ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໄລຍະ 5 ປີ
By ໄພວັນ On 16 Nov, 2023 At 01:25 PM | Categorized As ຂ່າວສຳຄັນ | With 0 Comments

IMG_0168

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ທົບທວນແຜນງານ 5 ປີ (2021-2025) ຖອດຖອນບົດຮຽນ ເບິ່ງຄືນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານໄລຍະກາງສະໄໝຜ່ານມາ ແລະ ແຜນວຽກຈຸດສຸມສໍາຄັນທ້າຍສະໄໝ ລວມທັງການຈັດຕັ້ງປະຕິບັດ ຕົວເລກຄາດໝາຍ, ມະຕິສະພາແຫ່ງຊາດ, ຕົວຊີ້ບອກໃນການຕິດຕາມປະເມີນຜົນຕ່າງໆ.

ໃນວັນທີ 15 ພະຈິກ 2023 ທີ່ຫ້ອງປະຊຸມ ກະຊວງ ອຄ ໄດ້ຈັດກອງປະຊຸມ ຊຸກຍູ້, ຕິດຕາມ ແລະ ປະເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ອຸດສາຫະກໍາ​ປຸງ​ແຕ່ງ ​ແລະ ການ​ຄ້າ 5 ປີ (2021-2025) ໃຫ້ກຽດເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ມີທ່ານຮອງລັດ ຖະມົນຕີ ກະຊວງ ອຄ, ບັນດາກົມ, ຫ້ອງການ, ສະຖາບັນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ ຫຼວງ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຂົ້າຮ່ວມ.

ກອງປະຊຸມ ຈະດໍາເນີນເປັນເວລາ 1 ມື້ເຄິ່ງ ໃນນັ້ນ, ຈະໄດ້ນໍາສະເໜີຜົນສໍາເລັດພົ້ນເດັ່ນ, ຂໍ້ຄົງຄ້າງທີ່ປະຕິ ບັດໄດ້ໃນໄລຍະກາງສະໄໝ ແລະ ແຜນວຽກຈຸດສຸມສໍາຄັນທ້າຍສະໄໝ (2021-2025) ຂອງບັນດາກົມ, ຫ້ອງການ, ສະຖາບັນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ລວມທັງພະແນກ ອຄ ຈາກບັນດາແຂວງ ແລະ ນະຄອນຫຼວງ; ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງບົດແນະນໍາຂອງທ່ານ ລັດຖະມົນຕີ ກະຊວງ ອຄ ກ່ຽວກັບການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ ສໍາລັບຂະແໜງ ອຄ; ໂອກາດດຽວກັນ ທີ່ປະຊຸມຍັງໄດ້ໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມປະກອບຄໍາຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

IMG_0182

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ກອງ​ປະຊຸມຄັ້ງນີ້ໄດ້ເປັນໂອກາດອັນດີທີ່ໄດ້ມີການເຕົ້າໂຮມເອົາທຸກພາກສ່ວນທີ່ສໍາຄັນ ຂອງຂະແໜງອຸດສາ​ຫະກໍາ ແລະ ການຄ້າ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອພ້ອມກັນປືກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ຢ່າງສ້າງສັນ, ກົງໄປກົງມາ ເຊິ່ງເນື້ອໃນອັນສໍາຄັນຂອງກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນສຸມໃສ່ໃນການປືກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ນໍາສະເໜີ ກ່ຽວກັບຜົນສໍາເລັດວຽກສໍາຄັນທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ທີ່ປະຕິບັດໄດ້ໃນໄລຍະກາງສະໄໝ ແລະ ແຜນວຽກຈຸດສຸມສຳຄັນທ້າຍສະໄໝ 5 ປີ (2021-2025) ຂອງທຸກພາກສ່ວນໃນຂະແໜງອຸດສາ ຫະກໍາ ແລະ ການຄ້າ ໂດຍສະເພາະແມ່ນຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ເພື່ອເປັນບ່ອນອີງ, ເພື່ອຄວາມເປັນເອກະພາບກັນໃນການກໍານົດວິທີທາງ ແລະ ມາດຕະການຈັດຕັ້ງປະຕິບັດບັນດາຄາດໝາຍ, ເປົ້າ ໝາຍ ແລະ ບັນດາແຜນວຽກຈຸດສຸມສໍາຄັນຂອງຂະແໜງການ ແຕ່ນີ້ຮອດປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

 ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ກະຊວງ ອຄ

About -