ປຶກສາຫາລືກົນໄກການປະສານງານ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີ
By ໄພວັນ On 15 Sep, 2023 At 01:45 PM | Categorized As ຂ່າວສຳຄັນ | With 0 Comments

IMG_0132

ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເປີດກອງປະຊຸມປຶກສາຫາລື ກ່ຽວກັບກົນໄກການປະສານງານ, ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນ ກ່ຽວກັບວຽກງານເຄມີ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງສາທາລະນະສຸກ, ຂື້ນໃນຕອນເຊົ້າຂອງວັນທີ 08 ກັນຍາ 2023 ຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມຈາກ ກົມກົດໝາຍ ກະຊວງຍຸຕິທໍາ; ກົມເສດຖະກິດການຜະລິດ, ກໍາມະທິການເສດຖະກິດ ແລະ ເຕັກໂນໂລຊີ ສະພາແຫ່ງຊາດ; ກົມຈັດຕັ້ງສາກົນ ກະຊວງການຕ່າງປະເທດ; ບັນດາກົມທີ່ກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງສາທາລະນະສຸກ (ກົມອາຫານ ແລະ ຢາ) ລວມທັງໜົດ 19 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບກົນໄກການປະສານງານ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ລະບຽບການ, ແນໃສເຮັດໃຫ້ການນໍາໃຊ້ ແລະ ການດຳເນີນທຸລະກິດກ່ຽວກັບເຄມີ ມີຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ, ພ້ອມທັງຮັບປະກັນການນໍາໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງຂອງການອະນຸຍາດ, ເຮັດໃຫ້ການດໍາເນີນທຸກິດ ມີຄວາມສະດວກ, ວ່ອງໄວ; ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີໃຫ້ສອດຄ່ອງຕາມ ກົດໝາຍ, ລະບຽບການ ແລະ ພາລະບົດບາດ ຂອງຕົນ.

IMG_0108

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄໍາເຫັນໃນກອງປະຊຸມ, ຊຶ່ງທ່ານໄດ້ເນັ້ນໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄື: ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸງຍາກທາງດ້ານເສດຖະກິດ ແລະ ການເງີນ, ຊຶ່ງກົມການເມືອງສູນກາງພັກໄດ້ມີມະຕິຕົກລົງແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງີນ, ບັນຫາເງີນເຟີ້, ອັດຕາແລກປ່ຽນເງີນຕາ, ລາຄາສິນຄ້າ ແລະ ໜີສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023. ກອງປະຊຸມໃນຄັ້ງນີ້ແມ່ນກ່ຽວພັນກັບມະຕິດັ່ງກ່າວ ໂດຍສະເພາະວຽກງານການສົ່ງເສີມການຜະລິດເປັນສິນຄ້າ ເພື່ອອຳນວຍຄວາມສະດວກໃຫ້ພາກທຸລະກິດ, ເນື່ອງຈາກການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີ ຂອງສອງພາກ ສ່ວນຍັງບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ຊຶ່ງພາໃຫ້ເກີດມີຄາມຫຍຸ້ງຍາກ ແລະ ສັບສົນ ຕໍ່ຜູ້ປະກອບການ.

IMG_0125

ນອກຈາກນີ້ ທ່ານຍັງຍົກໃຫ້ເຫັນ ບັນຫາການນຳເຂົ້າເຄມີ, ການນຳໃຊ້ເຄມີ ແລະ ການຈໍາໜ່າຍ ທີ່ບໍ່ຖືກຕ້ອງ, ບໍ່ຮັບປະກັນຄວາມປອດໄພ, ສະນັ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ຈະຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີຢ່າງເຂັ້ມງວດ ແລະ ນໍາໃຊ້ມາດຕະການຕ່າງໆ ຕໍ່ຜູ້ທີ່ບໍ່ຈັດຕັ້ງປະຕິບັດກົດໝາຍ ໂດຍສະເພາະການນຳເຂົ້າທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການອຸດສາຫະ ກຳ ແລະ ການຄ້າ.

ແຫຼ່ງຂ່າວ: ກົມອຸດສາຫະກໍາ ແລະ ການຄ້າ

ພາບ: ໄພວັນ ໂຄດວັນທາ ກົມແຜນການ ແລະ ການຮ່ວມມື

About -