ກອງປະຊຸມຫົວຂໍ້: “ການສ້າງຄວາມເຂັ້ມແຂງດ້ານການຄ້າເອເລັກໂຕຼນິກ ເພື່ອສົ່ງເສີມຮູບແບບການພົວພັນການຄ້າ ລະຫວ່າງ ທຸລະກິດ-ທຸລະກິດ ແລະ ທຸລະກິດ-ຜູ້ບໍລິໂພກ ພາຍໃຕ້ຂອບການຄ້າເສລີອາຊຽນ ແລະ ຮົງກົງ”
By theu vaenvongsod On 19 Oct, 2023 At 12:17 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2023-10-19 at 09.35.20

ກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການອາຊຽນ-ຮົງກົງ ອີໂກເທັກ (AHKFTA-ECOTECH) ຈາກກອງເລຂາອາຊຽນ, ນໍາສະເໜີກ່ຽວກັບຈຸດປະສົງ ຂອງໂຄງການກອງປະຊຸມສໍາມະນາດ້ານນະໂຍບາຍລະດັບພາກພື້ນຮ່ວມກັບ ບັນດາປະເທດອາຊຽນ ແລະ ຮົງກົງ, ສປ ຈີນພາຍໃຕ້ຂອບສັນຍາອາຊຽນ-ຮົງກົງ, ສປ ຈີນ ປີ2023, ການນໍາສະເໜີຜົນການຄົ້ນຄວ້າກ່ຽວກັບໂຄງການໄລຍະຜ່ານມາ; ນອກຈາກນັ້ນ, ຍັງມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນດ້ານວິຊາການຕໍ່ກັບທິດທາງ ແລະ ຮູບແບບການຄົ້ນຄວ້າຂອງໂຄງການປີ 2023.
WhatsApp Image 2023-10-19 at 09.35.19 (1)

ໃນວັນທີ 18 ຕຸລາ 2023, ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືການຮ່ວມມື ລະຫວ່າງ ສະຖາບັນຈາກອາຊຽນ ແລະ ຮົງກົງ, ສປ ຈີນ ພ້ອມທັງຜ່ານແຜນການຄົ້ນຄວ້າ ຫົວຂໍ້ ສ້າງຄວາມເຂັ້ມແຂງທາງດ້ານການຄ້າເອເລັກໂຕຣນິກໃນຮູບແບບທຸລະກິດກັບທຸລະກິດ ແລະ ທຸລະກິດກັບຜູ້ບໍລິໂພກ ພາຍໃຕ້ຂອບການຄ້າເສລີອາຊຽນ ແລະ ຮົງກົງ(Inception workshop on Strengthening E-commerce Cooperation to Promote Business to Business and Business to Consumers under AHKFTA: A Case Study of ASEAN Countries and Hong Kong Special Administrative Region of the People’s Republic of China”) ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ແລະ ຜ່ານລະບົບທາງໄກ. ກອງປະຊຸມໄດ້ຮັບກຽດເປັນປະທານ ແລະ ກ່າວເປີດໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຈາກກອງເລຂາອາຊຽນ ປະຈໍາປະເທດອິນໂດເນເຊຍ ແລະ ຄະນະຄົ້ນຄວ້າຈາກ 10 ປະເທດອາຊຽນ ໃນນີ້ສໍາລັບ ສປປ ລາວ ຕາງໜ້າແມ່ນນັກຄົ້ນຄວ້າຈາກສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ນັກຄົ້ນຄວ້າຈາກຮົງກົງ, ສປ ຈີນ ກໍເຂົ້າຮ່ວມໂດຍຜ່ານລະບົບອອນລາຍ. ນອກຈາກນີ້, ຍັງມີບັນດາກົມອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຕິດພັນກັບວຽກງານການຄ້າເອເລັກໂຕຣນິກ ເຂົ້າຮ່ວມທັງໝົດ 20 ທ່ານ.
WhatsApp Image 2023-10-19 at 09.35.18 (1)
       ກອງປະຊຸມແມ່ນໄດ້ປຶກສາຫາລືແລກປ່ຽນບົດຮຽນ, ຮູບແບບ ແລະ ວິທີການຄົ້ນຄວ້າ ໃນສົກປີ 2023 – 2024. ຜົນການຄົ້ນຄວ້າໃນໂຄງການນີ້ ຈະຖືກນໍາສະເໜີ ແລະ ເຜີຍແຜ່ທີ່ກອງປະຊຸມປຶກສາຫາລື ລະດັບພາກພື້ນດ້ານນະໂຍບາຍ (Regional Policy Dialogue) ໃນກາງປີ 2024.
WhatsApp Image 2023-10-19 at 09.35.18

        ທ່ານປະທານໄດ້ກ່າວວ່າ : ການເຂົ້້າຮວ່ມກອງປະຊຸມປຶກສາຫາລືໃນຫົວຂໍ້ນີ້ມີຄວາມສຳຄັນທີ່ສຸດ, ບໍ່ພຽງແຕ່ສຳລັບປະຊາຄົມທຸລະກິດທີ່ນອນຢູ່ໃນບັນດາປະເທດອາຊຽນ ແລະ ເຂດບໍລິຫານພິເສດຮົງກົງເທົ່ານັ້ນ ແຕ່ຍັງຈະຊ່ວຍໃຫ້ວຽກງານ ສົ່ງເສີມການຄ້າເອເລັກໂຕຼນິກ (e-commerce) ໃນຂອບຮ່ວມມືອາຊຽນ-ຮົງກົງ, ສປ ຈີນ ໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວໃນອະນາຄົດ. ຫົວຂໍ້ຂອງການຮ່ວມມືດ້ານການຄ້າເອເລັກໂຕຼນິກໃນຄັ້ງນີ້ ຍັງຖືເປັນບາດກ້າວທີ່ສໍາຄັນ ອັນປະກອບສ່ວນຕໍ່ວຽກງານຊຸກຍູ້ສົ່ງເສີມການຄ້າເອເລັກໂຕຼນິກຂອງອາຊຽນ ແລະ ຜົນຂອງການສົນທະນາຂອງພວກເຮົາໃນມື້ນີ້ ແນ່ນອນຈະປູທາງໄປສູ່ການຮ່ວມມືທີ່ເລິກເຊິ່ງກວ່າເກົ່າ ແລະ ສ້າງຂອບເຂດໃໝ່ທາງດ້ານການຄ້າ ແລະ ການລົງທຶນຂອງພາກພື້ນເວົ້້າລວມ ເວົ້າສະເພາະແມ່ນຢູ່ບັນດາປະເທດສະມາຊິກອາຊຽນ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.
WhatsApp Image 2023-10-19 at 09.35.19

 ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ ກຊ ອຄ

ໂພສ໌ໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຊ ອຄ