ຜົນກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 23 (AEC Council Meeting) ທີ່ຈາກາຕາ ປະເທດອິນໂດເນເຊຍ
By ໄພວັນ On 4 Sep, 2023 At 02:23 PM | Categorized As ຂ່າວສຳຄັນ | With 0 Comments

1

ໃນວັນທີ 03 ກັນຍາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 23 ທີ່ຈາກາຕາ, ປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງທ່ານ ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ອິນໂດເນເຊຍ ໃນຖານະປະທານອາຊຽນ ປີ 2023 ໂດຍມີບັນດາລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນ, ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ຕິມໍເລສເຕ (ໃນນາມຜູ້ສັງເກດການ) ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືພາຍໃນອາຊຽນກ່ຽວກັບການຮ່ວມມືດ້ານເສດຖະກິດອາຊຽນ ໂດຍສະເພາະແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງປະເທດອິນໂດເນເຊຍໃນປີ 2023, ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43. ຜ່ານການເຂົ້າຮ່ວມກອງປະຊຸມປະຊາຄົມເສດຖະກິດອາຊຽນ ຄັ້ງທີ 23 ໃນຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ລວມທັງ ສປປ ລາວ ໄດ້ຮັບຟັງການລາຍງານກ່ຽວກັບສະພາບເສດຖະກິດໃນພາກພື້ນ ແລະ ສາກົນ, ຮັບຊາບຄວາມຄືບໜ້າຂອງການສ້າງວິໄສທັດປະຊາຄົມເສດຖະກິດອາຊຽນ ພາຍຫຼັງປີ 2025, ການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ທີ່ສະເໜີໂດຍອິນໂດເນເຊຍ ໃນນາມເປັນປະທານອາຊຽນ ປີ 2023, ວາລະຄວາມຍືນຍົງອາຊຽນ, ການຫັນເປັນດິຈິຕອນອາຊຽນ, ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ອື່ນໆ.

3jpg

ບັນດາລັດຖະມົນຕີເສດຖະກິດອາຊຽນ ຍັງໄດ້ເຫັນດີຮ່ວມກັນຮັບຮອງເອົາ 06 ເອກະສານສໍາຄັນ ເພື່ອສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຮັບຮອງ ຄື: 1) ຖະແຫຼງການຜູ້ນໍາວ່າດ້ວຍການເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການເພື່ອຮັບມືກັບວິກິດການ, 2) ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍຂອບສັນຍາເສດຖະກິດດິຈິຕອນອາຊຽນ, 3) ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍອາຊຽນເປັນສູນກາງແຫ່ງການເຕີບໂຕ, 4) ຂອບວຽກເສດຖະກິດສີຟ້າອາຊຽນ, 5) ຖະ​ແຫຼງ​ການ​ຮ່ວມ​ອາ​ຊຽນ-ຈີນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, 6) ຖະແຫຼງການຂອງຜູ້ນໍາອາຊຽນບວກສາມວ່າດ້ວຍການພັດທະນາລະບົບລົດໄຟຟ້າ.

WhatsApp Image 2023-09-04 at 12.46.55 (1)

ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ອິນໂດເນເຊຍ ໃນການເປັນປະທານອາຊຽນ ປີ 2023. ພ້ອມນັ້ນ, ກໍໄດ້ເນັ້ນເຖິງຄວາມສໍາຄັນໃນການສ້າງວິໄສທັດອາຊຽນພາຍຫຼັງປີ 2025 ໂດຍສະເພາະການສືບຕໍ່ແກ້ໄຂບັນຫາຄວາມແຕກໂຕນດ້ານການພັດທະນາເພື່ອບໍ່ໃຫ້ປະຖິ້ມປະເທດໃດໜຶ່ງໄວ້ທາງຫຼັງ  ໂດຍການໜູນໃຊ້ບົດຮຽນທີ່ຖອດຖອນໄດ້ໃນໄລຍະທີ່ຜ່ານມາ ເພື່ອກໍານົດແຜນງານໂຄງການບູລິມະສິດທີ່ແທດເໝາະກັບສະພາບຕົວຈິງ ເຮັດໃຫ້ການຈັດຕັ້ງປະຕິບັດ ມີປະສິດທິພາບ-ປະສິດທິຜົນ ແລະ ບັນລຸຄາດໝາຍທີ່ວ່າງໄວ້.

ຂ່າວ-ພາບ: ກົມນະໂຍບາຍການຄ້າຕ່າງປະເທດ

ລົງຂ່າວໂດຍ: ທ ໄພວັນ ໂຄດວັນທາ ກົມແຜນການ ແລະ ການຮ່ວມມື

About -