ກອງປະຊຸມຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ
By ໄພວັນ On 26 Aug, 2023 At 09:08 PM | Categorized As ຂ່າວສຳຄັນ | With 0 Comments

IMG_01          ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ (National Productivity Master Plan), ຂື້ນໃນວັນທີ 25 ສິງຫາ 2023 ທີ່ຫ້ອງປະຊຸມຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

IMG_12

ຈຸດປະສົງຂອງການປະຊຸມແມ່ນເພື່ອຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ ສະບັບທຳອິດຂອງ ສປປ ລາວ, ການສ້າງແຜນແມ່ບົດດັ່ງກ່າວ ແມ່ນເປັນການຜັນຂະຫຍາຍຕາມແນວທາງນະໂຍບາຍຂອງພັກ, ຍຸດທະສາດ ແລະ ແຜນພັດທະນາ ແລະ ກົດໝາຍຂອງລັດ ກ່ຽວກັບວຽກງານຜະລິດຕະພາບໃຫ້ເກີດຜົນເປັນຈິງ ດ້ວຍການຍົກລະດັບພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອເປັນຕົວຂັບເຄື່ອນທີ່ເປັນທ່າແຮງບົ່ມຊ້ອນໃຫ້ແກ່ການເພີ່ມຜະລິດຕະພາບແຫ່ງຊາດ ໃຫ້ກາຍເປັນປັດໄຈກະຕຸກຊຸກຍູ້ອັນຍາວນານ ຕໍ່ການເຕີບໂຕເສດຖະກິດຕາມທິດການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງ ເພື່ອໃຫ້ເກີດປະສິດທິພາບດ້ານການຜະລິດ ແລະ ການນຳໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດໃຫ້ຄຸ້ມຄ່າ, ປະຢັດ ແລະ ບໍ່ບົກແຫ້ງ. ພ້ອມກັນນີ້, ກໍ່ເປັນການຍົກລະດັບຜະລິດຕະພາບແຮງງານຂອງລາວ ໃຫ້ບັນລຸລະດັບສະເລ່ຍ ຂອງອາຊຽນ ຄືປະມານ 12,9 ໂດລາສະຫະລັດ ຕໍ່ຊົ່ວໂມງພາຍໃນປີ 2025 ແລະ ເທົ່າກັບລະດັບຜະລິດຕະພາບສະເລ່ຍ ຂອງບັນດາເສດຖະກິດທີ່ເປັນສະມາຊິກອົງການຜະລິດຕະພາບແຫ່ງອາຊີ ຄືປະມານ 18,8 ໂດລາສະຫະລັດຕໍ່ຊົ່ວໂມງ ໃນປີ 2030 ຕາມລໍາດັບ.

IMG_08           ການສ້າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ຂອງ ສປປ ລາວ  ຄະນະແມ່ນໄດ້ຮັບການຊ່ວຍດ້ານຊ່ຽວຊານຈາກສະຖາບັນເພື່ອການພັດທະນາ ຂອງ ສ. ເກົາຫຼີ (Korea Development Institute ຫຼື KDI) ພາຍໃຕ້ການ ສະໜັບສະໜູນ ຂອງອົງການ APO  ໂດຍໄດ້ເລີ່ີ່ມຄົ້ນຄວ້າສ້າງ ແຕ່ປີ 2020 ແຕ່ຍ້ອນໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດໂຄງວິດ 19 ຈຶ່ງເຮັດໃຫ້ບາງກິດຈະກຳບໍ່ສຳເລັດຕາມແຜນ ໂດຍສະເພາະແມ່ນການຈັດຈ້າງຊ່ຽວຊານຕ່າງປະເທດມາຊ່ວຍໃນການຮ່າງບົດດັ່ງກ່າວ ພ້ອມນີ້ ກໍ່ເພື່ອໃຫ້ແຜນແມ່ບົດັ່ງກ່າວ ມີເນືຶ້ອໃນລະອຽດ, ຮັດກຸ່ມສົມບູນ  ແລະ ແທດເໝາະກັບສະພາບຕົວຈິງ ຢູ່ ສປປ ລາວ ຈຶ່ງໄດ້ໃຊ້ເວລາສຶກສາຄົ້ນຄວ້າ, ສະດົມຄໍາຄິດເຫັນຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ໃຊ້ເວລາຫຼາຍສົມຄວນ ໃນການສ້າງແຜນແມ່ບົດດັ່ງກ່າວ.

IMG_25

ປະຈຸບັນເນື້ອໃນຮ່າງ ແຜນແມ່ບົດດັ່ງກ່າວແມ່ນມີຄວາມລະອຽດ ສົມບູນພໍສົມຄວນ  ຊຶ່ງມີເນື້ອໃນທັງໝົດ IV ຄື: ພາກທີ I. ພາກສະເໜີ; ພາກທີ II. ສະພາບການພັດທະນາຜະລິດຕະພາບແຫ່ງຊາດ ຂອງ ສປປ ລາວ; ພາກທີ III. ແຜນແມ່ບົດຜະລິດຕະພາບແຫ່ງຊາດ 2023-2030; ພາກມີ IV. ມາດຕະການ, ວິທີການ ແລະ ກົນໄກການຈັດຕັ້ງປະຕິບັດ ເຊິ່ງຈະໄດ້ສະເໜີເຂົ້າຜ່ານກອງປະຊຸມລັດຖະບານ ປະຈຳເດືອນ ກັນຍາ 2023 ນີ້ ເພື່ອຮັບຮອງ ແລະ ປະກາດໃຊ້.

 ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -