ຜູ້ຕາງໜ້າທາງດ້ານການຄ້າ ຂອງ ທ່ານນາຍົກລັດຖະມົນຕີ ອັງກິດ ເຂົ້າຢ້ຽມຂໍ່ານັບ ທ່ານ ຮອງຖະມົນຕີ ກະຊວງ ອຄ. ສປປ ລາວ
By phaikhame evilay On 27 Sep, 2023 At 03:00 PM | Categorized As ຂ່າວສຳຄັນ | With 0 Comments

IMG_0008,1

            ຕອນໃນບ່າຍເວລາ 2: 00 ໂມງ ຂອງວັນທີ 27 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນ. Heather Wheeler MP, ອັງກິດ  ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າຫ້ອງການ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 12 ທ່ານ.

    ໂອກາດນີ້  ທ່ານ   ມະໂນທອງ ວົງໄຊ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ນ. Heather Wheeler MP, ຜູ້ຕາງໜ້າທາງດ້ານການຄ້າ ຂອງທ່ານນາຍົກລັດຖະມົນຕີ ອັງກິດ ພ້ອມດ້ວຍຄະນະ ທີ່ພົບປະຢ້ຽມຢາມ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ເຊິ່ງໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ລະຫວ່າງ ສປປ ລາວ-ອັງກິດ ທີ່ມີການພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານເສດຖະກິດ, ດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ ແລະ ອັງກິດທັງສອງຝ່າຍອາດຍົກໃຫ້ເຫັນແບບຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດຂອງ ສປປ ລາວ ໃນປະຈຸບັນ ລວມທັງສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ດ້ານເສດຖະກິດ, ການເງິນ ທີ່ ສປປ ລາວ ກໍາລັງປະເຊີນ, ຊຶ່ງບັນຫາດັ່ງກ່າວປະຕິເສດບໍ່ໄດ້ວ່າມີຜົນມາຈາກສະພາບການລະບາດຂອງພະຍາດໂຄວິດ19, ການຄາດແຄ້ນພະລັງງານນໍ້າມັນ, ຄວາມບໍ່ມີສະຖຽນລະພາບຂອງໂລກ ລວມທັງຄວາມຂັດແຍ່ງດ້ານເສດຖະກິດ ແລະ ການເມືອງ ຂອງບາງປະເທດມະຫາອໍານາດ ບວກໃສ່ປັດໄຈພາຍໃນ ຂອງ ສປປ ລາວ ໄດ້ສົ່ງຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກສະພາບການພັດທະນາຕໍ່ເສດຖະກິດ ແລະ ການເງິນ ຂອງ ສປປ ລາວ.

ການຄ້າສອງຝ່າຍ ລາວ-ອັງກິດ ໃນ 7 ເດືອນ ປີ 2023 ປະຕິບັດໄດ້ 90.2 ລ້ານກວ່າໂດ​ລາ​ສະຫະລັດ, ຊຶ່ງເພີ່ມຂຶ້ນ 90.5 ເປີເຊັນ ເມື່ອທຽບກັບໄລຍະດຽວກັນໃນປີຜ່ານມາ. ໃນນັ້ນ, ມູນຄ່າການນໍາເຂົ້າຈາກອັງກິດ ປະຕິບັດໄດ້  45.7 ລ້ານກວ່າໂດ​ລາ​ສະຫະລັດ ແລະ ມູນຄ່າການສົ່ງອອກໄປອັງກິດ ປະຕິບັດໄດ້  44.5 ລ້ານກວ່າໂດ​ລາ​ສະຫະລັດ;

