ກອງປະຊຸມເຜຍແຜ່ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ
By admin On 28 Aug, 2023 At 03:04 PM | Categorized As ຂ່າວສຳຄັນ | With 0 Comments

IMG_2351

ໃນວັນທີ 25 ສິງຫາ 2023, ທີ່ ຫ້ອງປະຊຸມຫ້ອງວ່າສໍານັກງານປະທານປະເທດ ແຫ່ງ ສປປ ລາວ ມີກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ເຂັມມະນິພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ, ທ່ານຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຫົວໜ້າພະແນກ, ຮອງພະແນກ ແລະ ບັນດາພະນັກງານຂອງສາມອົງການຈັດຕັ້ງມະຫາຊົນ ຂອງສອງພາກສ່ວນ ເຂົ້າຮ່ວມ 160 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາໃຫ້ແກ່ພາກລັດ ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງຊັບສິນທາງປັນຍາ, ລວມທັງ ບົດບາດແມ່ຍິງ ກັບ ຊັບສິນທາງປັນຍາ ແລະ ການສ້າງມູນຄ່າເພີ່ມຊັບສິນທາງປັນຍາ ໃຫ້ກັບວິສາຫະກິດ.

ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ກໍໄດ້ມີຄໍາເຫັນໃນກອງປະຊຸມຄັ້ງນີ້ ວ່າ: ຫຼາຍທ່ານອາດຈະຮູ້ແລ້ວວ່າ ຊັບສິນທາງປັນຍາ ແມ່ນຊັບສິນທີ່ບໍ່ມີຕົວຕົນ ຊຶ່ງເປັນຜົນງານທີ່ເກີດຈາກຫົວຄິດປະດິດສ້າງຂອງຄົນ (ບໍ່ແມ່ນເກີດຈາກປັນຍາປະດິດ) ໂດຍມີໂຄງປະກອບສຳຄັນ ຄື ຊັບສິນອຸດສາຫະກຳ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພັນພືດໃໝ່, ຖ້າຫາກເວົ້າເຖິງຊັບສິນທາງປັນຍາ – ສາທາລະນະຊົນທົ່ວໄປ ມັກຈະເວົ້າວ່າ ເປັນເລື່ອງ ລິຂະສິດ ຊຶ່ງນັ້ນ ກໍເປັນແຕ່ພຽງໂຄງປະກອບໜຶ່ງຂອງຊັບສິນທາງປັນຍາ. ຫຼາຍປະເທດ ແມ່ນນຳໃຊ້ວຽກງານຊັບສິນທາງປັນຍາ ເພື່ອເປັນເຄື່ອງມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດ, ຄວາມກ້າວໜ້າທາງສັງຄົມ ແລະ ຄວາມຫຼາກຫຼາຍທາງວັດທະນະທຳ ຊຶ່ງຊັບສິນທາງປັນຍາ ສາມາດສົ່ງເສີມໃຫ້ທຸລະກິດ ລວມທັງ ແມ່ຍິງ ໃນການພັດທະນາຂົງເຂດວິທະຍາສາດ, ເຕັກໂນໂລຊີ,  ວິສະວະກຳສາດ ແລະ ຄະນິດສາດ (STEM) ພ້ອມທັງ ຂົງເຂດ ສິລະປະ, ວັດທະນະທຳ ແລະ ການເປັນຜູ້ປະກອບການ.

ທ່ານ ກ່າວຕື່ມອີກວ່າ: ຄຳຂວັນຂອງອົງການຊັບສິນທາງປັນຍາໂລກປີ 2023 ນີ້ ແມ່ນ ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່. ສະນັ້ນ, ນອກເໜືອຈາກຄວາມຮູ້ທົ່ວໄປກ່ຽວກັບວຽກງານຊັບສິນທາງປັນຍາ ທີ່່ບັນດາທ່ານຈະໄດ້ຮຽນຮູ້ໃນກອງປະຊຸມຄັ້ງນີ້ແລ້ວ, ທ່ານຈະໄດ້ຮັບຟັງການບັນຍາ ຈາກວິທະຍາກອນ ຂອງກົມຊັບສິນທາງປັນຍາ ກ່ຽວກັບບົດບາດສຳຄັນຂອງແມ່ຍິງ ຕໍ່ກັບວຽກງານນີ້.  ເມື່ອທ່ານ ໄດ້ເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາ, ກໍຈະສາມາດລະບຸໄດ້ເຖິງ ຮູບແບບທີ່ເໝາະສົມໃນການປົກປ້ອງຊັບສິນທາງປັນຍາຂອງທ່ານເອງ ເຊັ່ນ ສິດທິບັດ ສຳລັບການປະດິດ, ເຄື່ອງໝາຍການຄ້າ ສຳລັບ ການສ້າງຍີ່ຫໍ້ສິນຄ້າ, ລິຂະສິດ ສຳລັບຜົນງານສ້າງສັນ ຫຼື ຄວາມລັບທາງການຄ້າ ສຳລັບຂໍ້ມູນທາງທຸລະກິດທີ່ມີຄຸນຄ່າ/ມູນຄ່າ ແລະ ອື່ນໆ ຊຶ່ງສາມາດປ້ອງກັນ ບໍ່ໃຫ້ຜູ້ອື່ນລອກຮຽນແບບ ຫຼື ລັກເອົານະວັດຕະກຳຂອງທ່ານ ເພື່ອສ້າງມູນຄ່າທາງທຸລະກິດໄດ້.

