລະ ພິມຈໍາໜ່າຍ; ກົມມໍຣະດົກ (ກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທໍາ); ກົມເຕັກໂນໂລຊີດີຈີຕ໋ອນ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ); ກົມອານາໄມ; ກົມອາຫານ ແລະ ຢາ (ກະຊວງສາທາລະນະສຸກ) ໄດ້ນໍາສະເໜີບົດແນະນໍາ ກ່ຽວກັບເງື່ອນໄຂ, ຂັ້ນຕອນການພິຈາລະນາ, ໄລຍະເວລາໃນການພິຈາລະນາ, ຄ່າທໍານຽມ ແລະ ຄ່າບໍລິການ, ແບບພິມ, ການປະກອບເອກະສານ ໃນການອອກໃບອະນຸຍາດຂອງແຕ່ລະປະເພດສິນຄ້າທີ່ນອນໃນບັນຊີສິນຄ້າຄຸ້ມຄອງຂອງ ສປປ ລາວ ພ້ອມທັງໄດ້ແນະນໍາລະອຽດກ່ຽວກັບສິ່ງຄວນເອົາໃຈໃສ່ຕື່ມ ໃນການດໍາເນີນການແຈ້ງເອກະສານຢູ່ດ່ານກ່ອນນໍາເຂົ້າ ແລະ ກ່ອນການສົ່ງອອກ ເພື່ອຫຼີກລ້ຽງການປະກອບເອກະສານບໍ່ຄົບຖ້ວນ ເຊິ່ງອາດເປັນສາເຫດໃຫ້ຊັກຊ້າເສຍເວລາ ແລະ ເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ.

IMG_0340

ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນສູງຕາມລະດັບຄາດໝາຍທີ່ວາງໄວ້ ເນື່ອງຈາກນັກສໍາມະນາກອນໄດ້ກະກຽມບົດນໍາສະເໜີທີ່ລະອຽດຊັດເຈນ ແລະ ການບັນລະຍາຍທີ່ເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈງ່າຍ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈຕັ້ງໜ້າຮັບຟັງ ແລະ ມີການແລກປ່ຽນຄໍາຄິດເຫັນແບບເປັນກັນເອງ ເຮັດໃຫ້ກໍາໄດ້ ແລະ ພ້ອມທີ່ຈະຈັດຕັ້ງປະຕິບັດລະບຽບການຄຸ້ມຄອງການນໍາເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ການຜ່ານແດນ ສິນຄ້າຄຸ້ມຄອງ. ກອງປະຊຸມເຜີຍແຜ່ໃນລັກສະນະນີ້ ຍັງຈະສືບຕໍ່ເຜີຍແຜ່ຢູ່ບັນດາແຂວງອື່ນໆໃນທົ່ວປະເທດ ເພື່ອສ້າງຄວາມເຂົ້າໃຈໃຫ້ພາກສ່ວນກ່ຽວຂ້ອງທັງພາກລັດ ແຕ່ສູນກາງຮອດທ້ອງຖິ່ນ ແລະ ພາກທຸລະກິດ ໄດ້ຮັບຮູ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານກະຊວງ ອຄ

About -