IMG_0001,2

        ໃນລະຫວ່າງເຂົ້້າຮ່ວມກອງປະຊຸມ AEM ຄັ້ງທີ 55 ປີ 2023 ທີ່ ອິນໂດເນເຊຍ ທ່ານລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ພົບປະສອງຝ່າຍກັບ ທ່ານ ນິເວດ ຮູໂດຕັນ, ລັດຖະມົນຕີທຸລະກິດ ແລະ ການຄ້າ, ປະເທດອັງກິດ, ສອງຝ່າຍໄດ້ປຶກສາລືກ່ຽວກັບຄວາມເປັນໄປໄດ້ໃນການສະຫນັບສະຫນູນຊ່ວຍເຫລືອຂອງອັງກິດກ່ຽວກັບແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ (PEDs) ໃນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024, ຝ່າຍອັງກິດສົນໃຈໃຫ້ການສະໜັບສະໜູນການພັດທະນາຂົງເຂດການເງິນ ແລະ ການລົງທຶນແບບຍືນຍົງ, ການສ້າງຍຸດທະສາດໃໝ່ສຳລັບການຫຼຸດຜ່ອນຊ່ອງວ່າງຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມເຕີບໂຕຂອງເສດຖະກິດໃຫ້ຢືນຍົງ ແລະ ກວມລວມ ໃນພາກພື້ນອາຊຽນ. ສປປ ລາວ ໄດ້ປຶກສາຫາລືຄວາມເປັນໄປໄດ້ສຳລັບໂຄງການຊ່ວຍເຫຼືອລຳຂອງອັງກິດທີ່ຕິດພັນກັບການຄ້າ ໂດຍສະເພາະຝ່າຍອັງກິດໄດ້ສະເໜີໃຫ້ ສປປ ລາວ ຜ່ານໂຄງການໃນແຜນການປະຕິບັດວຽກງານ IAI ໄລຍະທີ ່ IV (2021-2025) ທີ່ມີ 7 ໂຄງການ IAI ໃໝ່. ນອກຈາກນັ້ນ, ອັງກິດ ກໍ່ໄດ້ແຈ້ງເຈດຈຳນົງຈະສະໜັບສະໜຸນ ສປປ ລາວ ໃນການສ້າງຂີດຄວາມອາດສາມາດດ້ານວິຊາການ ໂດຍການຝຶກອົບຮົມພາສາອັງກິດໃຫ້ແກ່ພະນັງງານ ເພື່ອກຽມຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024

ໃນລະຫວ່າງວັນທີ 17-22 ຕຸລາ 2023 ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າຈະນຳພາຄະນະໄປທັດສະນະສຶກສາຢູ່ນະຄອນລອນດອນ ປະເທດ ອັງກິດ ກ່ຽວກັບວຽກງານທຶນສົມທົບ ເພື່ອສົ່ງເສີມພາກທຸລະກິດ ຫລື Business Assistance Facility-BAF, ຊຶ່ງປະຈຸບັນ ຢູ່ໃນຂອບການປະສານງານກັບສະຖານທູດອັງກິດ ກ່ຽວກັບການອອກວີຊາ ແລະ ການເດີນທາງ.

    ສະເໜີໃຫ້ສອງຝ່າຍມີການຮ່ວມມືກັນຫຼາຍຂຶ້ນເພື່ອສົ່ງເສີມການການຄ້າ ແລະ ການລົງທຶນໃຫ້ຂະຫຍາຍໂຕຫຼາຍຂຶ້ນ.

IMG_0017,3

          ຕອນທ້າຍ ທ່ານ ນ. Heather Wheeler MP, ສະແດງຄວາມຂອບໃຈ ທີ່ມາພົບປະຢ້ຽມຢາມ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ປຶກສາຫາລືຫຼາຍວຽກງານທີ່ຕິດພັນກັບການສົ່ງເສີມຮ່ວມມືດ້ານການຄ້າ ແລະ ການລົງທຶນ ແລະ ໂຄງການຊ່ວຍເຫຼືອຕ່າງໆຂອງອັງກິດ ໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ

    ທ່ານ ຮອງລັດມົນຕີອວຍພອນໃຫ້ ທ່ານ ນ. Heather Wheeler MP ພ້ອມດ້ວຍຄະນະ ປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ແລະ ປະສົລຜົນສໍາເລັດໃນໜ້າທີການງານ.

ຂ່າວ-ພາບ: ໄພຄໍາອີ ກົມ ຜຮມ. ກະຊວງ ອຄ.