ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ

4.ແປງ

                     ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ ສັງກັດກະຊວງຂຶ້ນ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະນຳກະຊວງ, ບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫ່ງ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ບັນດາລັດວິສາຫະກິດ, ບໍລິສັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພິເສດບັໃນຄະນະດຽວກັນນີ້ ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ກໍ່ໃຫ້ກຽດເຂົ້າຮ່ວມ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມຊຸກຍູ້, ຕິດຕາມ ແລະ ປະເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ອຸດສາຫະກໍາ​ປຸງ​ແຕ່ງ ​ແລະ ການ​ຄ້າ 5 ປີ (2021-2025) ໃນລະຫວ່າງວັນທີ 15-16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ພິທີປະກາດການຈັດຕັັ້ງຂັັ້ນຫົວໜ້າກົມໃນຄັ້ງນີ້ ປະກອບມີ 7 ພາກສ່ວນລັດບໍລິຫານ ຄື: ຫ້ອງການກະຊວງ, ກົມຊັບສິນທາງປັນຍາ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມອຸດສາຫະກຳ ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ ເຊິ່ງບັນດາທ່ານທີ່ຖືກແຕ່ງຕັ້ງ ມີລາຍຊື່ລຸ່ມນີ້:

  1. ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການກະຊວງ;
  2. ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ;
  3. ທ່ານ ພູວຽງ ພົງສາ, ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ;
  4. ທ່ານ ວິທູນ ສິດທິມໍລະດາ, ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ;
  5. ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ;
  6. ທ່ານ ສຳລີ ບຸດສະດີ, ຫົວໜ້າກົມອຸດສາຫະກໍາ;
  7. ທ່ານ ວຽງສະຫວ່າງ ທິບພະວົງ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ.

 

5.ແປງ

                 ໃນພິທີດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ບັນດາທ່ານທີ່ຖືກແຕ່ງຕັ້ງໃນຄັ້ງນີ້, ເຊິ່ງຖືເປັນຜົນສຳເລັດຂັ້ນໜຶ່ງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 13/ກມສພ, ລົງວັນທີ 09 ກຸມພາ 2023 ວ່າດ້ວຍການເລືອກເຟັ່ນ ແຕ່ງຕັັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ; ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ; ມະຕິວ່າດ້ວຍການຜັນຂະຫຍາຍໝາກຜົນຂອງກອງປະຊຸມຄົບຄະນະກາງສະໄໝ ຂອງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ແລະ  ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ຕາມ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023.

ພ້ອມດຽວກັນນີ້ໃນຕອນທ້າຍ, ທ່ານຍັງໄດ້ກ່າວຕື່ມອີກວ່າ ການປັບປຸງ,​ ແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ພະນັກງານນຳພາຄຸ້ມຄອງບາງຕຳແໜ່ງໃນຄັ້ງນີ້ ແມ່ນດຳເນີນໄປບົນພື້ນຖານ ທິດນຳຂອງພັກ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ໜ້າທີ່ການເມືອງ, ແຜນກຳນົດພະນັກງານ, ການຕິດຕາມ ເກັບກຳສະພາບ ແລະ ສະຫຼຸບຕີລາຄາພະນັກງານ, ການຄົ້ນຄ້ວາກຳນົດເປົ້າໝາຍ ທາບທາມເປີດກວ້າງ, ວົງແຄບ ແລະ ຜົນການຄົ້ນຄວ້າປຶກສາຫາລືເປັນໝູ່ຄະນະຕາມຫຼັກການ ແລະ ລະບຽບຂອງພັກ. ສະນັ້ນ, ຖືວ່າເປັນຜົນສຳເລັດ ບໍ່ສະເພາະແຕ່ຕໍ່ຄະນະປະຈຳພັກ, ຮາກຖານພັກ, ສະມາຊິກພັກ, ພະນັກງານ ໃນທົ່ວອົງຄະນະພັກກະຊວງ ອຄ, ຈຶ່ງຂໍຖືໂອກາດນີ້ ສະແດງຄວາມຊົມເຊີຍ ຕໍ່ບັນດາທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໜ້າທີ່ໃໝ່ໃນຄັ້ງນີ້ ເພາະຖືວ່າເປັນບຸກຄົນທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ສະໜັບສະໜູນຢ່າງເປັນເອກະພາບຈາກຄະນະປະຈຳພັກ ແລະ ຮັບການຕົກລົງເຫັນດີຂອງຄະນະພັກຂັ້ນເທິງ.

 

1

ຂ່າວ-ພາບ: ເພັດປະກາຍ ສີສົມບູນ