ສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດ ແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ
By theu vaenvongsod On 26 Oct, 2023 At 02:27 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp Image 2023-10-26 at 11.59.48 (2)

      ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດ ຂອງແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໃນວັນທີ 24 – 26 ຕຸລາ 2023 ທີ່ ຫ້ອງປະຊຸມສະພາ, ແຂວງ ຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເຢມິນ ຕັນ ເຈົ້າໜ້າທີ່ອາວຸໂສອົງການຊັບສິນທາງປັນຍາໂລກ ແລະ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຫຼວງພະບາງ.

WhatsApp Image 2023-10-26 at 11.59.47

        ໃນກອງປະຊຸມຄັ້ງນີ້, ຍັງມີນັກສໍາມະນາກອນຊ່ຽວຊານ ວຽກງານຖິ່ນກຳເນີດຈາກປະເທດ ອີຕາລີ ທ່ານ ຟລາວີໂອ ອິນໂນເຊັນຊີ, ນັກສຳມະນາກອນກົມຊັບສິນທາງປັນຍາ ທ່ານ ເຈວະລາ ວົງທອງຈິດ ຮອງຫົວໜ້າພະແນກ ເຄື່ອງໝາຍການຄ້າ ແລະ ຖິ່ນກຳເນີດ ແລະ ພະນັກງານວິຊາການຈາກກົມຊັບສິນທາງປັນຍາ. ນອກນັ້ນຍັງມີຊ່ຽວຊານຖິ່ນກໍາເນີດ ແລະ ນັກສໍາມະນາກອນຈາກຜະລິດຜ້າໄໝຖິ່ນກຳເນີດ ຂອງ ແຂວງຫົວພັນ ແລະ ແຂວງ ຫຼວງພະບາງ, ພ້ອມດ້ວຍຜູ້ປະກອບການພາຍໃນແຂວງ ຫຼວງພະບາງ ເຂົ້າຮ່ວມລວມທັງໝົດ ຸ53 ທ່ານ .WhatsApp Image 2023-10-26 at 11.59.48
       ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຂີດຄວາມສາມາດໃນການສ້າງລະບົບຄຸ້ມຄອງ ແລະ ຄວບຄຸມການຢັ້ງຢືນຖິ່ນກໍາເນີດ ແລະ ວິທີການຄຸ້ມຄອງທີ່ດີຂອງສະມາຄົມຖິ່ນກໍາເນີດ, ຍຸດທະສາດການຕະຫຼາດ, ທ່າແຮງການຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜະລິດຕະພັນຜ້າໄໝຖິ່ນກຳເນີດຂອງແຂວງ ໂດຍຕິດພັນກັບການທ່ອງທ່ຽວຂອງທັງສອງແຂວງ. ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ແລະ ຜູ້ຜະລິດຜ້າໄໝມີຄວາມຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ໂດຍສະເພາະການຄຸ້ມຄອງຄຸນນະພາບ ແລະ ການຕະຫຼາດຂອງຜູ້ຜະລິດຕະພັນຜ້າໄໝຖິ່ນກຳເນີດ ເພື່ອສົ່ງເສີມການເຂົ້າເຖິງຕະຫຼາດໃຫ້ຫຼາຍຂື້ນ.WhatsApp Image 2023-10-26 at 11.59.49

       ຄືດັ່ງບັນດາທ່ານຮູ້ນຳກັນແລ້ວວ່າ ຜ້າໄໝຖິ່ນກຳເນີດຂອງ ແຂວງຫົວພັນ ແລະ ແຂວງ ຫຼວງພະບາງ ໄດ້ຮັບໃບຢັ້ງຢືນການຈົດທະບຽນໃນປີ 2020 ທີ່ຜ່ານມາ, ຄວາມສຳຄັນໃນການຈົດທະບຽນປົກປ້ອງຖິ່ນກໍາເນີດ ກໍແມ່ນເພື່ອປົກປ້ອງຊື່ສຽງ ຂອງຜະລິດຕະພັນດັ່ງກ່າວ ທັງເປັນການປົກປ້ອງພູມປັນຍາທ້ອງຖິ່ນແບບດັ້ງເດີມທີ່ເປັນມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນ ທີ່ເປັນໜ້າສົນໃຈ ແລະ ທັງເປັນອາຊີບຫຼັກ ທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນທັງສອງແຂວງ, ຊຶ່ງການຈົດທະບຽນຖິ່ນກໍາເນີດຄັ້ງນີ້, ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກກະລັກຂອງຜ້າໄໝຫົວພັນໄວ້ ເນື່ອງຈາກວ່າຫຼັງຈາກການຈົດທະບຽນຈະມີການກວດກາທຸກຂັ້ນຕອນການຜະລິດ ຢ່າງເປັນລະບົບຄົບຊຸດ ພ້ອມທັງມີການຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະ. ນອກຈາກນັ້ນ ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຕ້ອງຜ່ານການກວດກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ຜ້າໄໝຫົວພັນທີ່ຈະວາງຈໍາໜ່າຍໃນທ້ອງຕະຫຼາດພາຍໃນແຂວງ ແລະ ສົ່ງອອກໄປຈຳໜ່າຍຢູ່ທີ່ຕ່າງປະເທດ.WhatsApp Image 2023-10-26 at 11.59.48 (1)

        ຍ້ອນເຫັນເຖິງຄວາມໝາຍຄວາມສໍາຄັນດັ່ງກ່າວນີ້, ກົມຊັບສິນທາງປັນຍາ ຈຶ່ງໄດ້ຮ່ວມມືກັບອົງການຊັບສິນທາງປັນຍາໂລກ ຈັດຕັ້ງປະຕິບັດໂຄງການນີ້ຂຶ້ນເພື່ອເປັນການຊອກຫາວິທີການຊຸກຍູ້ ແລະ ສົ່ງເສີມໃນການສ້າງຂີດຄວາມສາມາດ ໃນການສ້າງລະບົບຄຸ້ມຄອງ ແລະ ຄວບຄຸມການຢັ້ງຢືນຖິ່ນກໍາເນີດ ແລະ ວິທີການຄຸ້ມຄອງທີ່ດີ ຂອງສະມາຄົມຖິ່ນກໍາເນີດ, ຍຸດທະສາດການຕະຫຼາດ, ທ່າແຮງການຕະຫຼາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຜະລິດຕະພັນຜ້າໄໝຖິ່ນກຳເນີດ ຂອງສອງແຂວງ ພ້ອມທັງສາມາດເພີ່ມມູນຄ່າ ຂອງສິນຄ້າໃຫ້ເປັນທີ່ຮູ້ຈັກ ແລະ ນໍາໃຊ້ຊັບສິນທາງປັນຍາ ໂດຍສະເພາະຖິ່ນກໍາເນີດເພື່ອຕໍ່ຍອດໃນການຂະຫຍາຍທຸລະກິດ ຂອງກູ່ມຜູ້ຜະລິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ.

WhatsApp Image 2023-10-26 at 11.59.50 (1)

ແຫລ່ງຂ່າວ: ກົມຊັບສິນທາງປັນຍາ ກະຊວງ ອຄ

ໂພດສ໌ໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