ພິທິລົງນາມເຊັນສັນຍາຮ່ວມກັນລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ກັບ ແຂວງ ບໍລິຄໍາໄຊ
By phaikhame evilay On 26 Oct, 2023 At 03:19 PM | Categorized As ຂ່າວສຳຄັນ | With 0 Comments

IMG_0011

          ໃນວັນທີ 24 ຕຸລາ 2023 ທີ່ຊັ້ນIII ກະຊວງ ອຄ. ລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ. ທ່ານ ປອ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ເຂົ້າຮ່ວມມີຮອງ ລັດຖະມົນຕີກະຊວງອຄ. ຮອງເຈົ້າແຂວງ ແລະ ການນໍາຂອງສອງພາກສ່ວນເຂົ້າຮ່ວມ.ກະຊວງໃອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມບົດບັນທຶກການຮ່ວມມື ກັບແຂວງບໍລິຄໍາໄຊ ເພື່ອພ້ອມກັນລົງເລີກວຽກຈຸດສຸມຂອງຂະແໜງການໃຫ້ມີການຈັດຕັ້ງປະຕິບັດໂດຍໄວເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍການຜະລິດໃຫ້ມີຄວາມເຂັ້ມແຂງ  ແລະ ຢຶນຍົງ.

IMG_0063

         ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ພາຍຫຼັງທີ່ໄດ້ລົງເຮັດວຽກ ແລະ ຢ້ຽມຢາມແຂວງບໍລິຄໍາໄຊ ການນໍາໄດ້ປືກສາຫາລືໃນການຮ່ວມມືກັນຫຼາຍບັນຫາເຊິ່ງພະນັກງານວິຊາການກໍໄດ້ເຮັດວຽກຮ່ວມກັນຫຼາຍຄັ້ງຈົນກ້າວມາເຖິງການລົງນາມຮ່ວມມືກັນໃນຄັ້ງນີ້.

IMG_0046

      ທ່ານກ່າວວ່າບົດບັນທຶກທີ່ພວກເຮົາໄດ້ລົງນາມຮ່ວມກັນຈະເນັ້ນໃສ່ຈຸດສຸມທີ່ສໍາຄັນແມ່ນວຽກງານທີ່ນອນໃນ ພາລະບົດບາດຂອງຂະແໜງອຸດສາຫະກຳ ແລະ ການຄ້າທີ່ຈັດຕັ້ງປະຕິບັດ ພ້ອມກັນນັ້ນ ກໍອີງໃສ່ສະພາບຈຸດພິເສດ ແລະ ທ່າແຮງຂອງແຂວງຕາມການຄົ້ນຄວ້າຂອງກົມກ່ຽວຂອງໃນກະຊວງ ອຄ, ພະແນກອຸດສາຫະກຳ ແລະ ການຄ້າ ຢູ່ໃນກອບການຮ່ວມມືທີ່ໄດ້ກໍານົດແມ່ນການສົ່ງເສີມການຜະລິດເປັນສິນຄ້າ, ສ້າງສູນສົ່ງເສີມການຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ການສ້າງສູນກວດສອບມາດຕະຖານ ແລະ ການຢັ້ງຢືນຄຸນນະພາບ, ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ບັນຫາອື່ນໆ

IMG_0044

        ທ່ານ ປອ. ກອງແກ້ວ ໄຊສົງຄາມ ກ່າວວ່າ: ການລົງນາມຄັ້ງນີ້ເປັນນິມິດໝາຍໃນການຮ່ວມພັດທະນາລະຫວ່າງສູນກາງ – ທ້ອງຖິ່ນໃຫ້ເຂົ້າສູ່ລວງເລີກ ແລະ ມີຈຸດສຸມ, ແຂວງບໍລິຄໍາໄຊ ມີດ່ານສາກົນ 2 ແຫ່ງ, ມີທ່າແຮງຫຼາຍດ້ານ  ແລະ ວາງຍຸດທະສາດການພັດທະນາຂອງແຂວງຮອດປີ 2030 ແມ່ນສ້າງແຂວງບໍລິຄໍາໄຊ ເປັນປະຕູເສດຖະກິດເປັນແຫຼ່ງຜະລິດພະລັງງານເປັນສູນກາງບໍລິການທາງຜ່ານ, ຮັກສາສິ່ງແວດລ້ອມ ໃຫ້ຢືນຍົງ ເຊິ່ງນີ້ແມ່ນວິໄສທັດການພັດທະນາ ແຂວງບໍລິຄໍາໄຊ.

  ພາບ-ຂ່າວ: ໄພຄໍາອີ  ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກົມຜຮ/ກະຊວງ ອຄ.