ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານຫົວໜ້າພະແນກການຄ້າ ແຂວງຢຸນນານ ແຫ່ງ ສປ ຈີນ
By theu vaenvongsod On 12 Oct, 2023 At 10:51 AM | Categorized As ຂ່າວສຳຄັນ | With 0 Comments

IMG_0013

ຕອນບ່າຍ ເວລາ 02:30 ໂມງ ຂອງວັນທີ 11 ຕຸລາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ ຫຼີ ເຊິນຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ ແລະ ການລົງທຶນຢູ່ລາວ, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 19 ​ທ່ານ.

IMG_0028

       ໃນໂອກາດພົບປະຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການພົວພັນທີ່ດີ ຂອງສອງປະເທດ, ໃນປີ 2024 ປະເທດລາວຈະເປັນປະທານຈັດກອງປະຊຸມອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ທັງເປັນປີເປີດການທ່ອງທ່ຽວລາວ ຊຶ່ງຈະເປັນໂອກາດທີ່ດີ ໃນການປຶກສາຫາລືການຮ່ວມມື, ການຊ່ວຍເຫຼືອຕໍ່ ສປປ ລາວ ໃນຫຼາຍຂະແໜງການ ລວມທັງການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ແລະ ການລົງທຶນ ຢູ່ລາວໃຫ້ຫຼາຍຂຶ້ນ; ທັງສອງ​ຝ່າຍ​ໄດ້ປຶກສາຫາລື ​ກ່ຽວ​ກັບການ​​ເສີມ​ຂະຫຍາຍ​ການ​ຮ່ວມ​ມືດ້ານການຄ້ານໍ້າມັນເຊື້ອໄຟ ລາວ-ຈີນ ໂດຍສະເພາະການສ້າງສາງຮອງຮັບນໍ້າມັນເຊື້ອໄຟ ຢູ່ລາວ, ການສົ່ງອອກງົວ-ຄວາຍ ໄປ ສປ ຈີນ, ການອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ ຜ່ານ​ທາງ​ລົດ​ໄຟ ລາວ- ຈີນ, ການແລກປ່ຽນບົດຮຽນການຄ້າອີເລັກໂຕນິກ (E-Commerce), ລະບົບການຄຸ້ມຄອງລາຄາສິນຄ້າ ຂອງຈີນ  ແລະ ອື່ນໆ ພ້ອມທັງຊອກຫາວິທີການຮ່ວມທຸລະກິດນຳກັນ ໃຫ້ນັບມື້ນັບເພີ່ມຂຶ້ນ.

IMG_0015

       ທ່ານ ຫຼີ ເຊິນຢາງ ສະແດງຄວາມຂອບໃຈ ທີ່ທ່ານຮອງລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບ ແລະ ການແລກປ່ຽນຄໍາຄິດເຫັນທີ່ດີ ຊຶ່ງເຫັນໄດ້ສະຖານະພາບການພັດທະນາຂອງປະເທດລາວ ທີ່ເຊື່ອມໂຍງກັບບັນດາປະເທດໃນພາກພື້ນ, ພ້ອມທັງສະເໜີ ການສ້າງກົນໄກການປະສານງານ ລະຫວ່າງ ພະແນກການຄ້າແຂວງຢຸນນານ ກັບ ກະຊວງ ອຄ ຂອງລາວ ໃຫ້ສະໜິດແໜ້ນຂຶ້ນກວ່າເກົ່າ ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື, ສະໜັບສະໜູນ ​ໃນວຽກງານຫຼາຍດ້ານ ລະຫວ່າງ ສປປ ລາວ – ຈີນ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ.
IMG_0023

ຕອນທ້າຍ ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໄຊ ຕໍ່ທ່ານ ຫຼີ ເຊິນຢາງ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຊີວິດຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານໃນໄລຍະມາເຄື່ອນໄຫວວຽກງານຢູ່ ສປປ ລາວ.
IMG_0048

ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຊ ອຄ