ປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄັ້ງທີ່ 05 (ຕາມຂໍ້ຕົກລົງ 126/ນຍ ຄັ້ງທີ່ 02)
By ໄພວັນ On 5 Oct, 2023 At 11:59 AM | Categorized As ຂ່າວສຳຄັນ | With 0 Comments

IMG_4

ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄັ້ງທີ່ 05 (ຕາມຂໍ້ຕົກລົງ126/ນຍ ຄັ້ງທີ່ 02) ແບບເຊິ່ງໜ້າ ແລະ ທາງໄກ ຂື້ນໃນວັນທີ 3 ຕຸລາ 2023 ທີ່ກະຊວງ ອຄ ໃຫ້ກຽດເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫັວນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂັ້ນສູນກາງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ ກ່່ຽວຂ້ອງ ແລະ ຂັ້ນທ້ອງຖິ່ນມີ ບັນດາຮອງເຈົ້າແຂວງ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເຂົ້າຮ່ວມ.

IMG_6

ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິຕົກລົງ ວ່າດ້ວຍແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023  ແລະ ຂໍ້ຕົກລົງ 91/ນຍ ,ລົງວັນທີ 13 ກໍລະກົດ 2023, ກະຊວງ ອຄ ໄດ້ແຕ່ງຕັ້ງຄະນະຊ່ວຍວຽກຄະນະສະເພາະກິດ ຕາມຂໍ້ຕົກລົງ ສະບັບເລກທີ 1149/ອຄ, ລົງວັນທີ 19 ກໍລະກົດ 2023.

IMG_10

ກອງປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຄັ້ງນີ້ 1) ເພື່ອເປັນການສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະຊີ້ນໍາວຽການຄຸ້ມຄອສິນຄ້າລາຄາ ແລະ ຄ່າບໍລິການ ທີ່ຕິດພັນກັບວຽກງານຂອງຄະນະ ຕາມເອກະສານສະບັບເລກທີ 19/ກມສພ, ປະຈໍາ 03 ເດືອນ ແລະ ກໍານົດທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າ 03 ເດືອນທ້າຍປີ 2023; 2) ທາບທາມຜ່ານຮ່າງດໍາລັດ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ  ແລະ ຄ່າບໍລິການ ຕາມທິດຊີ້ນໍາຂອງຄະນະ 19/ກມສພ; 3) ຜ່ານຮ່າງລາຍ ການສິນຄ້າຄວບຄຸມລາຄາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ; 4) ແລກປ່ຽນຖອດຖອນບົດຮຽນກ່ຽວກັບການຈັດຂາຍສິນຄ້າຫຼຸດລາຄາ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດເຫັນ ໃສ່ບັນດາເອກະສານ ແລະ ໄດ້ປິດລົງໃນວັນດຽວກັນ.

ຂ່າວ-ພາບ: ໄພວັນ ກົມແຜນການ ແລະ ການຮ່ວມມື/ອຄ

About -