7 ຫົວໜ່ວຍວິສາຫະກິດ ໄດ້ຮັບໃບຢັ້ງຢືນມາດຕະຖານ GMP,GHP, HACCP
By ໄພວັນ On 31 Aug, 2023 At 06:37 PM | Categorized As ຂ່າວສຳຄັນ | With 0 Comments

IMG_0254

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບການຢັ້ງຢືນໃຫ້ຫົວໜ່ວຍວິ​ສາ​ຫະ​ກິດທີ່ໄດ້ຮັບຮອງການຢັ້ງຢືນມາດຕະຖານ GMP,GHP,HACCP ແລະ ປິດໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກຳ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ ແລະ ລະບົບວິເຄາະ – ຄວບຄຸມຈຸດວິກິດ “Enhancing Competitiveness of Agri-business Sector Through Certification of GMP and HACCP” ຂື້ນໃນວັນທີ 31 ສິງຫາ 2023,  ທີ່ ໂຮງແຮມ ລາວພຣາຊາ ພາຍໃຕ້ການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ ກະຊວງ ອຄ, ບັນດາທ່ານຫົວໜ້າກົມ/ຮອງຫົວໜ້າກົມ ພາຍໃນກະຊວງ ອຄ, ມີຕາງໜ້າກະຊວງການຕ່າງປະເທດ, ຜູ້ຕາງໜ້າຫ້ອງການເສດຖະກິດ-ການຄ້າ ສະຖາທູດ ສປ ຈີນ ປະຈໍາລາວ, ພະແນກ ອຄ ແຂວງ/ນະຄອນຫ໌ຼວງ, ມີຫົວໜ່ວຍທຸລະກິດ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມທັງໝົດຈຳນວນ 82 ທ່ານ.

IMG_0225

ຈຸດປະສົງເພື່ອມອບໃບຢັ້ງຢືນໃຫ້ແກ່ 07 ຫົວໜ່ວຍວິສາຫະກິດ ທີ່ໄດ້ຮັບຮອງມາດຕະຖານຈາກພາຍໃນ ແລະ ສາກົນ ດ້ານ GMP/GHP ແລະ HACCP ພ້ອມກັນນີ້ກໍ່ເພື່ອເຜີຍແຜ່ຜົນສໍາເລັດການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ເພື່ອປະເມີນໂຄງການ ແລະ ຖອດຖອນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ (ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນທີ່ຕິດພັນ), ເພື່ອສະຫຼຸບປິດໂຄງການດັ່ງກ່າວຢ່າງເປັນທາງການ.

IMG_0288

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ໃນນາມເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງ​ກ່າວ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຂອງ​ລັດ​ຖະ​ບານ ສ.ປ ຈີນ ໃນສົກປີ 2020 ໃນມູນຄ່າ 136.000 ໂດລາສາຫະລັດ. ເນື່ອງຈາກ ປິ 2020 ເກິດມີສະພາບການແຜ່ລະບາດຂອງ COVID-2019 ສົ່ງຜົນເຮັດໃຫ້ການຈັດຕັ້ງປະຕິບັດໂຄງການເລື່ອນວັນເວລາໃນການຈັດຕັ້ງອອກໄປ ມາຮອດປີ 2021 ຈຶ່ງໄດ້ຄົ້ນຄ້ວາປັບແຜນກິດຈະກໍາຂອງໂຄງການໃຫມ່ ໂດຍສະເໜີປັບປ່ຽນແຜນການຈັດຈ້າງຊ່ຽວຊານຕ່າງ ປະເທດ ມາເປັນຊ່ຽວຊານພາຍໃນແທນ ເພື່ອໃຫ້ໂຄງການສາມາດເຄຶ່ອນໄຫວ ແລະ ຈັດຕັ້ງປະຕິບັດກິດຈະກຳຕາມແຜນທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນ ມາເຖິງ ປີ 2022 ໂຄງການຈິ່ງໄດ້ເລີ່ມຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ໂດຍກໍານົດ 03 ແຂວງເປົ້າໝາຍ ຄື ແຂວງຫຼວງ​ນ້ຳ​ທາ, ຈຳ​ປາ​ສັກ ແລະ ແຂວງສາ​ລະ​ວັນ ໂດຍໃຫ້ພະແນກອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ ຄັດເລືອກເອົາວິສາຫະກິດຂະແໜງທຸລະກິດກະສິກຳເພື່ອເຂົ້າຮ່ວມໂຄງການ, ບັນ​ດາວິສາຫະກິດທີ່ຖືກຄັດເລືອກເຂົ້າຮ່ວມໂຄງການປະກອບມີດັ່ງນີ້:  ແຂວງຫຼວງນໍ້າທາ ມີຈໍານວນ 03 ຫົວໜ່ວຍວິສາຫະກິດ: ບໍ​ລິ​ສັດ ກັນ​ທະ​ວົງ​ສົ່ງ​ເສີມ​ການ​ຜະ​ລິດ ແລະ ປຸງ​ແຕ່ງ ຈຳ​ກັດ​ຜູ້​ດຽວ (ໂຮງງານຜະລິດໜາກຕາວ), ໂຮງງານນໍ້າດື່ມນໍ້າຫ້າ, ໂຮງງານນໍ້າດື່ມ-ນໍ້າກ້ອນດອກຈໍາປາ ສ່ວນ​ບຸກ​ຄົນ; ແຂວງສາລະວັນ ມີຈໍານວນ 02 ຫົວໜ່ວຍວິສາຫະກິດ: ​​ບໍ​ລິ​ສັດ​ກະ​ເສດ​ວີ​ນາສາ​ລະ​ວັນ ຂາ​ເຂົ້າ-ຂາ​ອອກ ຈຳ​ກັດ​ຜູ້​ດຽວ (ໂຮງງານຜະລິດແປ້ງມັນຕົ້ນ) ແລະ ບໍ​ລິ​ສັດ​ຜະ​ລິດ​ເຫຼົ້າ​ຂາວ​ເມືອງ​ຄົງ​ເຊ​ໂດນ ຈຳ​ກັດ​ຜູ້​ດຽວ (ໂຮງງານເຫຼົ້າຂາວເມືອງຄົງ); ແລະ ແຂວງຈໍາປາສັກມີຈໍານວນ 02 ຫົວໜ່ວຍວິສາຫະກິດ: ບໍ​ລິ​ສັດ ອິນ​ດູ​ຈີນ​ຮ່ວມ​ມື​ພັດ​ທະ​ນາ​ລາວ ຈຳ​ກັດ​ຜູ້​ດຽວ (ໂຮງສີເຂົ້າ IDP) ແລະ ​ບໍ​ລິ​ສັດ ​ສົມ​ພອນ ພັດ​ທະ​ນາ​ກະ​ສິ​ກຳ ຄົບ​ວົງ​ຈອນ ຈຳ​ກັດ  (ໂຮງງານຜະ ລິດນໍ້າໜາກໜອດ).

IMG_0018

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -