ປະທານສະພາສົງເສີມທຸລະກິດ ຈີນ-ອາຊຽນ ສປ ຈີນ ເຂົ້າຢ້ຽມຂໍ່ານັບທ່ານ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 22 Aug, 2023 At 11:10 AM | Categorized As ຂ່າວສຳຄັນ | With 0 Comments

1

             ໃນຕອນ​ເຊົ້າ 9:00 ໂມງ ຂອງວັນທີ 21 ສິງຫາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນເຖີງ ດວງສະຫວັດ  ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ  ທ່ານ Xu​ ningning ປະທານສະພາສົງເສີມທຸລະກິດ ຈີນ-ອາຊຽນ ສປ ຈີນໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 13 ທ່ານ.

ໂອກາດນີ້ ບຸນເຖິງ ດວງສະຫວັນ  ຮອງລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າເພື່ອ​ພົບ​ປະປຶກສາຫາລືແລກປ່ຽນຂໍ້ມູນໃນການຮ່ວມມືດ້ານອຸດສາຫະກໍາ ແລະ ການຄ້າ ​ແລະ​ ລົງທຶນໃສ່ດ້ານ ອີຄອມເມີສ, ການສ້າງນິຄົມທັນສະໄຫມ, ແລະ ນະໂຍບາຍພາຍໃຕ້ຂອບການຮ່ວມມື ທ່ານ Xu​ ningning ປະທານສະພາສົງ ທຸລະກິດ ຈີນ-ເສີມອາຊຽນ ສປ ຈີນ  ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ການພົວພັນດ້ານການຄ້າ ລະຫວ່າງ ສປປ ລາວ-ສປ ຈີນ ທີ່ມີສາຍພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາດ້ານເສດຖະກິດ, ດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ-ສປ ຈີນ ດ້ານການລົງທຶນທົ່ວໄປໃນປີ 2022, ການລົງທຶນຂອງນັກທຸລະກິດ ຈາກ ສປ ຈີນ ຢູ່ ສປປ ລາວ ມີທັງໝົດ 21,426 ຫົວໜ່ວຍ ຊິ່ງມີມູນຄ່າການລົງທຶນ ປະມານ 38,232,849,882 ໂດລາສະຫະລັດ, ຈັດຢູ່ໃນອັນດັບທີ 01 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ຄູ່ຄ້າສໍາຄັນ ອັນດັບ 2 ຂອງ ສປປ ລາວ ຖັດຈາກໄທ. ອີງຕາມຕົວເລກສະຖິຕິຈາກຝ່າຍຈີນ ເຫັນວ່າໃນປີ 2022 ເຫັນວ່າມູນຄ່າການຄ້າສອງຝ່າຍມີການເພີ່ມຂຶ້ນແບບກ້າວກະໂດດ ໂດຍມູຸນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 5,68 ຕື້ໂດລາ ເພີ່ມຂຶ້ນ 31% ຖ້າທຽບໃສ່ ປີ 2021; ໃນນັ້ນມູນຄ່າການນໍາເຂົ້າແມ່ນ 2,34 ຕື້ໂດລາ, ເພີ່ມຂຶ້ນ 40,9% ແລະ ມູນຄ່າການສົ່ງອອກແມ່ນ 3,34 ຕື້ ໂດລາ, ເພີ່ມຂຶ້ນ 24,9%.

