ຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມເວທີປາໄສ ການຮ່ວມມືດ້ານມາດຕະຖານ ອາຊຽນ-ຈີນ ຄັ້່ງທີ 3, ທີ່ ສປປ ຈີນ
By ໄພວັນ On 25 Oct, 2023 At 05:07 PM | Categorized As ຂ່າວສຳຄັນ | With 0 Comments

IMG_01

ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ, ປະທານສະພາມາດຕະຖານແຫ່ງຊາດ, ກະຊວງອຸດສະກຳ ແລະ ການຄ້າ ພ້ອມດ້ວຍຄະນະມີ ກົມມາດຕະຖານ ແລະ ວັດແທກ, ສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ກົມທາງລົດໄຟ  ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສ ການຮ່ວມມືດ້ານມາດຕະຖານ ອາຊຽນ-ຈີນ ຄັ້່ງທີ 3 ແລະ ພົບປະສອງຝ່າຍ ລະຫວ່າງ ສະພາມາດຕະຖານແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ຄະນະບໍລິຫານຄຸ້ມຄອງລະບຽບການດ້ານການຕະຫຼາດ ແລະ ມາດຕະຖານ ແຫ່ງ ສປ ຈິນ, ໃນວັນທີ 12 ຕຸລາ 2023 ຜ່ານມາ ທີ່ ສປ ຈີນ, ຜູ້ເຂົ້າຮ່ວມຈາກ ສປປ ລາວ ແລະ ສປ ຈີນ ລວມທັງໝົດ 20 ທ່ານ

IMG_06

ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມເວທີສົນທະນາ ການຮ່ວມມື ອາ ຊຽນ-ຈີນ ພາຍໃຕ້ຫົວຂໍ້ “ມາດຕະຖານຊ່ວຍເພີ່ມການເຊື່ອມຕໍ່ຕາມແລວທາງໜື່ງເສັ້ນທາງເພື່ອນຳໄປສູ່ການພັດທະ ນາອຸດສາຫະກຳ ເພື່ອຜົນປະໂຫຍດຮ່ວມກັນ” ເຊີ່ງແນ່ໃສ່ການແລກປ່ຽນຂໍ້ມູນດ້ານມາດຕະຖານຂອງແຕ່ລະປະເທດສະມາຊິກອາຊຽນ, ລົງເລີກການຮ່ວມກັນສ້າງປະຊາຄົມອາຊຽນໂດຍຜ່ານມາດຕະຖານ ແລະ ປະກອບສ່ວນເຂົ້າໃນການພັດທະນາ ແລະ ຮັບຜົນປະໂຫຍດຮ່ວມກັນຂອງອາຊຽນ-ຈີນ.

ນອກຈາກນີ້ ຄະນະຜູ້ແນຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເພື່ອປຶກສາຫາລື ຄວາມເປັນໄປໄດ້ໃນການເພີ່ມທະວີການຮ່ວມມືດ້ານມາດຕະຖານ ເພື່ອໃຫ້ເກີດຜົນປະໂຫຍດສຸງສຸດ ລະຫວ່າງສອງປະເທດ ໂດຍສະເພາະແມ່ນການກະຕຸກຊຸກຍູ້ໃຫ້ເສດຖະກິດການຄ້າ ລະ ຫວ່າງ ສປປ ລາວ ແລະ ສປ ຈີນ ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງຍັງເປັນການຊຸກຍູ້ໃຫ້ຜະລິດຕະພັນລາວມີປະສິດທິພາບ ແລະ ສາມາດແຂ່ງຂັນໄດ້ທັງພາກພື້ນ ແລະ ສາກົນ. ຊຶ່ງກອງປະຊຸມເຫັນດີ ຮ່ວມສ້າງ ແລະ ເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະພາມາດ ຕະຖານແຫ່ງຊາດລາວ ແລະ ຄະນະບໍລິຫານ ມາດຕະຖານ ແຫ່ງ ສປ ຈີນ ໃນການຮ່ວມມືດ້ານມາດຕະຖານ ເຊັ່ນ: ການແລກປ່ຽນຂໍ້ມູນຂ່າວສານ, ການສ້າງຄວາມອາດສາ ມາດໃຫ້ແກ່ພະນັກງານຝ່າຍລາວ ເພື່ອສ້າງຄວາມເຂັ້ມແຂງ ໃນການພັດທະນາຂົງເຂດມາດຕະຖານແຫ່ງຊາດ.

IMG_05

ຄະນະຜູ້ແທນຂອງ ສປປ ລາວ ເຫັນດີ ນຳໄປພິຈາລະນາ ແລະ ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງໃນການເຂົ້າຮ່ວມໃນຄະນະກຳມະການ ແລະ ສະໜັບສະໜູນຝ່າຍ ສປ ຈີນ ໃນການສ້າງໜ່ວຍງານມາດຕະຖານສາກົນ (ISO/TC) ດ້ານການຄຸ້ມຄອງມໍລະດົກທາງດ້ານວັດທະນະທໍາ; ສະໜັບສະໜຸນ ແລະ ເຂົ້າຮ່ວມໂຄງການສ້າງຄວາມເປັນມືອາຊີບຂອງໄວໜຸ່ມໃນລະດັບພາກພື້ນອາຊີ-ປາຊີຟິກ 2023; ສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານການພັດທະນາມາດຕະຖານທາງລົດໄຟ ເພື່ອໃຫ້ໄດ້ຕາມມາດຕະຖານພາກພື້ນ ແລະ ສາກົນ; ແລະ ເຫັນດີໃນການແລກປ່ຽນຂໍ້ມູນຂ່າວສານ, ຈັດຝຶກອົບຮົມ ແລະ ຮ່ວມສ້າງມາດຕະຖານເຕັກນິກດ້ານທາງລົດໄຟ ລະຫວ່າງ ກຸ່ມບໍລິສັດທາງລົດໄຟ ຈີນ ແລະ ສະຖາບັນໂຍທາທິການ ແລະ ຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ.

ຂໍ້ມູນຂ່າວ-ພາບ: ກົມມາດຕະຖານ ແລະ ວັດແທກ

ຮຽບຮຽງ/ລົງຂ່າວ: ທ ໄພວັນ ໂຄດວັນທາ ຂ່າວສານກະຊວງອຸດສາຫະກໍາ ແລະ ການຄ້າ

About -