ຢ້ຽມຢາມ-ຖອດຖອນບົດຮຽນ ເຕັກນິກການເກັບກໍາຂ່າວ ການຖ່າຍທໍາວິດີໂອ
By ໄພວັນ On 20 Sep, 2023 At 08:08 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

14             ໃນວັນທີ 7 ກັນຍາ 2023 ຜ່ານມາ, ທີ່ສໍານັກງານໜັງສືພິມເສດຖະກິດການຄ້າ, ບ້ານ ສົມຫວັງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ກອງເລຂາຄະນະໂຄສະນາປະຊາສໍາພັນ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍ ທ່ານ ທິລາວັນ ວົງວິຈິດ, ທ່ານ ນ ຖື ແຫວງວົງສົດ  ຫົວໜ້າພະແນກ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຖອດຖອນບົດຮຽນທີ່ສໍານັກງານໜັງສືພິມເສດຖະກິດການຄ້າ ຕ້ອນຮັບໂດຍ ທ່ານ ໄຊລະຄໍາ ຂະຫຍອງເອກ, ບັນນາທິການໜັງສືພິມເສດຖະກິດການຄ້າ ພ້ອມດ້ວຍຄະນະຕ້ອນຮັບດ້ວຍຄວາມໄມຕິຈິດ ມິດຕະພາບ.

ຈຸດປະສົງ ເພື່ອຢ້ຽມຢາມ ແລະ ປຶກສາຫາລືຖອດຖອນບົດຮຽນກ່ຽວກັບການເກັບກໍາຂ່າວ, ກະກຽມເນື້ອໃນ; ການກວດແກ້ຂອງບັນນາທິການ; ເຕັກນິກການຖ່າຍທໍາ, ກົນໄກການປະສານງານ, ການຄຸ້ມຄອງພາຫະນະ, ອຸປະກອນ ແລະ ການບໍລິຫານດ້ານງົບປະມານ ແລະ ລົງຕິດຕາມເບິ່ງການຖ່າຍທໍາຕົວຈິງໃນຫ້ອງສະຕູດີໂອ.

18jpg

ທ່ານ ໄຊລະຄໍາ ຂະຫຍອງເອກ ໄດ້ໃຫ້ຮູ້ວ່າ: ໜັງສືພິມເສດຖະກິດການຄ້າ ກຳເນີດຂຶ້ນໃນຊຸມປີ 90 ໃນເມື່ອກ່ອນຊື່ວ່າໜັງສືພິມການຄ້າ ເຊິ່ງຢູ່ພາຍໃຕ້ການບໍລິຫານຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ຫັດຫະກຳ ໃນເມື່ອກ່ອນ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ໃນປັດຈຸບັນ, ແຕ່ຊຸມປີ 90 ເຖິງກາງປີ 2011 ເປັນໜັງສືພິມລາຍປັກ ( ເດືອນໜຶ່ງອອກ 2 ຄັ້ງ), ປີ 2011 ບໍລິສັດ ລ້ານຊ້າງມີເດຍຈຳກັດ ໄດ້ເຂົ້າສຳປະທານເປັນຜູ້ຈັດພິມ ແລະ ຈຳໜ່າຍ ໂດຍໄດ້ປ່ຽນຊື່ມາເປັນ ໜັງສືພິມເສດຖະກິດການຄ້າ ຮອດປັດຈຸບັນພາຍໃຕ້ຄຳຂວັນ “ແຫຼ່ງຄວາມຮູ້ຄູ່ສັງຄົມ”. ປີ 2011-2013 ເປັນໜັງສືພິມລາຍອາທິດ, ປີ 2014-2019 ເປັນໜັງສືພິມລາຍວັນ ຂະໜາດ 16  ໜ້າ (ໜ້າສີ 4 ໜ້າ), ນັບແຕ່ປີ 2020 ເຖິງປັດຈຸບັນ ໜັງສືພິມຂະໜາດ 12 ໜ້າ (ສີ 4 ໜ້າ, ຂາວດຳ 8 ໜ້າ) ແບ່ງເປັນໜ້າເນື້ອໃນ 9 ໜ້າເຄິ່ງ ແລະ ໂຄສະນາ 2 ໜ້າເຄິ່ງ ໂດຍມີຄໍລໍາຕ່າງໆດັ່ງນີ້: ຄໍລໍາ ມູມຫຼັກ 8, ຄໍລຳແມ່ຂອງ (ໜ້າ A2), ຄໍລຳລົດ, ຄໍລຳສິນຄ້າຜະລິດຕະພັນ,ຄໍລຳກະສິກຳ, ຄໍລຳມູມບໍລິຫານ, ຄໍລຳການເງິນການລົງທຶນ (ໜ້າ B2), ຄໍລາສຶກສາ, ຄໍລຳບັນເທີງ,ຄໍລຳສຸຂະພາບ/ອາຫານ, ຄໍລຳພາສາລາວ, ຄໍລຳຄຳຄົມ (ໜ້າ B3), ສະເພາະໜ້າຂ່າວພາຍໃນ ມີ 5 ໜ້າ (ລວມໜ້າອ່ານຕໍ່) ໃນນີ້ສະເພາະໜ້າ 1 ໃຊ້ຂ່າວ 5-6 ຫົວຂໍ້ຕໍ່ມື້, ສະເລ່ຍໜ້າໜັງສືພິມ ນຳໃຊ້ບົດ ແລະ ຂ່າວປະມານ 23 ຫົວຂໍ້ຕໍ່ມື້; ໃນນີ້ ສະເພາະໜ້າຂ່າວ ( 5 ໜ້າ ນຳໃຊ້ຂ່າວ 12 ຫົວຂໍ້ຕໍ່ມື້).

03jpg

        ທ່ານໃຫ້ຮູ້ຕື່ມວ່າ ຕະຫຼອດ 10 ກວ່າປີ ຂອງການບໍລິຫານໂດຍບໍລິສັດລ້ານຊ້າງມີເດຍຈຳກັດ ເຊິ່ງພາຍໃຕ້ການຊີ້ນໍາໂດຍກົງຂອງ ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ, ໜັງສືພິມເສດຖະກິດ ການຄ້າ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຂະຫຍາຍຜະລິດຕະພັນອອກສູ່ສື່ອອນລາຍຫຼາຍຂຶ້ນ. ປັດຈຸບັນໜັງສືພິມເສດຖະກິດການຄ້າ ຜະລິດສື່ທັງໜັງສືພິມ ແລະ ສື່ອອນລາຍຄື: ໜັງສືພິມ, ເວັບໄຊ. ຢູທູບ, ເພສບຸກ ແລະ ຕິກຕ໊ອກ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ

About -