ກອງປະຊຸມຫາລື ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ
By ໄພວັນ On 15 Nov, 2023 At 09:11 AM | Categorized As ຂ່າວສຳຄັນ | With 0 Comments

IMG 0122

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແກ້ໄຂບັນຫາທ່າບົກ ຂື້ນໃນວັນທີ 14 ພະຈິກ 2023, ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽຈັນ, ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສີດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຍກຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາທ່ານຕາງໜ້າຈາກພາກລັດ, ຜູ້ພັດທະນາທ່າບົກ ແລະ ພາກທຸລະກິດກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນ ແລະ ສະພາການຄ້າຕ່າງປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຜົນການປຶກສາຫາລືແກ້ໄຂບັນຫາທ່າບົກ ທີ່ໄດ້ເປັນເອກະພາບກັບຂະແໜງການລັດ ທີ່ກ່ຽວຂ້ອງ ແລະ ໃຫ້ຜູ້ພັດທະນາທ່າບົກ 3 ແຫ່ງ​ (ທ່ານາແລ້ງ, ສະຫວັນນະເຂດ ແລະ ວັງເຕົ່າ).

IMG_0048

ທ່ານ ສະເຫຼີມໄຊ ກົມມະສີດ, ປະທານກອງປະຊຸມໄດ້ກ່າວສໍາຄັນວ່າ:: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນພາລະບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແມ່ນວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນເວລາ ແລະຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ແລະ ເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ.

ສະນັ້ນ, ລັດຖະບານ ຈຶ່ງຕັດສິນໃຈໂຮມຄະນະກໍາມາທິການອໍານວຍຄວາມສະດວກທາງດ້ານການຄ້າ ແລະຄະນະກໍາມະການຂົນສົ່ງແຫ່ງຊາດ ເຂົ້າເປັນຄະນະດຽວຕາມດໍາລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023 ໂດຍໃສ່ຊື່ວ່າ: “ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ແນໃສ່ເຮັດໃຫ້ກົນໄກການປະສານງານ ແລະ ການແກ້ໄຂບັນຫາຕ່າງໆ ມີຄວາມສະດວກຄ່ອງຕົວຂື້ນກວ່າເກົ່າ.

ພ້ອມດຽວກັນ, ວຽກງານອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ ຍັງເປັນໜຶ່ງໃນບັນຫາເຄັ່ງຮ້ອງຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະໜີ້ສິນຕ່າງປະເທດ ຊຶ່ງລັດຖະບານໄດ້ມີທິດຊີ້ນໍາໃຫ້ຄະນະກໍາມະການພວກເຮົາ  ຄົ້ນຄວ້າແກ້ໄຂບັນຫາທີ່ກ່ຽວຂ້ອງ ເພື່ອສ້າງຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ມີຄວາມວ່ອງໄວ ແລະ ຫຼຸດຜ່ອນການສິ້ນເປືອງໃຫ້ແກ່ທຸລະກິດ. ເພື່ອຈະໄດ້ເຮັດແນວນັ້ນ, ຈະຕ້ອງໄດ້ມີການປັບປຸງຂັ້ນຂອດການບໍລິການຕ່າງໆຂອງພາກລັດ ແລະ ຜູ້ລົງທຶນ ຫຼື ຜູ້ພັດທະນາ (ທ່າບົກ, ລົດໄຟລາວ-ຈີນ ແລະ ອື່ນໆ) ໃຫ້ມີຄວາມສະດວກ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ ເພື່ອດຶດງດູດການລົງທຶນ ແລະ ເງິນຕາຈາກຕ່າງປະເທດ ໃຫ້ຫຼາຍຂື້ນ ແລະ ເພື່ອປະກອບສ່ວນໃຫ້ ສປປ ລາວ ກາຍເປັນໃຈກາງບໍລິການດ້ານໂລຊິດສະຕິກຂອງພາກພື້ນ ໃນອານາຄົດ.

IMG_0106

ທ່ານກ່າວຕື່ມວ່າ: ໃນໄລຍະຜ່ານມາລັດຖະບານ ໄດ້ອອກຫຼາຍແຈ້ງການຫຼາຍສະບັບ ເພື່ອໃຫ້ກໍາມະການພວກເຮົາຄົ້ນຄວ້າແກ້ໄຂບັາຫາຂອງທ່າບົກ ພ້ອມດຽວກັນ ໃນກອງປະຊຸມຄັ້ງປະຖົມມະລຶກຂອງກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ໃນວັນທີ 21 ມິຖຸນາ 2023, ບັນຫາທ່າບົກເປັນປະເດັນຫຼັກທີ່ໄດ້ຍົກຂື້ນມາປຶກສາຫາລື ຊຶ່ງໄດ້ມອບໃຫ້ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກໍາລະອຽດ ແລະ ປຶກສາຫາລືໃຫ້ເປັນເອກະພາບກ່ຽວກັບວິທີແກ້ໄຂບັນຫາ.

IMG_0211

ກອງປະຊຸມເປີດເວທີປະກອບຄໍາເຫັນຕໍ່ການລາຍງານຜົນການປຶກສາຫາລື ແລະ ຮັບຟັງບັນຫາ ແລະ ຂໍ້ສະເໜີວິທີການແກ້ໄຂເພີ່ມຕື່ມ ຈາກພາກລັດ ແລະ ທຸລະກິດ ເພື່ອຈະໄດ້ມີທິດຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາປັບປຸງແກ້ໄຂ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ, ຂ່າວສານ ກະຊວງ ອຄ

About -