ສະເຫຼີມສະຫຼອງວັນມາດຕະຖານໂລກຄົບຮອບ 76 ປີ
By ໄພວັນ On 16 Oct, 2023 At 05:09 PM | Categorized As ຂ່າວສຳຄັນ | With 0 Comments

IMG_0009

ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນມາດຕະຖານໂລກ 14 ຕຸລາ 2023 ຄົບ 76 ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ,  ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກົມ, ຫ້ອງການ ແລະ ສະຖາບັນພາຍໃນກະຊວງ ເຂົ້າຮ່ວມ.

ຈຸດປະສົງຂອງການສະເຫຼີມສະຫຼອງ ວັນມາດຕະຖານໂລກ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍເພື່ອພັດທະນາວຽກງານມາດຕະຖານ ໃຫ້ຊຸກຍູ້ສົ່ງເສີມການຄ້າ, ການຜະລິດອຸດສາຫະກຳ, ລວມທັງການນໍາໃຊ້ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ໃຫ້ກາຍເປັນການພັດທະນາແບບຍືນຍົງຢ່າງແທ້ຈິງ. ນອກນັ້ນ, ການຢັ້ງຢືນຮັບຮອງເອົາມາດຕະຖານ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ການສ້າງຄວາມຍຸດຕິທຳໃນສັງຄົມ.

ເພື່ອເປັນຂໍ້ມູນໃຫ້ແກ່ບັນດາທ່ານ, ອົງການມາດຕະຖານໂລກ ໄດ້ສ້າງຂື້ນ ໃນປີ 1947 ໃນປະຈຸບັນມີບັນດາປະເທດສະມາຊິກທັງໝົດ 169 ປະເທດ ມີຫ້ອງການສໍານັັກງານໃຫ່ຍກອງເລຂາປະຈຳຢູ່ເມືອງເຈນິວາ, ປະເທດສະວິດເຊີແລນ ມີໜ້າທີ່ໃນການສ້າງ ແລະ ຄຸ້ມຄອງມາດຕະຖານສາກົນ ແນໃສ່ເພື່ອຊຸກຍູ້,​ ສົ່ງເສີມການຈັດຕັ້ງປະຕິບັດມາດຕະຖານສາກົນໃຫ້ແກ່ບັນດາຜູ້ປະກອບການຕ່າງໆ ແລະ ການນຳໃຊ້ມາດຕະຖານສາກົນດັ່ງກ່າວ ໃຫ້ສ່ອດຄອງຕາມລະບຽບການຂອງອົງການການຄ້າໂລກ, ເປັນຕົ້ນການປະຕິບັດສັນຍາ ກ່ຽວກັບສິ່ງກິດຂວາງທາງດ້ານເຕັກນິກຕໍ່ການຄ້າ (WTO/TBT Agreement). ສປປ ລາວ ໄດ້ລົງນາມເຂົ້າເປັນສະມາຊິກຜູ້ສັງເກດການຂອງອົງການມາດຕະຖານສາກົນ ເລີ່ມແຕ່ເດືອນ ມັງກອນ 2007 ແລະ ໄດ້ເລື່ອນເຂົ້າເປັນສະມາຊິກເຄີ່ງສົມບູນ ຫຼື correspondence member ໃນຕົ້ນ ປີ 2017 ນີ້ເປັນຕົ້ນມາ ພ້ອມທັງມີການເຄື່ອນໄຫວ ແລະ ຮ່ວມກິດຈະກຳຕ່າງໆ ໂດຍສະເພາະການສະເຫຼີມສະຫຼອງວັນມາດຕະຖານໂລກທຸກໆປີ ຄືວັນທີ 14 ຕຸລາ ທີ່ອົງການດັ່ງກ່າວໄດ້ກຳນົດເປັນວັນມາດຕະຖານໂລກ, ​ໃນປີນີ້ແມ່ນ ຄົບຮອບ 76 ປີ ແລະ ເປັນປີທີ 16 ຂອງ ສປປ ລາວ ເຂົ້າເປັນສະມາຊິກອີກດ້ວຍ.

