ຊີ້ແຈງ ການຄຸ້ມຄອງລາຄາສິນຄ້າ
By ໄພວັນ On 3 Nov, 2023 At 11:41 AM | Categorized As ຂ່າວສຳຄັນ | With 0 Comments

8jpg

ຜ່ານການຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຈາກຂະແໜງການກ່ຽວຂ້ອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1-2 ພະຈິກ 2023 ສສຊ ໄດ້ຊັກຖາມກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຢູ່ພາຍໃນ.

5

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ການຄຸ້ມຄອງການນຳເຂົ້າລາຄາສິນຄ້າເໜັງຕີງສູງຂຶ້ນຍ້ອນຫຼາຍເຫດຜົນ ໃນນັ້ນສາເຫດຕົ້ນຕໍແມ່ນ: ຍ້ອນເງິນເຟີ້ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕາມເວລາ; ຍ້ອນເງິນກີບອ່ອນຄ່າ ທຽບໃສ່ເງິນຕາຕ່າງປະເທດ ເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ ລາຄາຂາຍກໍເພີ່ມຂຶ້ນເປັນເງົາຕາມຕົວ; ຍ້ອນຕົ້ນທຶນການຜະລິດ ເປັນຕົ້ນວັດຖຸດິບ, ແຮງງານ ໄຟຟ້າ, ຄ່າຂົນສົ່ງ (ນໍ້າມັນ), ຄ່າບໍລິການ ແລະ ສ່ວນປະກອບອື່ນໆຂອງການຜະລິດເຊັ່ນ: ຝຸ່ນ,ຫົວອາຫານ, ຜູ້ຜະລິດກໍ່ສົ່ງຕໍ່ຕົ້ນທຶນດັ່ງກ່າວໄປໃຫ້ຜູ້ບໍລິໂພກໂດຍການຂຶ້ນລາຄາສິນຄ້າ ແລະ ຍ້ອນຄວາມຄາດຫວັງຜູ້ນຳເຂົ້າ ເເລະ ຜູ້ຜະລິດ ອາດຄາດຄະເນລາຄາສິນຄ້າຈະເພີ່ມຂຶ້ນໃນອານາຄົດແລ້ວປັບລາຄາເພື່ອຮັບມື ຫຼື ຫຼຸດຄວາມສ່ຽງຂອງຕົນເຊິ່ງບັນຫາດັ່ງກ່າວພາກລັດພະຍາຍາມກວດກາ ແລະ ຄວບຄຸມ ນອກຈາກນັ້ນຍັງມີສາເຫດອື່ນໆ.

ຕໍ່ກັບບັນຫາດັ່ງກ່າວລັດຖະບານໄດ້ມີມາດຕະການແກ້ໄຂ ໂດຍອີງໃສ່ທິດທາງ ແລະ ມາດຕະການ ເພື່ອພະຍາຍາມຄວບຄຸມລາຄາສິນຄ້າໃນນັ້ນອັນພົ້ນເດັ່ນກໍເເມ່ນ ການກຳນົດລາຍການສິນຄ້າ ເເລະ ການບໍລິການຄວບຄຸມລາຄາ (ບັນຊີ ກ) ພ້ອມທັງອອກບົດແນະນໍາ ການຈັດຕັ້ງປະຕິບັດໃຫ້ຂັ້ນແຂວງເປັນຜູ້ຄຸ້ມຄອງ ຄິດໄລ່ລາຄາສິນຄ້າຕາມໂຄງປະກອບລາຄາສິນຄ້າທີ່ສູນກາງກຳນົດ ພ້ອມທັງຕິດຕາມ ກວດກາ ຕາມການມອບໝາຍ ໃນໄລຍະ 3-4 ເດືອນມານີ້ໄດ້ສຸມໃສ່ຄຸມລາຄາເຂົ້າກິນ ຊີ້ນໝູ ງົວ ໄກ່ ເເລະ ປາຮ່ວມມືກັບພາກທຸລະກິດເພື່ອຂາຍສິນຄ້າຫຼຸດລາຄາເພື່ອໃຫ້ປະຊາຊົນຜູ້ມີລາຍຮັບຕໍ່ໄດ້ຊື້ສິນຄ້າໃນລາຄາທີ່ຖືກລົງເຊັ່ນ ຂາຍເຂົ້າຫຼຸດລາຄາຢູ່ຕະຫຼາດລາວ ແລະ ອື່ນໆ.

