ພິທີເຊັນສັນຍາສະໜອງທຶນ
By ໄພວັນ On 21 Oct, 2023 At 03:23 PM | Categorized As ຂ່າວສຳຄັນ | With 0 Comments

IMG_0267

ໃນວັນທີ 20 ຕຸລາ 2023, ທີ່ສູນການຄ້າຈອມມະນີ ເຊັນເຕີ (ງານມະຫະກໍາຕະຫຼາດນັດສິນຄ້າ), ກອງທຶນສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີເຊັນສັນຍາສະໜອງທຶນ ກັບທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ຂອງ ທສວ ເພື່ອນໍາໄປສະໜອງສິນເຊື່ອ ໃຫ້ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ໂດຍປະກອບມີ 3 ບ້ວງເງິນ ຄື:

1). ບ້ວງເງິນປະກອບທຶນ ຂອງລັດຖະບານໃຫ້ ທສວ ສໍາລັບ 6 ເດືອນຕົ້ນປີ 2023 ລວມມູນຄ່າ 106,26 ຕື້ກີບ ຊຶ່ງ ທສວ ໄດ້ສະໜອງໃຫ້ 06 ທະນາຄານທຸລະກິດຄື: ທະນາຄານພັດທະນາລາວ ຈໍານວນ 20 ຕື້ກີບ, ທະນາຄານໄຊງ່ອນເທຶອງຕິ່ນ ລາວ ຈໍານວນ 26 ຕື້ກີບ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 10 ຕື້ກີບ, ທະນາຄານມາຣູຮານເຈແປນລາວ ຈໍານວນ 10 ຕື້ກັບ, ທະນາຄານຫວຽດຕິນ ຈໍານວນ 10 ຕື້ກັບ, ທະນາຄານການຄ້າຕ່າງປະເທດລາວ ຈໍໍານວນ 30,26 ຕື້ກີບ.

2). ບ້ວງເງິນໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຊຶ່ງໄດ້ສະໜອງໃຫ້ ທະນາຄານໄຊງ່ອນເທຶອງຕິ່ນ ລາວ ຈໍານວນ 40,67 ຕື້ກີບ.

3). ບ້ວງເງິນສະສົມ ທສວ ປະຈໍາປີ 2023 ລວມມູນຄ່າ 5,07 ຕື້ກີບ ຊຶ່ງໄດ້ສະໜອງໃຫ້ 06 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ປະຕູຄໍາ ຈໍານວນ 1 ຕື້ກີບ, ສະຖາບັນການເງິນຈຸລະພາກທີບໍ່ຮັບເງິນຝາກ (ສກຈບ) ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ຈໍານວນ 500 ລ້ານກີບ, ສກຈບ ໄຊອຸດົມ ຈໍານວນ 1 ຕື້ກີບ, ສກຈຮ ສະເຫຼີມສຸກ ຈໍານວນ 1 ຕື້ກີບ ແລະ ສກຈບ ໄຊຍະວົງແສງ (ຄູ່ຮ່ວມມືໃໝ່) ຈໍານວນ 500 ລ້ານກີບ.

IMG_0090

ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເຊັນສັນຍາສະໜອງທຶນ ຄັ້ງນີ້ ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ມີຜູ້ເຂົ້າຮ່ວມເປັນສັກຂີພະຍານລວມທັງໝົດ ຈໍານວນ 130 ທ່ານ ຄື: ສະມາຊິກສະພາບໍລິຫານ ທສວ, ຕາງໜ້າຈາກສະພາຫ່ງຊາດ, ບັນດາກະຊວງກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ບັນດາສະມາຄົມທຸລະກິດ.

IMG_0002

ທ່ານປະທານໄດກ່າວໃນພິທີວ່າ: ການສະໜອງທຶນໃນຄັ້ງນີ້ເພື່ອ້ປັນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ເປັນຕົ້ນແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດມາດຕະການສົ່ງເສີມພາຍໃນ ຊຶ່ງໃນບ້ວງເງິນທຶນປະກອບທຶນຂອງລັດຖະບານ ປະຈໍາ 06 ເດືອນຕົ້ນປີ 2023 ກໍໄດ້ເນັ້ນໃສ່ການເພີ່ມທຶນໃຫ້ລູກຄ້າລາຍເກົ່າ ຂອງທະນາຄານທຸລະກິດ ທີ່ດໍາເນີນການຜະລິດສິນຄ້າ ປະເພດ ຊີ້ນ, ປາ, ໄຂ່ ແລະ ເຂົ້າ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.

ສໍາລັບ ຈນກ ຫົວໜ້າໃດທີ່ມີຄວາມສົນໃຈຢາກກູ້ເງິນບ້ວງດັ່ງກ່າວນີ້ ສາມາດປະສານກັບບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ກ່າວມາຂ້າເທິງນັ້ນໄດ້ໂດຍກົງ.

ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ຕາມທີ່ຢູ່ຂ້າງລຸ່ມນີ້:

ເບີໂທ (+856-21) 410 005
ເວັບໄຊ: www.laosmefund.org/
Facebook: www.facebook.com/SmePromotionFund/
YouTube: SME Promotion Fund
Application: Lao SME Fund
Tiktok: laosmepromotionfund

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ, ຂ່າວສານ ກະຊວງອຸດສາຫະກໍາ ແລະ ການຄ້າ

About -