ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍທາງປັນຍາ (ສະບັບປັບປຸງ)
By ໄພວັນ On 21 Sep, 2023 At 02:43 PM | Categorized As ຂ່າວສຳຄັນ | With 0 Comments

001

ລະຫວ່າງວັນທີ 20-21 ກັນຍາ 2023, ທີ່ຫ້ອງປະຊຸມ ນາປາກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍທາງປັນຍາ (ສະບັບປັບປຸງ) ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ກອຄ), ທ່ານ ອໍາໄພ ຈິດມານົນ, ຮອງປະທານກໍາມາທິການກົດໝາຍ, ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ທ່ານ ຄໍາຄ່ອງ ສີຫາປັນຍາ ຫົວໜ້າກົມກົດໝາຍ ສະພາແຫ່ງຊາດ, ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ມີບັນດາທ່ານຄະນະທີ່ປຶກສາຂອງຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ຈາກບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມໃນຄັ້ງນີ້ ວ່າ: ການຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ສະບັບນີ້ ກໍເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ທັງເປັນການຮັບປະກັນໃຫ້ວຽກງານ​ຊັບ​ສິນ​ທາງ​ປັນຍາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາໃຫ້ຫຼາຍຂຶ້ນ.

ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້, ເປັນໜຶ່ງໃນຈໍານວນ 07 ກົດໝາຍ, ທີ່ລັດຖະບານ ສະເໜີຫາ ຄະນະປະຈໍາສະພາແຫ່ງຊາດ ຕາມໜັງສືສະເໜີສະບັບເລກທີ 66/ລບ, ລົງວັນທີ 29 ສິງຫາ 2023, ໃນການປັບປຸງຮ່າງກົດໝາຍ ສະບັບນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການດໍາເນີນການຄົ້ນຄວ້າປັບປຸງຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ, ສະນັ້ນ ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສຳຄັນຫຼາຍ ເພາະຈະເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ ແລະ ສາມາດນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍເດືອນຕຸລາ 2023 ນີ້ໄດ້.

ພ້ອມນັ້ນ, ທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າ  ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ຢ່າງກົງໄປກົງມາ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍ ມີຄວາມຄົບຖ້ວນ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ສົນທິສັນຍາ, ສັນຍາສາກົນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຕົວຈິງ, ພາຍຫຼັງສຳເລັດກອງປະຊຸມຂອງພວກເຮົາຄັ້ງນີ້ ແມ່ນຈະໄດ້ລາຍງານຜົນການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍນີ້ ຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນຂັ້ນຕໍ່ໄປ.

002

ໃນກອງປະຊຸມຄັ້ງນີ້, ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງມີເນື້ອໃນບາງຕອນວ່າ: ເຫດຜົນ ແລະ ຄວາມຈໍາເປັນຕົ້ນຕໍໃນການປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຊຶ່ງໃນໄລຍະ 06 ປີຜ່ານມາ ເຫັນວ່າມີຫຼາຍເນື້ອໃນ ຍັງກໍານົດບໍ່ທັນຈະແຈ້ງ, ການນໍາໃຊ້ຄໍາສັບຍັງຄຸນເຄືອ, ບໍ່ຮັດກຸມ, ຂັ້ນຕອນການຈົດທະບຽນໃຊ້ເວລາດົນ, ເນື້ອໃນຍັງບໍ່ທັນສອດຄ່ອງຢ່າງເຕັມສ່ວນ ກັບບົດບັນຍັດຂອງສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ເປັນຕັ້ນ: ເນື້ອໃນຂອງກົດໝາຍ ທີ່ກໍານົດກ່ຽວກັບການຈົດທະບຽນ, ການຄຸ້ມຄອງສິດ ກ່ຽວກັບອຸດສາຫະກໍາ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຊຶ່ງຕ້ອງໄດ້ປັບປຸງໃຫ້ສອດຄ່ອງຕື່ມກັບຫຼາຍສົນທິສັນຍາ ເຊັ່ນ: ສົນທິສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກໍາ, ສົນທິສັນຍາ ວ່າດ້ວຍລິຂະສິດ ຂອງອົງການຊັບສິນທາງປັນຍາໂລກ, ສົນທິສັນຍາ ການສະແດງ ແລະ ການບັນທຶກພາບ ແລະ ສຽງ ຂອງອົງການຊັບສິນທາງປັນຍາໂລກ,  ສົນທິສັນຍາປັກກິ່ງ ແລະ ສົນທິສັນຍາ ມາຣາເກັດ ສໍາລັບຄົນພິການທາງສາຍຕາ.

