ຈັດຕັ້ງພິທີປະດັບຫຼຽນ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນງານວາງສະແດງໂລກ ປີ 2020
By Miss Phetpakai SISOMBOUN On 26 Oct, 2023 At 03:52 PM | Categorized As ຂ່າວສຳຄັນ | With 0 Comments

6

ໃນວັນທີ 20 ຕຸລາ 2023 , ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຊັ້ນ 2, ຊັ້ນ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າຮ່ວມງານວາງສະແດງໂລກ ປະຈຳປີ 2020 ຢູ່ດູໄບ (ສະຫະລັດ ອາຣັບ ເອເມເຣດ). ມອບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ລາຍງານໃຫ້ຮູ້ວ່າ: ງານວາງສະແດງໂລກ ໄດ້ກຳນົດຈັດຂຶ້ນທຸກໆ 5 ປີ, ມີໄລຍະເວລາໃນການຈັດງານ 6 ເດືອນ ແລະ ໃນແຕ່ລະຄັ້ງ ຈະມີຫົວຂໍ້ຫຼັກຂອງງານທີ່ແຕກຕ່າງກັນ. ສຳລັບ ສປປ ລາວ ໄດ້ເລີ່ມເຂົ້າຮ່ວມງານວາງສະແດງໂລກມາແລ້ວ ທັງໝົດ 5 ຄັ້ງ ຄື: ຄັ້ງທີ 1 ໃນປີ 2000 ຢູ່ ປະເທດເຢຍລະມັນ, ຄັ້ງທີ 2 ໃນປີ 2005 ຢູ່ຍີ່ປຸ່ນ, ຄັ້ງທີ 3 ໃນປີ 2010 ຢູ່ ສປ ຈີນ, ຄັ້ງທີ 4 ໃນປີ 2015 ຢູ່ອີຕາລີ ແລະ ຄັ້ງທີ 5 ໃນປີ 2020 ຢູ່ດູໄບ. ສ່ວນຄັ້ງທີ 6 ຄາດວ່າ ຈະຈັດຂຶ້ນ ໃນລະຫວ່າງເດືອນເມສາ ຫາ ຕຸລາ 2025 ຢູ່ໂອຊາກາ ປະເທດຍີ່ປຸ່ນ. ຈຸດປະສົງຂອງການເຂົ້າຮ່ວມງານວາງສະແດງໂລກ ໃນຄັ້ງນີ້ ເພື່ອເປັນເວທີໃນການນໍາສະເໜີ ເອກະລັກພາບພົດອັນພົ້ນເດັ່ນ, ສະພາບການພັດທະນາເສດຖະກິດ-ສັງຄົມ, ໂຄສະນາເຜີຍແຜ່ວັດທະນະທໍາອັນດີງາມ ຂອງປະເທດເຮົາສູ່ສາກົນ, ທັງເປັນການດຶງດູດການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງເປັນເວທີ ແລກປ່ຽນຂໍ້ມູນຂ່າວ ສານ ຊຶ່ງກັນ ແລະ ກັນ ລະຫວ່າງປະເທດທີ່ເຂົ້າຮ່ວມງານ.

1

ງານວາງສະແດງໂລກ ປະຈຳປີ 2020 ທີ່ຈັດຂຶ້ນພາຍໃຕ້ຫົວຂໍ້ “ການເຊື່ອມສານສາຍໃຈ ເພື່ອອະນາຄົດທີ່ສົດໃສ’onnecting Minds,Creating the Future) ຊຶ່ງມີບັນດາປະເທດ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆເຂົ້າຮ່ວມ ທັງໝົດ 192 ພາກສ່ວນ ລວມທັງ 10 ປະເທດສະມາຊິກອາຊຽນ. ສຳລັບ ສປປ ລາວ ໄດ້ນຳເອົາສິນຄ້າທ່າແຮງ, ສິນຄ້າທີ່ພົ້ນເດັ່ນ ເປັນຕົ້ນ ຜະລິດຕະພັນຫັດຖະກຳ, ຜ້າໄໝ, ແຜ່ນແພ, ເຟີນີເຈີ, ຂອງຕົບແຕ່ງບ້ານ, ເຄື່ອງຂອງທີ່ລະລຶກ ແລະ ອື່ນໆ ເຂົ້າຮ່ວມວາງສະແດງ.  ນອກຈາກນັ້ນ, ຍັງມີ ຜະລິດຕະພັນກະສິກຳ ແລະ ກະສິກຳປຸງແຕ່ງ ເຊັ່ນ: ກາເຟສຳເລັດຮູບ, ຊາ, ເຂົ້າ, ໄມ້ເກດສະໜາ ແລະ ອື່ນໆ ມີມູນຄ່າປະມານ 25.000 ໂດລາ ແລະ ສາມາດຂາຍສິນຄ້າຕົວຢ່າງໄດ້ປະມານ 15.000 ໂດລາ ຊຶ່ງລວມມີ ຜະລິດຕະພັນຫັດຖະກໍາຜ້າໄໝ, ແຜ່ນແພ, ເຄື່ອງທີ່ລະລຶກ, ຜະລິດຕະພັນກາເຟດາວເຮືອງ ເຊັ່ນ: ໝາກໄມ້ອົບແຫ້ງ ແລະ ກາເຟສຳເລັດຮູບ, ໄມ້ເກດສະໜາ ແລະ ອື່ນໆ. ນອກຈາກນັ້ນ ຕະຫຼອດໄລຍະຂອງງານ ຍັງໄດ້ຮັບການສັ່ງຊື້ໄມ້ເກດສະໜາ ຈາກຜູ້ຊື້ທີ່ນະຄອນດູໄບ ຈຳນວນ 280.000 ໂດລາ.

3   4

                  ສຳລັບທິດທາງແຜນການໃນຕໍ່ໜ້າ ເພື່ອເປັນຍົກສູງບົດບາດການນຳພາຂອງພັກ-ລັດຈະໄດ້ສືບຕໍ່ກະກຽມເຂົ້າຮ່ວມງານວາງສະແດງໂລກ   EXPO 2025 Osaka ຊຶ່ງມີແຜນຈະຈັດຂຶ້ນ ໃນລະຫວ່າງວັນທີ 13 ເມສາ ຫາ 13 ຕຸລາ 2025 ຢູ່ໂອຊາກາ ປະເທດຍີ່ປຸ່ນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍ, ກອງເລຂາຈະສືບຕໍ່ປະສານກັບເຈົ້າພາບງານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໂດຍສະເພາະຕ້ອງໄດ້ກະກຽມຈັດກອງປະຊຸມ ຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລືຊຸກຍູ້ສົ່ງເສີມ ແລະ ລະດົມແນວຄວາມຄິດ ໃນການເຂົ້າຮ່ວມງານວາງສະແດງດັ່ງກ່າວ. ປັດຈຸບັດ ໄດ້ມີຄະນະຮັບຜິດຊອບຊີ້ນໍາລະດັບຊາດ, ແຕ່ງຕັ້ງຜູ້ຕາງໜ້າລັດຖະບານ, ຄະນະກອງເລຂາປະສານງານ, ງົບປະມານໃຊ້ຈ່າຍ, ການລະດົມການສະໜັບສະໜູນ ແລະ ຮ່ວມມືດ້ານຕ່າງໆ ຈາກບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ໜ້າວຽກອື່ນໆ ໃຫ້ທ່ວງທັນຕາມການກໍານົດຂອງປະເທດເຈົ້າພາບ.

ຂ່າວ: ເພັດປະກາຍ ສີສົມບູນ

ພາບ: ກົມສົງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