ສົ່ງເສີ່ມວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ການຂົນສົ່ງ ຂອງກອງເລຂາ ແລະ ໜ່ວຍງານຂັ້ນແຂວງ ທົ່ວປະເທດ
By ໄພວັນ On 25 Sep, 2023 At 10:07 AM | Categorized As ຂ່າວສຳຄັນ | With 0 Comments

IMG_5

ໃນລະຫວ່າງວັນທີ 19-20 ກັນຍາ 2023, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ກອງເລຂາ ແລະ ໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ (ອນຄ.ສ) ທົ່ວປະເທດ ຄັ້ງທີ 1, ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂ.ສ, ທັງຊີ້ນໍາ    ໜ່ວຍງານ ອນຄ.ສ. ພ້ອມດ້ວຍຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງຈາກ 18 ແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

IMG_1

ທ່ານ ປອ ມະໂນທອງ ວົງໄຊ ໄດ້ກ່າວໃນກອງປະຊຸມວ່າ: ເພື່ອການປະຕິບັດຕາມສັດຕະຍາບັນທີ່ ສປປ ລາວ ມີຕໍ່ສາກົນ ໂດຍສະເພາະວຽກງານການຄ້າ ແມ່ນປະຕິບັດຕາມສັນຍາ ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA) ແລະ ສັນຍາ ວ່າດ້ວຍການຄ້າດ້ານສິນຄ້າອາຊຽນ (ATIGA). ສ່ວນວຽກງານຂົນສົ່ງ ແມ່ນປະຕິບັດຕາມສັນຍາ  ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຂົນສົ່ງຂ້າມແດນໃນບັນດາປະເທດລຸ່ມແມ່ນໍ້າຂອງ (GMS-CBTA) ແລະ ສັນຍາຂົນສົ່ງສອງຝ່າຍ. ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ແມ່ນໜຶ່ງໃນຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ລັດຖະບານ ໃຫ້ຄວາມສໍາຄັນແກ່ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ, ລັດຖະບານ ຈຶ່ງໄດ້ຕັດສິນໃຈໂຮມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເຊິ່ງເມື່ອກ່ອນເປັນສອງຄະນະເຂົ້າເປັນຄະນະດຽວ ຕາມດໍາລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023 ແນໃສ່ເຮັດໃຫ້ກົນໄກການປະສານງານ ແລະ ແກ້ໄຂບັນຫາຕ່າງໆ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ.

IMG_10

ໂດຍລວມແລ້ວ ໜ້າທີຮັບຜິດຊອບຫຼັກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນຄົ້ນຄວ້າ, ປັບປຸງລະບຽບການ, ຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ລວມທັງຕາໜ່າງເສັ້ນທາງຂົນສົ່ງ, ໂຄງສ້າງລາຄາຂົນສົ່ງ ແລະ ມາດຕະຖານເຕັກນິກລົດຂົນສົ່ງ. ພ້ອມດຽວກັນ, ແມ່ນການຄົ້ນຄວ້າແກ້ໄຂບັນຫາ ແລະ ສິ່ງກີດຂວາງ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນໍາເຂົ້າເພື່ອສົ່ງອອກຕໍ່, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ໂດຍຄຽງຄູ່ໄປກັບການຫັນມານໍາໃຊ້ລະບົບເຕັກໂນໂລຊີ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ລວມທັງການຊໍາລະສະສາງ ແມ່ນມີບົດບາດສໍາຄັນຫຼາຍໃນຍຸກຂອງການເຊື່ອມໂຍງເສດຖະກິດກັບສາກົນ.

ແຫຼ່ງຂໍ້ມູນຂ່າວ-ພາບ: ກົມການນໍາເຂົ້າ ແລະ ສົ່ງອອກ

ຮຽບຮຽງລົງຂ່າວໂດຍ: ໄພວັນ ໂຄດວັນທາ ກົມແຜນການ ແລະ ການຮ່ວມມື, ອຄ

About -