ທ່ານ ລັດຖະມົນຕີ ກະຊວງ ອຄ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານປະທານກຳມະບານ ຂອງກຸ່ມບໍລິສັດພັດທະນາກະສິກຳ ຢຸນນານ ແຫ່ງ ສປ ຈີນ
By theu vaenvongsod On 25 Oct, 2023 At 03:31 PM | Categorized As ຂ່າວສຳຄັນ | With 0 Comments

 smart

        ຕອນເຊົ້າ ເວລາ 11:45 ໂມງ ຂອງວັນທີ 25 ຕຸລ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ HU LIANGBO ປະທານກຳມະບານ ຂອງກຸ່ມບໍລິສັດພັດທະນາກະສິກຳຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ, ກະສິກໍາປຸງແຕ່ງ ແລະ ການລົງທຶນຢູ່ລາວ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 18 ​ທ່ານ.smart        ໃນໂອກາດພົບປະຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການພົວພັນທີ່ດີ ຂອງສອງປະເທດ, ຊຶ່ງຈະເປັນໂອກາດທີ່ດີ ໃນການປຶກສາຫາລືການຮ່ວມມືຕໍ່ ສປປ ລາວ ໃນດ້ານກະສິກໍາ ລວມທັງການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ແລະ ການລົງທຶນ ຢູ່ລາວໃຫ້ຫຼາຍຂຶ້ນ; ທັງສອງ​ຝ່າຍ​ໄດ້ປຶກສາຫາລື ​ກ່ຽວ​ກັບການ​​ເສີມ​ຂະຫຍາຍ​ການ​ຮ່ວມ​ມືດ້ານການປຸງແຕ່ງກະສິກໍາ ເປັນຕົ້ນຢາງພາລາ, ສາລີ, ມັນຕົ້ນ, ຖົ່ວເຫຼືອງ; ຂະຫຍາຍເນື້ອທີ່ການປູກຝັງກະສິກໍາ ໂດຍສະເພາະການນໍາເຂົ້າແນວພັນທີ່ດີຂອງບໍລິສັດ ເພື່ອເພີ່ມສະມັດຕະພາບຂອງຜົນຜະລິດ; ການຊື້ກາເຟ ເປັນຕົ້ນການລົງທຶນກ່ຽວກັບກາເຟ ຈາກຟາມ ເຖິງ ໂຮງງານປຸງແຕ່ງ; ຄົ້ນຄວ້າຄວາມເປັນໄປໄດ້ໃນການຖືຫຸ້ນ ໃນລັດວິສາຫະກິດ ກາເຟດາວ; ໜັງສືສະເໜີມາດຕະຖານຢາງພາລາ ຂອງບໍລິສັດທີ່ໄດ້ປູກ ແລະ ປຸງແຕ່ງເພື່ອສົ່ງອອກໄປ ຈີນ, ແຜນສ້າງໂຮງງານຜະລິດຫົວອາຫານຢູ່ລາວ, ສາງຮອງຮັບສິນຄ້າກະສິກໍາເພື່ອສົ່ງອອກ ຕາມແລວທາງລົດໄຟລາວ-ຈີນ ແລະ ອື່ນໆ ພ້ອມທັງຊອກຫາວິທີການຮ່ວມທຸລະກິດນຳກັນ ໃຫ້ນັບມື້ນັບເພີ່ມຂຶ້ນ.

smart

      ທ່ານ HU LIANGBO ສະແດງຄວາມຂອບໃຈ ທີ່ທ່ານລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບ ແລະ ການແລກປ່ຽນຄໍາຄິດເຫັນທີ່ດີ ຊຶ່ງເຫັນໄດ້ສະຖານະພາບການພັດທະນາຂອງປະເທດລາວ, ພ້ອມທັງສະເໜີ ຂໍການສະໜັບສະໜູນຈາກລັດຖະບານລາວ, ການເຊື້ອເຊີນທ່ານລັດຖະມົນຕີ ພ້ອມຄະນະ ໄປຢ້ຽມຢາມກຸ່ມບໍລິສັດໃນເວລາທີ່ເໝາະສົມ ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື ​ໃນວຽກງານຫຼາຍດ້ານ ລະຫວ່າງ ສປປ ລາວ – ຈີນ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ.

?????

ຕອນທ້າຍ ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຫວັງວ່າໃນຕໍ່ໜ້າທາງກຸ່ມບໍລິສັດຈະລົງທຶນໃນດ້ານກະສິກໍາປຸງແຕ່ງໃນລາວເພີ່ມຂຶ້ນ ຊຶ່ງລັດຖະບານລາວໄດ້ຖືເປັນບູລິມະສິດໃນການພັດທະນາສິນຄ້າຂອງລາວ ເພື່ອສົ່ງອອກ, ພ້ອມທັງອວຍພອນໄຊ ຕໍ່ທ່ານ HU LIANGBO ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຊີວິດຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານໃນໄລຍະມາເຄື່ອນໄຫວວຽກງານຢູ່ ສປປ ລາວ.

smart

smart

ພາບ-ຂ່າວ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