ສ້າງຄວາມເຂົ້າໃຈແຈ້ງໃຫ້ພາກລັດ-ທຸລະກິດ ກ່ຽວກັບການນໍາເຂົ້າ-ສົ່ງອອກ ຜ່ານແດນ ເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າ ຜ່ານທາງລົດໄຟລາວ-ຈີນ
By ໄພວັນ On 15 Oct, 2023 At 03:28 PM | Categorized As ຂ່າວສຳຄັນ | With 0 Comments

IMG_3

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເປີດກວ້າງເພື່ອເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ, ຈຸດປະສົງເພື່ອໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບການບໍລິການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ແລະ ແນໃສ່ເຮັດໃຫ້ການນຳເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າ ຜ່ານທາງລົດໄຟລາວ-ຈີນ ຫຼາຍຂຶ້ນ ແລະ ໝູນໃຊ້ສິ່ງອໍານວຍຄວາມສະດວກດັ່ງກ່າວ, ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນດ້ານການຄ້າ ຂອງ ສປປ ລາວ ກັບ ປະເທດເພື່ອນບ້ານ, ພາກພື້ນ ແລະ ສາກົນ. ກອງປະຊຸມຈັດຂື້ນໃນວັນທີ 13 ຕຸລາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງ ອຄ, ໂດຍການເປັນທານຂອງ ທ່ານ  ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ, ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີ ພາກລັດ ແລະ ທຸລະກິດຜູ້ປະກອບການ ເຂົ້າຮ່ວມ.

2 jpg

ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ໄດ້ກ່າວໃນກອງປະຊຸມວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງນອນໃນວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ແລະ ເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ.ລາວ. ສະນັ້ນ, ລັດຖະບານ ຈຶ່ງໄດ້ຕັດສິນໃຈໂຮມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຄະນະກໍາມະການຂົນສົ່ງແຫ່ງຊາດ ເຂົ້າເປັນຄະນະດຽວຕາມດໍາລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023 ໂດຍໃສ່ຊື່ວ່າ: “ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ” ແນໃສ່ເຮັດໃຫ້ກົນໄກການປະສານງານ ແລະ ການແກ້ໄຂບັນຫາຕ່າງໆ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສົມທົບກັນ ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດຂຶ້ນ ໃນວັນທີ 21 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຊຶ່ງໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂ ແລະ ເຜີຍແຜ່ສ້າງຄວາມເຂົ້າໃຈ ກ່ຽວກັບບັນຫາຕ່າງໆທີ່ໄດ້ຍົກຂຶ້ນໃນກອງປະຊຸມຄັ້ງກ່ອນ.

IMG_7

ປະທານ ໃຫ້ຮູ້ຕື່ມວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຍັງເປັນໜຶ່ງໃນບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຊຶ່ງລັດຖະບານໄດ້ມີທິດຊີ້ນໍາໃຫ້ຄະນະກໍາມະການ ຄົ້ນຄວ້າແກ້ໄຂບັນຫາທີ່ກ່ຽວຂ້ອງ ເພື່ອສ້າງຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ມີຄວາມວ່ອງໄວ ແລະ ຫຼຸດຜ່ອນການສິ້ນເປືອງໃຫ້ແກ່ພາກທຸລະກິດ. ເພື່ອຈະເຮັດໄດ້ແນວນັ້ນ, ຈະຕ້ອງໄດ້ມີການປັບປຸງຂັ້ນຂອດການບໍລິການຕ່າງໆຂອງພາກລັດ ແລະ ຜູ້ລົງທຶນ ຫຼື ຜູ້ພັດທະນາ (ທ່າບົກ, ລົດໄຟລາວ-ຈີນ ແລະ ອື່ນໆ) ໃຫ້ມີຄວາມສະດວກ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ ເພື່ອດຶງດູດການລົງທຶນ ແລະ ເງິນຕາຈາກຕ່າງປະເທດ ໃຫ້ຫຼາຍຂຶ້ນ ແລະ ເພື່ອປະກອບສ່ວນໃຫ້ ສປປ ລາວ ກາຍເປັນໃຈກາງບໍລິການດ້ານໂລຊິດສະຕິກ ຂອງພາກພື້ນ ໃນອານາຄົດ.

17

ກອງປະຊຸມຈະໄດ້ຮັບຟັງການລາຍງານສະພາບລວມ ແລະ ຜົນຂອງການເກັບກໍາຂໍ້ມູນ ກັບຂະແໜງການກ່ຽວຂ້ອງ ກ່ຽວກັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວຈີນ; ນໍາສະເໜີສັນຍາ, ລະບຽບການ ແລະ ນະໂຍບາຍກ່ຽວກັບການຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ; ແລະ ຂັ້ນຕອນ, ເອກະສານ, ຄ່າບໍລິການຈອງ ແລະ ການນໍາໃຊ້ຕູ້ຄອນເທນເນີ້ ເພື່ອຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ເຄື່ອນຍ້າຍ.

ປະທານກອງປະຊຸມ ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຮັບຟັງການນໍາສະເໜີ, ຮ່ວມຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີຄວາມເຂົ້າໃຈແຈ້ງ, ເປັນເອກະພາບກັນ ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບວຽກງານການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າ ຜ່ານທາງລົດໄຟລາວ-ຈີນ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ, ກະຊວງ ອຄ

About -