IMG_0050

ໃນປີ 2023 ນີ້. ສປປ ລາວ ໃນນາມເປັນສະມາຊິກເຄິ່ງສົມບູນ (correspondence member) ຂອງອົງການມາດຕະຖານສາກົນ (ISO) ພ້ອມດ້ວຍບັນດາປະເທດທົ່ວໂລກ ພ້ອມກັນສະເຫຼີມສະຫຼອງວັນມາດຕະຖານໂລກ ໃນວັນທີ 14 ຕຸລາ ພາຍໃຕ້ຄໍາຂວັນ ທີ່ວ່າ:“ວິໄສທັດຮ່ວມກັນ ເພື່ອໂລກທີ່ດີຂື້ນ(SHARED VISION FOR A BETTER WORLD), ເຊິ່ງມີີຄວາມໝາຍສໍາຄັນ ທີ່ເຮັດໃຫ້ພວກເຮົາຮູ້ວ່າ ການນໍາໃຊ້ມາດຕະຖານສາກົນ ກາຍເປັນສ່ວນປະກອບໜຶ່ງ ຂອງເປົ້າໝາຍການພັດທະນາແບບຍືນຍົງ ທີ3(The Sustainable Development Goals–SDG3) ເປົ້າໝາຍດັ່ງກ່າວແມ່ນການປິ່ນປົວສຸຂະພາບທີ່ສາມາດເຂົ້າເຖິງໄດ້ ແລະ ປອດໄພ ສຳລັບທຸກຄົນ. ເຊິ່ງມີຈຸດປະສົງເພື່ອຮັບປະກັນຊີວິດຂອງຄົນໃຫ້ມີສຸຂະພາບທີ່ດີ ແລະ ສົ່ງເສີມສະຫວັດດີການທີ່ດີສໍາລັບທຸກຄົນໃນທຸກໄວ. ປັດຈຸບັນທົ່ວໂລກໄດ້ມີການຮັບຮອງເອົາເຕັກໂນໂລຊີສຸຂະພາບດິຈິຕອນ, ການຄົ້ນຄວ້າ, ການພັດທະນາ, ການຜະລິດ, ບໍາລຸງຮັກສາອຸປະກອນ, ລະບົບການປິ່ນປົວສຸຂະພາບ, ອຸປະກອນທາງການແພດທີ່ເຊື່ອຖືໄດ້, ການບໍລິການດ້ານສຸຂະພາບ ແລະ ລະບົບຕ່າງໆແມ່ນສາມາດເຂົ້າເຖິງໄດ້ໃນຂອບເຂດກ້ວາງຂວາງຂອງທຸກຄົນໃນທົ່ວໂລກ. ໃນຂະນະທີ່ເຕັກໂນໂລຊີດ້ານສຸຂະພາບດິຈິຕອນມີການພັດທະນາຂຶ້ນ, ມາດຕະຖານ IEC, ISO ແລະ ITU ໄດ້ຊ່ວຍໃຫ້ລະບົບດັ່ງກ່າວມີຄວາມປອດໄພ ແລະ ຮັບປະກັນຄຸນນະພາບຊີວິດຂອງຄົນເຈັບ. ສະນັ້ນ, ອົງການມາດຕະຖານແຫ່ງຊາດໃນທົ່ວໂລກ ຈະຕ້ອງໄດ້ຮ່ວມກັນຈັດຕັ້ງປະຕິບັດວາລະຂອງສະຫະປະຊາຊາດ 2030, ດ້ວຍມາດຕະຖານສໍາລັບການພັດທະນາແບບຍືນຍົງ ແລະ ຄຳຂວັນ “ວິໄສທັດຮ່ວມກັນ ເພື່ອໂລກທີ່ດີຂື້ນ”.

