ພິທີປະກາດ ຍົກຍ້າຍ ແຕ່ງຕັ້ງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຜູ້ໃໝ່
By ໄພວັນ On 16 Oct, 2023 At 04:15 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

3

ໃນວັນທີ 12 ຕຸລາ 2023, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດພິທີ ປະກາດຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຜູ້ໃໝ່, ໂດຍການປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງແຂວງອັດຕະປື, ມີພະນັກງານ ການນໍາ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

4

ໃນພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງແຂວງອັດຕະປື ສະບັບເລກທີ 1328/ຈຂອປ, ລົງວັນທີ 11 ຕຸລາ 2023 ວ່າດ້ວຍການຍົກຍ້າຍ ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໄປເປັນຫົວໜ້າພະແນກພະລັງງານ ແລະ  ບໍ່ແຮ່  ຄົນໃໝ່ ແລະ ຂໍ້ຕົກລົງ ສະບັບເລກທີ 1330/ຈຂອປ, ລົງວັນທີ 11 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ສິດຕິໄຊ ສີລີໄຊ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຂື້ນເປັນຮັກສາການແທນຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຜູ້ໃໝ່.

8

ໃນພິທີຍັງໄດ້ເຊັນບົດບັນທຶກມອບຮັບໜ້າທີ່ໃໝ່ຢ່າງເປັນທາງການ ຕໍ່ໜ້າພາກສ່ວນກ່ຽວຂອງເຂົ້າຮ່ວມ, ໂອກາດນີ້ ຍັງໄດ້ຮັບຟັງການໂອລົມໃຫ້ທິດຊີນໍາຂອງທ່ານປະທານ ວ່າ: ການປະ ກາດ ແຕ່ງຕັ້ງ, ຍົກຍ້າຍ ຄັ້ງນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການ ແບບພາວະວິໃສຂອງຄວາມເປັນຈິງໃນຍຸກການປ່ຽນແປງໃໝ່ ເວົ້າລວມແລ້ວກໍເພື່ອຍົກສູງບົດບາດການນໍາພາ ຂອງຂະແໜງ ການໃຫ້ມີຜົນສໍາເລັດອັນໃໝ່, ພ້ອມນີ້ ທ່ານຍັງໄດ້ເນັ້ນ ໃຫ້ຜູ້ທີ່ຖືກແຕ່ງຕັ້ງ  ໃໝ່ ຄັ້ງນີ້ໃຫ້ສືບຕໍ່ຍົກບົດບາດການນໍາພາ, ເພີ່ມທະວີຄວາມສາມັກຄີໃນໝູ້ຄະນະໃຫ້ໜັກແໜ້ນ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ພ້ອມທັງສູ້ຊົນການນໍາພາໃຫ້ມີຜົນສໍາເລັດ.

ຂໍ້ມູນຂ່າວ ແລະ ພາບ: ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື

ຮຽບຮຽງລົງຂ່າວ: ໄພວັນ ໂຄດວັນທາ, ອະຊວງ ອຄ

About -