ການປັບປຸງເນື້ອໃນ ຂອງພາກກ່ຽວກັບການປົກປ້ອງພັນພືດໃໝ່ ແມ່ນມີຄວາມຈໍາເປັນທີ່ສຸດ ເພາະຈະເປັນບ່ອນອີງ ໃຫ່ແກ່ ສປປ ລາວ ໃນການເຂົ້າຮ່ວມເປັນພາຄີຂອງສົນທິສັນຍາ ຂອງສະຫະພັນສາກົນ ເພື່ອການປົກປ້ອງພັນພືດ (ສັນຍາ UPOV), ການເຂົ້າຮ່ວມສົນທິສັນຍານີ້ ຈະເປັນປະໂຫຍດຫຼາຍໃນການຊ່ວຍປົກປ້ອງພັນພືດໃໝ່ ໂດຍສະເພາະ ພັນພືດ ທີ່ ສປປ ລາວ ໄດ້ຄົ້ນພົບ, ຄົ້ນຄວ້າປັບປຸງໃໝ່ ໃນລະດັບສາກົນ.

004

ຄວາມຈໍາເປັນຕ້ອງໄດ້ປັບປຸງເນື້ອໃນ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງດ້ານຊັບສິນທາງປັນຍາ ເປັນຕົ້ນ: ຕັດມາດຕາກ່ຽວກັບການດໍາເນີນຄະດີອອກຈາກກົດໝາຍສະບັບນີ້ ເພື່ອບໍ່ໃຫ້ມີເນື້ອໃນຊໍ້າຊ້ອນ ແລະ ສ້າງຄວາມບໍ່ແນ່ນອນດ້ານກົດໝາຍ ຕໍ່ຂະບວນການ ແລະ ຂັ້ນຕອນການດໍາເນີນຄະດີ ກ່ຽວກັບຂໍ້ຂັດແຍ່ງດ້ານຊັບສິນທາງປັນຍາ ຢູ່ສານປະຊາຊົນ ຊຶ່ງມີກົດໝາຍຄຸ້ມຄອງແລ້ວ ແລະ ຄວາມຈໍາເປັນໃນການກໍານົດ ກ່ຽວກັບການສ້າງກອງທຶນ ເຂົ້າໃນກົດໝາຍ ເພື່ອຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງຂອງຄົນລາວ ແລະ ນໍາເອົາວຽກງານຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນ ໃຫ້ກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງລາວ ໂດຍສະເພາະ ແມ່ນວິສາຫະກິດທີ່ໄດ້ຮັບເຄື່ອງໝາຍ ໂອດ໋ອບ ໃນຂອບເຂດທົ່ວປະເທດ, ພັດທະນາການອໍານວຍຄວາມສະດວກ ໃຫ້ແກ່ການບໍລິການ ແລະ ການປົກປ້ອງຊັບສິນທາງປັນຍາ ໃຫ້ຄວບຄຸມໄດ້ທົ່ວປະເທດ, ມີຄຸນນະພາບສູງ ແລະ ວ່ອງໄວ ທັນກັບຄວາມຕ້ອງການຂອງວິສາຫະກິດ ແລະ ເຊື່ອມກັບລະບົບຂອງອາຊຽນ ແລະ ສາກົນ, ສ້າງຕະຫຼາດຊື້ຂາຍຊັບສິນທາງປັນຍາ ແກ້ໄຂບັນຫາການນໍາໃຊ້ຜົນຈາກການຄົ້ນຄວ້າວິໃຈ ຂອງມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆ ທີ່ຍັງຢູ່ໃນລະດັບຕໍ່າ ຫຼື ເວົ້າໄດ້ວ່າບົດຄົ້ນຄວ້າສ່ວນໃຫຍ່ແມ່ນເກັບມ້ຽນໄວ້ຢູ່ໃນຫໍສະໝຸດ ຂອງມະຫາວິທະ ຍາໄລ ແຕ່ຍັງບໍ່ໄດ້ເອົາມານໍາໃຊ້ເຂົ້າໃນການຜະລິດເປັນນະວັດຕະກໍາ ເພື່ອອອກຮັບໃຊ້ສັງຄົມ ແລະ ປັບປຸງເຕັກໂນໂລຊີໃຫ້ດີຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດເທື່ອ ສະນັ້ນ ຕະຫຼາດຊື້ຂາຍຊັບສິນທາງປັນຍາ ຈະເປັນການພົບປະ ລະຫວ່າງ ນັກຄົ້ນຄວ້າ, ວິໄຈ ແລະ ອຸດສາຫະກໍາການຜະລິດ ຫຼື ການບໍລິການຕ່າງໆ.

ໃນໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້, ປະກອບມີ 10 ພາກ, 25 ໝວດ ແລະ 170 ມາດຕາ, ໃນນີ້ ໄດ້ປັບປຸງເນື້ອໃນ 66 ມາດຕາ, ຕັດອອກ 01 ພາກ, 02 ໝວດ ແລະ 22 ມາດຕາ, ເພີ່ມໃໝ່ 02 ພາກ ຄື້: ພາກກອງທຶນຊັບສິນທາງປັນຍາ ແລະ ພາກຂໍ້ຫ້າມ, ຊຶ່ງປະກອບມີ 03 ມາດຕາ. ສະຫຼຸບໂຄງສ້າງຂອງກົດໝາຍ ປະກອບມີ 11 ພາກ, 22 ໝວດ ແລະ 142 ມາດຕາ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ຮຽບຮຽງລົງຂ່າວໂດຍ: ທ ໄພວັນ ໂຄດວັນທາ ກົມ ຜຮ, ກະຊວງ ອຄ.

About -