ກົມການນຳເຂົ້າ ແລະ ສົ່ງອອກ ເປີດນຳໃຊ້ລະບົບທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ-ສົ່ງອອກ
By ໄພວັນ On 1 Nov, 2023 At 05:20 PM | Categorized As ຂ່າວສຳຄັນ | With 0 Comments

IMG_0004

ໃນວັນທີ 31 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ນະຄອນຫຼວງວຽງຈັນ, ໄດ້ຈັດ “ ພິທີເປີດການນຳໃຊ້ລະບົບທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ-ສົ່ງອອກໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າບັນດາຂະແໜງ ການທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ພັດທະນາແອັບເຂົ້າຮ່ວມ.

IMG_0010

ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຄ ໄດ້ກ່າວໃນງານວ່າ: ວຽກງານການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ເປັນອີກໜຶ່ງວຽກງານບູລິມະສິດ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບການມອບໝາຍໃຫ້ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ສ້າງ ແລະ ພັດທະນາກົນໄກໃນການຄຸ້ມຄອງຕິດຕາມ ແລະ ເຊື່ອມສານຂໍ້ມູນຂອງສາມພາກສ່ວນໃຫ້ເປັນເອກະພາບກັນ ແນໃສ່ເຮັດໃຫ້ການຄ້າເຂົ້າສູ່ລະບົບ, ຮັບປະກັນການຄຸ້ມຄອງລາຍຮັບ ແລະ ການຊໍາລະເປັນເງິນຕາຈາກການນຳເຂົ້າ ແລະ ສົ່ງອອກສິນຄ້າ, ສົ່ງເສີມການຜະລິດສິນຄ້າພາຍໃນທີ່ມີທ່າແຮງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ສະນັ້ນ, ຄະນະນຳກະຊວງ ອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ມອບໝາຍໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ສົມທົບກັບບໍລິສັດເອກະຊົນທີ່ມີປະສົບການໃນການພັດທະນາລະບົບທັນສະ   ໄໝ ໃຫ້ກັບບັນດາກະຊວງຕ່າງໆ ເພື່ອສ້າງ ແລະ ພັດທະນາລະບົບລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ທາງເອເລັກໂຕຣນິກຂຶ້ນມາ ຊຶ່ງລະບົບດັ່ງກ່າວຈະຊ່ວຍໃນການຄຸ້ມຄອງຕິດຕາມການນຳເຂົ້າ ແລະ ສົ່ງອອກລວມສູນໃນຂອບເຂດທົ່ວປະເທດ, ການສ້າງຖານຂໍ້ມູນພາກລັດ ແລະ ເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ. ລະບົບນີ້ຈະປະກອບສ່ວນໃນການປະຕິບັດວາລະແຫ່ງຊາດ ຂອງລັດຖະບານໃນການເພີ່ມທະວີ ການເກັບລາຍຮັບ ດ້ວຍລະບົບທັນສະໄໝ ແລະ ຫັນການຄຸ້ມຄອງ ພາກລັດໄປສູ່ລະບົບດິຈິຕອນ.           IMG_0347

ພິທີເຊັນບົດບັນທຶກຮ່ວມມື ແລະ  ເປີດການນຳໃຊ້ລະບົບທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ-ສົ່ງອອກ ໃນຄັ້ງນີ້ ຈະເປັນບາດກ້າວໜຶ່ງທີ່ສຳຄັນໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ລະບຽບການທີ່ວາງອອກໃຫ້ໄດ້ຮັບຜົນສຳເລັດສູງ ໂດຍເພີ່ມທະວີການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອເຮັດໃຫ້ວຽກງານການຄ້າຫັນເຂົ້າສູ່ລະບົບທັນສະໄໝ, ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິພາບຍິ່ງຂຶ້ນ. ເຖິງຢ່າງໃດກໍ່ຕາມ ລະບົບດັ່ງກ່າວໃນປັດຈຸບັນ ຍັງເປັນພຽງແຕ່ຂັ້ນເລີ່ມຕົ້ນ ຊຶ່ງຍັງຈະມີການພັດທະນາຕໍ່ໄປ ເພື່ອໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ກໍຄືເປີດການເຊື່ອມຕໍ່ລະບົບກັບບັນດາຫົວໜ່ວຍທຸລະກິດ ແລະ ຂະແໜງການກ່ຽວຂ້ອງ ເພື່ອໃຫ້ມີຂໍ້ມູນເປັນເອກະພາບກັນ ແລະ ສາມາດຮັບຮອງໄດ້ເຖິງຄວາມຖືກຕ້ອງ ແລະ ໂປ່ງໃສ.

IMG_0008

ໃນໂອກາດດຽວກັນ ທ່ານລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ມີຄຳເຫັນ ແລະ ກ່າວຄຳຂອບໃຈບໍລິສັດຜູ້ພັດທະນາລະບົບທີ່ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ ແລະ ຫວັງວ່າບໍລິສັດຍັງຈະສືບຕໍ່ພັດທະນາລະບົບໃນບາດກ້າວຕໍ່ໄປ ຮັບປະກັນຄວາມຍືນຍົງຂອງລະບົບໃຫ້ມີຄວາມສະຖຽນ ແລະ ນຳໃຊ້ຢ່າງມີປະສິດຕິຜົນສູງ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ຂ່າວສານກະຊວງອຸດສາຫະກໍາ ແລະ ການຄ້າ

About -