ກອງປະຊຸມຫາລື ການຈັດຕັ້ງຜັນຂະຫຍາຍວຽກງານຂອງຄະນະ 19/ກມສພ ໃນ ອຄ
By ໄພວັນ On 31 Oct, 2023 At 02:42 PM | Categorized As ຂ່າວສຳຄັນ | With 0 Comments

2

ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວຽກງານ ຂອງຄະນະ 19/ກມສພ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃນໄລຍະ 03 ເດືອນຜ່ານມາ ເເລະ ເເຜນວຽກຈຸດສຸມ 03 ເດືອນໃນຕໍ່ໜ້າປີ 2023, ຂື້ນໃນວັນທີ  27 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1, ກະຊວງ ອຄ, ໃຫ້ກຽດກເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ມີທ່ານ ຫົວໜ້າກອງເລຂາຄະນະຊ່ວຍວຽກ, ບັນດາທ່ານ ຫົວໜ້າ-ຮອງຫົວໜ້າ 09 ກຸ່ມມາດຕະການ ຕາມຂໍ້ຕົກລົງ ສະບັບເລກທີ 1919/ອຄ ພ້ອມດ້ວຍຕາງໜ້າທຸລະກິດເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມວ່າ: ໂດຍປະຕິບັດຕາມບົດບັນທຶກ ການເຮັດວຽກຮ່ວມ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນວັນທີ 30 ສິງຫາ 2023, ມື້ນີ້ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານ ຂອງຄະນະ 19/ກມສພ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ.

5

ກອງປະຊຸມດັ່ງກ່າວເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ ໃນຂະແໜງ ອຄ ໃນໄລະຍະ 03 ເດືອນຜ່ານມາ ແລະ ທິດທາງໃນຕໍ່ໜ້າ ໃນການປະກອບສ່ວນແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ຕາມມະຕິຕົກລົງ ເລກທີ 19/ກມສພ ກໍຄືການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງເປັນບັນຫາເຄັ່ງຮ້ອນ ທີ່ປະເທດເຮົາ ກໍາລັງປະເຊີນຢູ່.

WhatsApp Image 2023-10-30 at 11.55.24

ໃນຕອນທ້າຍກອງປະຊຸມ ທ່ານລັດຖະມົນຕີ ໄດ້ກ່າວເນັ້ນໜັກເນັ້ນໜັກໃຫ້ຜູ້ຊີ້ນໍາແຕ່ລະກຸ່ມມາດຕະການ ສືບຕໍ່ເອົາໃຈໃສ່ ນຳພາ – ຊີ້ນໍາ ລົງເລິກລະອຽດແຕ່ລະກຸ່ມມາດຕະການ, ຊຶ່ງມີບາງດ້ານທທີ່ຄວນເອົາໃຈໃສ່ດັ່ງນີ້:

  1. ສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນ ລະຫວ່າງ ບັນດາກຸ່ມມາດຕະການ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນການຄົ້ນຄວ້າຈັດຕັ້ງປະຕິບັດແຕ່ລະກຸ່ມມາດຕະການໃຫ້ມີປະສິດທິຜົນສູງ.
  2. ສືບຕໍ່ຄົ້ນຄວ້າແຫຼ່ງທຶນ ແລະ ຜູ້ສະໜັບສະໜູນ ໂດຍສະເພາະພາກທຸລະກິດຜູ້ທີ່ມີທ່າແຮງ ຈັດໂຄງການຂາຍສິນຄ້າລາຄາປະຢັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ທີ່ມີລາຍຮັບຕ່ຳ ກໍຄືຊ່ວຍເຫຼືອສັງຄົມໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ.
  3. ສົມທົບກັບຂະແໜງການກ່ຽວຂ້ອງ ໃນການມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ເພື່ອຈຳກັດການນຳເຂົ້າ ສິນຄ້າຟູມເຟືອຍ ແລະ ສິນຄ້າທີ່ສາມາດຜະລິດ ແລະ ສະໜອບພາຍໃນ ລວມທັງການຄົ້ນຄວ້າໂຄງປະກອບການນໍາເຂົ້າສິນຄ້າ ເພື່ອກໍານົດປະເພດສິນຄ້ານໍາເຂົ້າທີ່ຈະສາມາດຜະລິດທົດເເທນການນໍາເຂົ້າ.
  4. ໃຫ້ປະສົມທົບ ແລະ ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຕິດອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ຂອງພາກທຸລະກິດ.
  5. ຊຸກຍູ້ສົ່ງເສີມການຜະລິດພາຍໃນເປັນສິນຄ້າ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໂດຍສະເພາະ ເພີ່ມທະວີການໂຄສະນາໃຫ້ປະຊາຊົນ ຮັບຮູ້ ແລະ ຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ຕາມມາດຕະການທີ່ວາງໄວ້ໃຫ້ມີໝາກຜົນຕົວຈິງ.
  6. ເພີ່ມທະວີເອົາໃຈໃສ່ວຽກງານໂຄສະນາປະຊາສໍາພັນ, ຊີ້ແຈງຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ ໃຫ້ສັງຄົມຮັບຊາບ ແລະ ເຂົ້າໃຈ ດ້ວຍຫຼາຍແບບ ຫຼາຍສີສັນ ແລະ ຫຼາຍຊ່ອງທາງ.

ຂ່າວ: ໄພວັນ ໂຄດວັນທາ ຂ່າວສານກະຊວງອຸດສາຫະກໍາ ແລະ ການຄ້າ

ພາບ: ຫ້ອງການກະຊວງ ອຄ

About -