IMG_0062

ປະຈຸບັນນີ້ ວຽກງານມາດຕະຖານ ຂອງ ສປປ ລາວ ເຮົາໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວ ສາມາດສ້າງໄດ້ບັນດາ ນິຕິກຳໃນການຄຸ້ມຄອງ, ​ພັດທະນາ ແລະ ບໍລິການວຽກງານມາດຕະຖານ ກໍຄື ການສ້າງກົດໝາຍ, ດຳລັດ, ບັນດານິຕິກໍາ ລຸ່ມກົດໝາຍ ແລະ ບັນດາມາດຕະຖານແຫ່ງຊາດ ສຳລັບຜະລິດຕະພັນໃນຂົງເຂດຕ່າງໆ ເພື່ອໃຫ້ສອດຄ່ອງກັບລະບຽບການ ຂອງອົງການການຄ້າໂລກ. ອັນພົ້ນເດັ່ນແມ່ນ ໄດ້ຮັບຮອງເອົາມາດຕະຖານ ສາກົນ (ISO & IEC) ມາເປັນມາດຕະຖານແຫ່ງຊາດໄດ້ ຈໍານວນ 574 ມາດຕະຖານ ແລະ ມາດຕະຖານທີ່ສ້າງເອງ ໄດ້ຈຳນວນ 42 ມາດຕະຖານ, ເຊິ່ງໄດ້ກາຍເປັນມາດຕະຖານແຫ່ງຊາດລາວ ທີ່ປະກາດໃຊ້ຢ່າງເປັນທາງການລວມ 616 ມາດຕະຖານ ແລະ ຍັງໄດ້ປະກາດໃຊ້ມາດຕະຖານແບບບັງຄັບໃນ ຂົງເຂດໄຟຟ້າເອເລັກໂຕຼນິກ, ຂົງເຂດວັດສະດຸການກໍ່ສ້າງ ແລະ ຂົງເຂດນໍ້າມັນເຊື້ອໄຟ ແລະ ອາຍແກັສ ລວມຈໍານວນ 119 ມາດຕະຖານ. ນອກຈາກນີ້, ໄດ້ອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ ບໍລິສັດ, ເປັນທີ່ປຶກສາໃຫ້ແກ່ບໍລິສັດໃນການຢັ້ງຢືນລະບົບມາດຕະຖານສາກົນ ISO/IEC, ໄດ້ຮັບການຢັ້ງຢືນການຄຸ້ມຄອງບໍລິຫານຫ້ອງທົດລອງ (ISO/IEC 17025) ໃຫ້ແກ່ 3 ຫ້ອງທົດລອງ ຄື: ຫ້ອງທົດລອງ ໄຟຟ້າ, ຫ້ອງທົດລອງ ນໍ້າໜັກ ແລະ ຫ້ອງທົດລອງ ອຸນຫະພູມ. ພ້ອມນີ້, ຍັງໄດ້ສ້າງຫ້ອງທົດລອງ,​ ສ້າງລະບົບ ການປະຕິບັດວຽກງານກວດກາ ແລະ ການຢັ້ງຢືນຄຸນນະພາບ ຜະລິດຕະພັນ ແລະ ສິນຄ້າ,​ ເປັນຕົ້ນແມ່ນ: ການອອກໃບຢັ້ງຢືນຄຸນນະພາບ ອຸປະກອນພິເສດ, ອອກໃບຢັ້ງຢືນຄຸນນະພາບກວດສອບແບບບໍ່ທຳລາຍ, ສ້າງຕັ້ງ ແລະ ປະຕິບັດການກວດກາຄຸນນະພາບນໍ້າມັນເຊື້ອໄຟ ແລະ ອາຍແກັດ ຢູ່ຕາມ ແຕ່ລະດ່ານຊາຍແດນສາກົນ ໄດ້ທັງໝົດ 18 ດ່ານໃນຂອບເຂດທົ່ວປະເທດ.

                                                                   ຂ່າວ-ພາບ: ໄພວັນ ໂຄດວັນທາ ກົມ ຜຮ, ອຄ

About -