ພິທີເປີດກິດຈະກໍາຂາຍສິນຄ້າຫຼຸດລາຄາທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ວັນທີ 26-30 ກັນຍາ 2023
By phaikhame evilay On 26 Sep, 2023 At 02:11 PM | Categorized As ຂ່າວສຳຄັນ | With 0 Comments

IMG_0036,1

        ສະເພາະກໍ່ຄືຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບ ທີ່ມາຈາກ ຫຼາຍປັດໃຈ ລວມ ເຊິ່ງສົ່ງຜົນ2023, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດ ກິດຈະກຳ ຂາຍສິນຄ້າ ຫຼຸດລາຄາ; ເປັນກຽດເຂົ້າວັນທີ 26 ກັນຍາ ຮ່ວມ ແລະ ເປັນປະທານພິທີ ໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມນັ້ນ, ພິທີເປີດໃນຄັ້ງນີ້ ກໍມີບັນດາຫົວໜ້າກົມ/ຮອງຫົວໜ້າກົມ ອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ,  ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງໃນນະຄອນຫຼວງວຽງຈັນ, ພາກສ່ວນອຶ່ນທີ່ກ່ຽວຂ້ອງ ແລະ ຕາງໜ້າ ບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໃນກິດຈະກຳດັ່ງກ່າວ.

IMG_0006,2

        ຈຸດປະສົງ: ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ ແລະ ເພື່ອສືບຕໍ່ຈັດຕັ້ງ​ປະຕິບັດ​ຕາມ ​ດຳລັດ​ເລກ​ທີ 474/ນຍ, ລົງ​ວັນ​ທີ 18 ພະຈິກ 2010 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ລາຄາ​ສິນ​ຄ້າ ​ແລະ ຄ່າ​ບໍລິການ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້. ດັ່ງທີ່ພວກເຮົາໄດ້ຮັບຮູ້ນໍາກັນແລ້ວວ່າ, ປະຈຸບັນສະພາບເສດຖະກິດ ຢູ່ໃນປະເທດເຮົາເວົ້າລວມ ເວົ້າກະທົບຕໍ່ຄ່າຄອງຊີບ ຂອງປະຊາຊົນລາວ ໂດຍສະເພາະຕໍ່ຄອບຄົວຜູ້ທີ່ມີລາຍຮັບຕໍ່າ,  ແຕ່ເຖິງທັງຢູ່ພາຍໃນ ແລະ ຈາກຕ່າງປະເທດ, ເມື່ອທຽບໃສ່ໃນຊຸມປີຜ່ານມາ, ເຊິ່ງໄດ້ເຮັດໃຫ້ສະພາບເງິນກີບລາວອ່ອນຄ່າລົງ, ອັດຕາເງິນເຟີ້ເພີ່ມຂື້ນ ແລະ ເຮັດໃຫ້ລາຄາສິນຄ້າຫລາຍລາຍການໄດ້ປັບຕົວສູງຂື້ນໄປຕາມກັນ, ຢ່າງໃດກໍ່ຕາມ ພັກ ແລະ ລັດຖະບານກໍ່ໄດ້ ມີຄວາມພະຍາຍາມ ຄົ້ນຄວ້າຊອກຫາທຸກວິທີທາງ ເພື່ອສຸມໃສ່ການແກ້ໄຂສະພາບດັ່ງກ່າວ.

IMG_0053,3         ສະນັ້ນ ການຈັດກິດຈະກຳ ຂາຍສິນຄ້າ ຫຼຸດລາຄາ ໃນຄັ້ງນີ້ ແມ່ນເປັນກິດຈະການໜຶ່ງເພື່ອແກ້ໄຂສະພາບເຄັ່ງຮ້ອນດັ່ງກ່າວ ແລະ ປະຕິບັດຕາມນະໂຍບາຍຂອງຄະນະ 19/ກມສພ ກໍ່ຄືນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຊ່ວຍແບ່ງເບົາຄ່າຄອງຊີບຂອງປະຊາຊົນ, ເຊິ່ງຈະປະກອບສ່ວນໃນການຊຸກຍູ້ແກ້ໄຂສະພາບສິນຄ້າທີ່ມີລາຄາແພງໃນປະຈຸບັນ, ທັງຊ່ວຍກຸ່ມເປົ້າໝາຍບັນດາພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ກໍາມະກອນ ແລະ ປະຊາຊົນລາວບັນດາເຜົ່າ ເປັນຕົ້ນແມ່ນຜູ້ທີ່ຂາດເຂີນ ແລະ ມີລາຍຮັບຕໍ່າ