2

ດັ່ງນັ້ນໃນຕໍ່ໜ້າຈະມີມາດຕະການແກ້ໄຂຄື: 1) ຈະສືບຕໍ່ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າ ເເລະ ກໍານົດໂຄງສ້າງລາຄາສິນຄ້າ ທີ່ຈຳເປັນ ທັງຢູ່ໃນ ບັນຊີ ກ ເເລະ ບັນຊີ ຂ ເພື່ອມີລາຄາທີ່ສົມເຫດສົມຜົນ. ພ້ອມທັງຕິດຕາມການເໜັງຕິງລາ ເເລະ ໃຊ້ມາດຕະການຕໍ່ການຂຶ້ນລາຄາສິນຄ້າ ທີ່ບໍ່ສອດຄ່ອງ; 2) ຈະປະສານສົມທົບກັບກະຊວງການເງິນ ເເລະ ທະນາຄານແຫ່ງ ສປປ ລາວ ເພື່ອຄົ້ນຄວ້າ ແລະ ກໍານົດນະໂຍບານເງິນຕາ ແລະ ນະໂຍບາຍການເງິນ ທີ່ເໝາະສົມ ເພື່ອຫຼຸດອັດຕາເງິນເຟີ້ ເເລະ ຄຸ້ມຄອງອັດຕາເເລກປ່ຽນໃຫ້ມີຄວາມໝັ້ນທ່ຽງ; 3) ຈະປະສານສົມທົບ ກັບຂະເເໜງການກະສິກຳ ເເລະ ປ່າໄມ້, ຂະເເໜງການພະລັງງານ ເເລະ ບໍ່ແຮ່, ຂະແໜງການທີ່ກ່ຽວຂ້ອງ ເເລະ ອົງການປົກຄອງທ້ອງຖິ່ນ ເພື່ອພ້ອມກັນຄົ້ນຄວ້າ ເເລະ ຫຼຸດຜ່ອນຕົ້ນທຶນການຜະລິດເປັນຕົ້ນ: ການສົ່ງເສີມການຜະລິດຝຸ່ນ, ຫົວອາຫານ, ເຄື່ອງມື-ເຕັກນິກການຜະລິດ, ການໃຫ້ຄວາມຮູ້-ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ; 4) ຈະປັບປຸງຂໍ້ຄົງຄ້າງ ໃນການຊຸກຍູ້-ສົ່ງເສີມ ໃຫ້ພາກທຸລະກິດ ທີ່ເຮັດແທ້ທຳຈິງ ສາມາດເຂົ້າເຖິງແຫຼ່ງທຶນເພື່ອການຜະລິດເປັນສິນຄ້າ ໂດຍສະເພາະສິນຄ້າ ທີ່ມີຜົນກະທົບເເຮງ ເເລະ ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ; 5) ຈະເລັ່ງຄົ້ນຄວ້າປັບປຸງບັນດານິຕິກຳ ທີ່ຕິດພັນກັບວຽກລາຄາ ເປັນຕົ້ນການຍົກລະດັບ ດຳລັດ ວ່າດ້ວຍລາຄາສິນຄ້າ ເເລະ ຄ່າບໍລິການ, ບັນຊີຄວບຄຸມ, ຄຳແນະນຳ ກ່ຽວກັບການກຳນົດໂຄງສ້າງລາຄາ ເເລະ ອື່ນໆ ເພື່ອໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ; 6) ຈະປຶກສາຫາລື ເເລະ ປັບປຸງກົນໄກການປະສານງານ ເເລະ ເເບບເເຜນວິທີການເຮັດວຽກຂອງຄະນະຄຸ້ມຄອງລາຄາ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນຕື່ມ.

[ຂ່າວ: ຄຳນ້ອຍ]

ລົງຂ່າວໂດຍ: ໄພວັນ ໂຄດວັນທາ ຂ່າວສານ ອຄ

About -