2

           ໃນເດືອນ 1-3 ປີ 2023 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ສາມາດບັນລຸໄດ້ 1,61 ຕື້ ໂດລາ ເພີ່ມຂື້ນ 27.3%, ລາວສົ່ງອອກ 980 ລ້ານໂດລາ ເພີ່ມຂື້ນ 21.8% ແລະ ລາວນໍາເຂົ້າ 630 ລ້ານໂດລາ ເພີ່ມຂື້ນ 36.8%. ເມື່ອທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ. ລາວ-ຢູນນານ ໃນປີ 2022 ມູຸນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 1,74  ຕື້ໂດລາ ເພີ່ມຂຶ້ນ 33.7% ຖ້າທຽບໃສ່ ປີ 2021; ໃນນັ້ນມູນຄ່າການນໍາເຂົ້າແມ່ນ 370 ລ້ານໂດລາ, ເພີ່ມຂຶ້ນ 16.3% ແລະ ມູນຄ່າການສົ່ງອອກແມ່ນ 1,37 ຕື້ ໂດລາ, ເພີ່ມຂຶ້ນ 39.3%. ໃນເດືອນ 1-6 ປີ 2023 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ຢູນນານ ສາມາດບັນລຸໄດ້ 856.32 ລ້ານໂດລາ ຫລຸດລົງ -3.9%, ລາວສົ່ງອອກ 567.54 ລ້ານໂດລາ ຫລຸດລົງ -18.5% ແລະ ລາວນໍາເຂົ້າ 288.78 ລ້ານໂດລາ ເພີ່ມຂື້ນ 48.7%. ເມື່ອທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ.

           ສາເຫດທີ່ພາໃຫ້ມູນຄ່າການຄ້າສອງຝ່າຍມີການເພີ່ມຂຶ້ນຍ້ອນມີການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການນັບແຕ່ທ້າຍປີ 2021 ເປັນຕົ້ນມາເຊິ່ງຜ່ານການນໍາໃຊ້ເສັ້ນທາງການຂົນສົ່ງດັ່ງກ່າວ ສາມາດອໍານວຍຄວາມສະດວກໃຫ້ແກ່ການຄ້າສອງຝ່າຍຫຼາຍຂຶ້ນ ເປັນຕົ້ນແມ່ນຊ່ວຍປະຢັດເວລາໃນການຂົນສົ່ງສິນຄ້າ ແລະ ປະລິມານການຂົນສົ່ງກໍ່ເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ພາກສ່ວນຮັບຜິດຊອບປະຈໍາດ່ານຂອງທັງສອງຝ່າຍ ກໍ່ໄດ້ພະຍາຍາມສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າຂອງທັງສອງຝ່າຍ ເຊັ່ນ:ຝ່າຍຈີນໄດ້ຜ່ອນຜັນມາດຕະການປ້ອງກັນໂຄວິດເຮັດໃຫ້ໄລຍະເວລາໃນການກວດກາ ແລະ ຄ່າໃຊ້ຈ່າຍໃນການຜ່ານດ່ານຫຼຸດລົງ ພ້ອມນີ້ກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການກວດກາສິນຄ້າກະສິກໍາທີ່ສົ່ງອອກຈາກລາວໃຫ້ສະດວກວ່ອງໄວຫຼາຍຂຶ້ນ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ສ້າງເງື່ອນໄຂສະດວກໃຫ້ສາມາດຂົນສົ່ງສິນທຸກຊະນິດຜ່ານທາງລົດໄຟເຮັດໃຫ້ຫຼາຍສິນຄ້າສາມາດນໍາໃຊ້ລົດໄຟດັ່ງກ່າວໃນການນໍາເຂົ້າ-ສົ່ອອກ. ນອກນີ້, ຝ່າຍລາວກໍ່ໄດ້ພະຍາຍາມສ້າງມາດຕະການແກ້ໄຂບັນຫາລົດຕິດ ແລະ ສິນຄ້າອັ່ງອໍຢູ່ບໍລິເວນດ່ານຊາຍແດນ ບໍ່ເຕັນ ເພື່ອໃຫ້ພືດກະສິກໍາຕາມລະດູການທີ່ສົ່ງອອກຜ່ານດ່ານດັ່ງກ່າວສາມາດສົ່ງອອກໄດ້ຢ່າງເປັນປົກກະຕິ.

ທ່ານ Xu​ ningning ປະທານສະພາສົງເສີມທຸລະກິດ ຈີນ-ອາຊຽນ ສປ ຈີນ  ໄດ້ສະແດງຄວາມຍິນດີຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຮ່ວມມືເພື່ອໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ສອງປະເທດໃນອະນາຄົດໜ້າ.

ພາບ-ຂ່າວ: ໄພຄໍາອີ   ກຜຮ, ກະຊວງ ອຄ.