IMG_0002,4

ກິດຈະກຳນີ້ເກີດຂຶ້ນໄດ້ຍ້ອນການຊຸກຍູ້ຂອງພາກລັດ ແລະ ການປະກອບສ່ວນຂອງພາກເອກະຊົນ ທີ່ມີນໍ້າໃຈເສຍສະລະອັນສູງສົ່ງ ເຂົ້າຮ່ວມໃນກິດຈະກຳດັ່ງກ່າວ ໂດຍໄດ້ຄັດເລືອກພາກເອກະຊົນທີ່ມີເງື່ອນໄຂຖືກຕ້ອງ ເປັນຕົ້ນ: ຕ້ອງໄດ້ລົງທະບຽນກັບກົມການຄ້າພາຍໃນ ຫຼື ພະແນກ ອຄ ແຂວງ ນະຄອນຫຼວງ, ແຈ້ງຈຳນວນສິນຄ້າ, ແຈ້ງຕົ້ນທຶນຂອງສິນຄ້າ, ສິນຄ້າທີ່ຈະນຳມາຈຳໜ່າຍ ຕ້ອງໄດ້ມາດຕະຖານ, ຕິດສະຫຼາກສິນຄ້າເປັນພາສາລາວ, ຕ້ອງບໍ່ແມ່ນສິນຄ້າທີ່ເຊື່ອມຄຸນ (ໝົດອາຍຸຊົມໃຊ້) ຫຼື ໃກ້ຈະເຊື່ອມຄຸນ. ເຊິ່ງປະຈຸບັນ ມີຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມ ຄື: ບໍລິສັດສົມບູນການຄ້າ ຂາເຂົ້າ-ຂາອອກ ຈຳກັດ ສະຫະກອນ 3 ເອຟ ແລະ ຈະໄດ້ສືບຕໍ່ຊຸກຍູ້ບໍລິສັດອື່ນໆ ທີ່ມີເງື່ອນໄຂ ມາເຂົ້າຮ່ວມໃນກິດຈະກຳດັ່ງກ່າວໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ກຸ່ມເປົ້າໝາຍພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ກໍາມະກອນ ແລະ ປະຊາຊົນລາວບັນດາເຜົ່າ ເປັນຕົ້ນແມ່ນຜູ້ທີ່ຂາດເຂີນ ແລະ ມີລາຍຮັບຕໍ່າ ໄດ້ຊື້ສິນຄ້າຈາກກິດຈະກຳດັ່ງກ່າວ ໃຫ້ຫຼາຍຂຶ້ນ

IMG_0066

       ສຳລັບເງື່ອນໄຂຂອງຜູ້ຊື້: ຕ້ອງໄດ້ລົງທະບຽນກ່ອນການຊື້ (ເພື່ອໃຫ້ຮູ້ກຸ່ມອາຊີບຂອງຜູ້ຊື້), ຊື້ສິນຄ້າຕາມລາຄາ ແລະ ປະລິມານ ທີ່ໄດ້ກຳນົດ. ທີ່ກຳນົດເງື່ອນໄຂຂອງຜູ້ຊື້ຄືແນວນັ້ນ ເພື່ອເປັນການເກັບກໍາກຸ່ມເປົ້າໝາຍ, ເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະລິມານຂອງຜູ້ຊື້ສິນຄ້າໄດ້ຫຼາຍຄົນ (ສິນຄ້າມີຈຳນວນຈຳກັດ) ກິດຈະກຳດັ່ງກ່າວ ແມ່ນການຂາຍແບບເຄື່ອນທີ່ (ເອົາສິນຄ້າໃສ່ລົດໄປຂາຍໃນແຕ່ລະຈຸດ) ແລະ ເລີ່ມແຕ່ວັນທີ 26-30 ກັນຍາ 2023 ເປັນເວລາ 05 ວັນ (ວັນອັງຄານເຖິງວັນເສົາ), ມີຈຳນວນສິນຄ້າ 07 ລາຍການ (ໝີໄວໄວ, ນ້ຳປາ, ນ້ຳສະອິ້ວ, ນ້ຳມັນພືດ, ແປ້ງນົວ, ນ້ຳມັນຫອຍ ແລະ ນ້ຳຢາລ້າງຈານ), ໃນຈຸດຂາຍ ຈຳນວນ 17 ຈຸດ ໃນ 05 ເມືອງ (ສີສັດຕະນາກ, ຈັນທະບູລີ, ໄຊເສດຖາ, ນາຊາຍທອງ ແລະ ປາກງື່ມ) , ສິນຄ້າຂາຍແຕ່ລະຈຸດລະ 108 ຊຸດ ແລະ ຈະໄດ້ຄົ້ນຄວ້າຂະຫຍາຍກິດຈະກຳດັ່ງກ່າວ ໃຫ້ສູ່ແຂວງອື່ນໆ ແລະ ຈຸດອື່ນໆ ທີ່ມີເງື່ອນໄຂ.

 ຂ່າວ-ພາບ: ຈາກກົມການຄ້າພາຍໃນ ກະຊວງ ອຄ.