ທ່ານ IKEDA Mitsuru ທີ່ປືກສາປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 14 Sep, 2023 At 11:42 AM | Categorized As ຮູບພາບ, ຂ່າວສຳຄັນ | With 0 Comments

IMG_0011

        ຕອນບ່າຍ ເວລາ 4: 30 ໂມງ ຂອງວັນທີ 12 ກັນຍາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານຂອງ ທ່ານ IKEDA Mitsuru, ທີ່ປືກສາປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 25 ກວ່າທ່ານ.

      ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ,  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ IKEDA Mitsuru, ທີ່ໄດ້ມີໂອກາດເດີນທາງມາຮອດ ສປປ ລາວ ເພື່ອພົບປະປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືສອງຝ່າຍ ລາວ-ຍີປຸ່ນ ໃນການພັດທະນາເສດຖະກິດ, ອຸດສາຫະກຳ ແລະ ການຄ້າ  ແລະ ການລົງທຶນຢູ່ ບັນ​ດາ​ໂຄງ​ການ​​ຕ່າງໆທີ່ປິ່ນອ້ອມດ້ານ​ການ​ສຶກ​ສາ, ສາ​ທາ​ລະ​ນາ​ສຸກ, ຢາປ້ອງກັນຕ້ານໂຄວິດໃຫ້​ແກ່​ ສປປ ລາວ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ.

IMG_0020

     ດ້ານການຄ້າ ໃນປີ 2022: ມູນຄ່າການຄ້າລະຫວ່າງ ລາວ ແລະ ຢີ່ປຸ່ນ ສາມາດປະຕິບັດໄດ້ 290.5 ລ້ານໂດລາສະຫາລັດ. ໃນນັ້ນ, ມູນຄ່າການນໍາເຂົ້້າປະຕິບັດໄດ້ 149.8 ລ້ານໂດລາສະຫາລັດ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 140.6 ລ້ານໂດລາສະຫາລັດ. 

    ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າຈາກ  ຢີ່ປຸ່ນ ໃນປີ 2022 ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ແກ້ວ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍແກ້ວ, ລົດໄຖນາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເສັ້ນໄຍສັງເຄາະ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ແລະ ສິນຄ້າອື່ນໆ

IMG_0022

    ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປ ຢີ່ປຸ່ນ ໃນປີ 2022 ປະກອບມີ: ເກີບ, ຜະລິດຕະພັນທາງເຄມີ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ນ້ຳຫອມ, ເຄື່ອງສຳອາງ, ຂົນສັດປີກ, ເກືອກາລີ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຜະລິດຕະພັນເຄມີປະສົມສຳເລັດຮູບ, ໝາກກ້ວຍ, ເຄື່ອງຫຼີ້ນກິລາ, ເມັດພືດ, ໝາກໄມ້ທີ່ມີນ້ຳມັນ, ເຟືອງ ແລະ ຫຍ້າ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ແລະ ອື່ນໆ ດ້ານການລົງທຶນ ທັງສອງຝ່າຍສືບຕໍ່ສະເໜີຮ່ວມມືວຽກງານໃນຕໍ່ໜ້າແກ້ໄຂຂໍ້ຄົງຄ້າງໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

IMG_0041

        ທ່ານ IKEDA Mitsuru, ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ທີ່ໄດ້ມີໂອກາດພົບປະກັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ທີ່ອໍານວຍຄວາມສະດວກໃຫ້ແກ່ຂ້າພະເຈົ້າພົບປະຄັ້ງນີ້.

ພາບ-ຂ່າວ: ໄພຄໍາອີ ກຜຮ/ກະຊວງ ອຄ.