ໃນໂອກາດນີ້ ທ່ານ ນ. ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວໄດ້ຮ່ວມກ່າວເປີດກອງປະຊຸມໃນຄັ້ງນີ້, ຊຶ່ງທ່ານໄດ້ສະແດງຄວາມຂອບໃຈມາຍັງ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍຄື ກົມຊັບສິນທາງປັນຍາ ທີ່ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍານີ້ ໃຫ້ແກ່ ພະນັກງານຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ແລະ ພະນັກງານຂອງ ກົມຊັບສິນທາງປັນຍາ ເວົ້າລວມ, ເວົ້າສະເພາະ ກໍຄື ສາມອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ, ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ. ພ້ອມນັ້ນ, ໃນກອງປະຊຸມຈະໄດ້ມີການຖາມ-ຕອບ ເພື່ອໃຫ້ມີຄວາມເຂົ້າໃຈເພີ່ມຕື່ມ ກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍສະເພາະ ຊັບສິນອຸດສາຫະກໍາ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ທາງດ້ານບໍລິຫານ ພ້ອມທັງເປັນໂອກາດທີ່ດີທີ່ສອງພາກສ່ວນ ຈະໄດ້ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍສະເພາະ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ການປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ໃນຕໍ່ໜ້າ.

ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ຂຶ້ນບັນຍາຍ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງພາລະບາດບາດ, ໜ້າທີ່ ແລະ ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ, ທີ່ເປັນທ່າແຮງໃນການຊຸກຍູ້ການພັດທະນານະວັດຕະກໍາ, ເຕັກໂນໂລຊີ, ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ວັດ ທະນະທໍາ ຂອງ ສປປ ລາວ; ການສົ່ງເສີມການນໍາໃຊ້ວຽກງານຊັບສິນທາງປັນຍາ ໃຫ້ກາຍເປັນເຄື່ອງມືທີ່ເອື້ອອຳນວຍໃຫ້ແກ່ການພັດທະນາທຸລະກິດ; ການຍົກລະດັບການບໍລິການວຽກງານຊັບສິນທາງປັນຍາ ໃຫ້ທັນສະໄໝ ແລະ ໂປ່ງໃສ; ການສົ່ງເສີມຄວາມຮັບຮູ້ ແລະ ສ້າງຂີດຄວາມສາມາດທາງດ້ານຊັບສິນທາງປັນຍາ ໃຫ້ແກ່ ສາທາລະນະຊົນ, ທຸລະກິດ ແລະ ສະຖາບັນການສຶກສາ ແລະ ລະບົບຄຸ້ມຄອງ/ປົກປ້ອງສິດເຈົ້າຂອງຜົນງານ ທີ່ເກີດຈາກຫົວຄິດປະດິດສ້າງ-ຫົວຄິດປະດິດແຕ່ງຂອງຄົນ; ຊຶ່ງຊັບສິນທາງປັນຍາ ປະກອບດ້ວຍ: ຊັບສິນອຸດສາຫະກຳ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພັນພືດໃໝ່.

ພ້ອມດຽວກັນນັ້ນ, ພາຍຫຼັງສໍາເລັດກອງປະຊຸມເຜີຍແຜ່ວຽກງານດັ່ງກ່າວ ພະນັກງານ ຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ແລະ ພະນັກງານ ກົມຊັບສິນທາງປັນຍາ ກໍຄື ສາມອົງການຈັດຕັ້ງມິຫາຊົນຂອງ ກໍໄດ້ມີການສ້າງກິດຈະກໍາແຂ່ງຂັນກິລາເປຕັງ ຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ, ພ້ອມນັ້ນ ກໍເພື່ອສ້າງຄວາມສາມັກຄີ, ຮັກແພງ ລະຫວ່າງ ພະນັກງານດ້ວຍກັນ ກໍຄື ສາມອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມສະນິດສະໜົມ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.

IMG_2396-a

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

About -