ກອງປະຊຸມປຶກສາຫາລື ການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ
By ໄພວັນ On 22 Aug, 2023 At 02:25 PM | Categorized As ຂ່າວສຳຄັນ | With 0 Comments

IMG_0001

ໃນວັນທີ 18 ສິງຫາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ັຈັດກອງປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ສະມາຄົມຜູ້ຜະລິດ, ຜູ້ປະກອບການ ພ້ອມດ້ວຍວິຊາການເຂົ້າຮ່ວມ.

IMG_0007

ທ່ານ ສຳລີ ບຸດສະດີ, ຮັກສາການຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກ່າວໃນກອງປະຊຸມວ່າ: ເພື່ອຜັນຂະຫຍາຍມະຕິ 19, ໂດຍສະເພາະແຈ້ງການຂອງ ຫສນຍ ສະບັບເລກທີ 820/ຫສນຍ, ລົງວັນທີ 10 ພຶດສະພາ 2023 ວ່າດ້ວຍທິດຊີ້ນໍາກ່ຽວກັບທິດທາງ ແລະ ມາດຕະການນໍາເຂົ້າສິນຄ້າ ທີ່ຜະລິດຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ. ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ສັງລວມຂໍ້ມູນລາຍງານຜະລິດ ໂດຍເນັ້ນໃສ່ຜະລິດຕະພັນເປົ້າໝາຍເຊັ່ນ: ຊີມັງ, ເຫຼັກເສັ້ນ, ເຫູັກຮູບປະພັນ, ທໍ່ນໍ້າ ແລະ ນໍ້າສີ ທີ່ສາມາດຕອບສະໜອງການຊົມໃຊ້ພາຍໃນຈໍານວນໜຶ່ງ.

IMG_0016

ທ່ານຍັງໃຫ້ຮູ້ຕື່ມວ່າ: ກົມອຸດສາຫະກຳ ແລະ ຫັດຖະກຳ ມີໜ້າທີ່ໃນການການສົ່ງເສີມ ແລະ ຄູ້ມຄອງ ໂຮງງານອຸດ ສາຫະກຳປຸງແຕ່ງ ໃນຂອບເຂດທົ່ວປະເທດ. ຊຶ່ງມີບັນດາເຄື່ອງມື ແລະ ກົນໄກຕ່າງໆ ໃນການຈັດຕັ້ງປະຕິບັດ. ໃນນັ້ນ ການສ້າງແຜນການເຄື່ອນໄຫວປະຈໍາປີຂອງໂຮງງານແມ່ນເຄື້ອງມືໜຶ່ງທີ່ໄດ້ກຳນົດໃນຂໍ້ຕົກລົງວ່າດ້ວຍໂຮງງານອູດສາຫະກຳປຸງແຕ່ງ. ແມ່ນການປະເມີນ, ວາງແຜນ ຫຼື ການຄາດຄະເນ ການດຳເນີນການຜະລິດຂອງໂຮງງານອຸດສາຫະກໍາປຸງແຕ່ງ ເພື່ອເປັນການຄຸ້ມຄອງ-ຕິດຕາມ ແລະ ທັງເປັນການຊູກຍຸ້ສົ່ງເສີມການຜະລິດ ໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ສາມາດກຳນົດແຜນການຜະລິດ, ແຜນການຈໍາໜ່າຍ, ແຜນຄວາມຕ້ອງການວັດຖຸດິບ, ເຄື່ອງຈັກ, ອຸປະ ກອນ, ຊິ້ນສ່ວນ-ອາໄຫຼ່, ທາດເຄມີ ແລະ ອື່ນໆ ເພື່ອຮັບໃຊ້ການຜະລິດຢູ່ໂຮງງານຂອງຕົນ ໄດ້ຢ່າງມີປະສິດທິຜົນ ແລະ ສາມາດກຳນົດຕົ້ນທຶນການຜະລິດຂອງຜະລິດຕະພັນໄດ້ຢ່າງເໜາະສົມ.

47

ພ້ອມນີ້, ກໍກຳລັງສືບຕໍ່ສູມໃສ່ ເກັບກຳຂໍ້ມູນລະອຽດ ແລະ ສັງລວມໂຮງງານ, ບັນຊີ ຜະລິດຕະພັນອຸດສາຫະກໍາປຸງແຕ່ງ ທີ່ສາມາດຜະລິດ ແລະ ສະໜອງໄດ້ຢູ່ພາຍໃນປະເທດ ເພື່ອມີຂໍ້ມູນລະອຽດລາຍງານລັດຖະບານ ກໍານົດນະໂຍບາຍ ແລະ ກົນໄກ ຊຸກຍູ້ສົ່ງເສີມຕາມຄວາມເໝາະສົມ.

ຂ່າວ-ພາບ: ທ ໄພວັນ ໂຄດວັນທາ

About -