ເປີດງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22 ປະຈໍາປີ 2023 ທີ່ສູນການຄ້າລາວ-ໄອເຕັກ
By phaikhame evilay On 7 Nov, 2023 At 02:35 PM | Categorized As ຂ່າວສຳຄັນ | With 0 Comments

IMG_0046.1

            ໃນຕອນບ່າຍ 2: 00 ໂມງ ວັນທີ 6 ພະຈິກນີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີບັນດາພັນລະຍາການນຳ ບັນດາທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ມີບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຊຶ່ງມີຈຳນວນ 213 ຮ້ານ ເຂົ້າຮ່ວມງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ປີນີ້ ຄົບຮອບ 26 ປີ ວັນສ້າງຕັ້ງສະມາຄົມຫັດຖະກໍາລາວ.

IMG_0027.2

         ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ເປີດຂຶ້ນແຕ່ວັນທີ 4-12 ພະຈິກ 2023 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ຖືເປັນບຸນປາງໃຫຍ່ສໍາລັບຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກໍາລາວ ມີຈຸດປະສົງຫຼັກ ເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ຄົບຮອບ 16 ປີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກໍາລາວ ຄົບຮອບ 26 ປີ ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ ສາມາດຊື້ ໄດ້ພົບ-ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ ສ້າງຄວາມປະທັບໃຈ ແລະ ຄວາມຫຼົງໄຫຼກັບມະຫັດສະຈັນສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ ເພື່ອເຕົ້າໂຮມຄວາມສາມັກຄີບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນ ໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ ສົ່ງເສີມພູມປັນຍາ ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ປະສົບການທາງດ້ານການຜະລິດ ການວາງສະແດງ ແລະ ການຂາຍ ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນທີ່ວ່າ; “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ” ນອກນັ້ນຍັງເພື່ອຕ້ອນຮັບ ແລະ ກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຂອງ ສປປ ລາວ ໃນກອງປະຊຸມສຳມະນາຜ້າແພພື້ນເມືອງອາຊຽນຄັ້ງທີ 9 ເຊິ່ງຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນປີ 2024 ນີ້.

IMG_0018.3

         ງານມະຫະກໍາ ສີມືຫັດຖະກໍາລາວ ຄັ້ງນີ້ ມີຫຼາຍພາກສ່ວນຫັດຖະກໍາ ທີ່ມາຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມປະກອບມີ: ພາກສ່ວນແຜ່ນແພຜ້າ ໄໝ ຜ້າຝ້າຍພື້ນເມືອງ ພາກສ່ວນເຄື່ອງປະດັບ ພາກສ່ວນເຄື່ອງຈັກສານ ພາກສ່ວນຜະລິດຕະພັນວັດທະນະທໍາ ເຄື່ອງປັ້ນດິນເຜົາ ພາກສ່ວນໄມ້ແກະສະຫຼັກ ເຟີນີເຈີ ພາກສ່ວນອາຫານສໍາເລັດຮູບພື້ນເມືອງ ກາເຟ ສະໝູນໄພ ແລະ ອື່ນໆ ນອກນນັ້ນ ຍັງມີພາກສ່ວນສາທິດ ຫຼື ສະແດງການຜະລິດຕົວຈິງ ເປັນຕົ້ນແມ່ນ: ສາທິດການແສ່ວຜ້າ ແກະສະຫຼັກຫີນ ເຂັນຝ້າຍ ສາວໄໝ ປັກດິ້ງ ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ ຫຼວງນໍ້າທາ ຫຼວງພະບາງ ຊຽງຂວາງ ແຂວງວຽງຈັນ ຈໍາປາສັກ ສາລະວັນ ແລະ ອັດຕະປື ຈໍານວນຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍຄັ້ງນີ້ ມີທັງໝົດ 213 ຮ້ານ ພ້ອມກັນນີ້ ພາຍໃນງານຍັງມີຫຼາຍກິດຈະກໍາຕື່ມອີກ.

IMG_0012.4

      ໂອກາດດັ່ງກ່າວ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ງານມະຫະກຳສີມືຫັດຖະກຳລາວ ກາຍເປັນບຸນປະເພນີປາງໃຫຍ່ປະຈຳປີຂອງຊາວຊ່າງຫັດຖະກຳລາວ ສະມາຄົມຫັດຖະກໍາລາວເປັນສະມາຄົມໜຶ່ງທີ່ໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ 25 ປີ ມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານແຕ່ລະຊຸດ ແຕ່ລະສະໄໝ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບໍລິຫານວຽກງານຂອງສະມາຄົມ ໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້ ພ້ອມນັ້ນ ສະມາຄົມຫັດຖະກໍາລາວ ຍັງມີຜົນງານອີກຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ: ໃນການອະນຸຮັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ເຊິ່ງມັນສະແດງເຖິງການມີສ່ວນຮ່ວມໃນການສ້າງວຽກເຮັດງານທຳ ໃນຂົງເຂດຊົນນະບົດ ການສ້າງລາຍໄດ້ ໃຫ້ກັບຊຸມຊົນ ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຈົນ.

ພາບ-ຂ່າວ: ໄພຄໍາອີ  ກົມຜຮ/ກະຊວງ ອຄ.