ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ່ 55 ແລະ ກອງປະຊຸມ ອື່ນໆ ທີ່ກ່ຽວຂ້ອງ.
By admin On 19 Aug, 2023 At 07:57 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2023-08-19 at 15.57.35

ໃນລະຫວ່າງວັນທີ 18 ຫາ 22 ສິງຫາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ 55 ແລະ ກອງປະຊຸມກ່ຽວຂ້ອງ, ເຊິ່ງຈັດຂື້ນທີ່ເມືອງເຊີມາຮັງປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານ ຂອງ ທ່ານ Zulkifli Hasan, ລັດຖະມົນຕີກະຊວງການຄ້າ ຂອງ ອິນໂດເນເຊຍ ໃນນາມເປັນປະທານໝູນວຽນອາຊຽນ ໃນປີ 2023 ໂດຍມີບັນດາທ່ານລັດຖະມົນຕີ ເສດຖະກິດອາຊຽນ, ບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ພ້ອມດ້ວຍ ທ່ານ ເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມກອງປະຊຸມ; ສ່ວນ ມຽນມາ ບໍ່ໄດ້ເຂົ້າຮ່ວມ. ສຳລັບ ຕິມໍເລສເຕ້ ແມ່ນເຂົ້າຮ່ວມໃນຖານະປະເທດຜູ້ສັງເກດການ.

ກອງປະຊຸມຄັ້ງນີ້ປະກອບມີກອງປະຊຸມລະດັບ ລັດຖະມົນຕີ ທັງໝົດ 20 ກອງປະຊຸມ, ໃນນີ້ ກອງປະຊຸມລັດຖະມົນຕີພາຍໃນອາຊຽນ 5 ກອງປະຊຸມ ເຊັ່ນ: ກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 37; ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 26; ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 55; ແລະ ກອງປະຊຸມລັດຖະມົນຕີເສດຖະກິດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 15; ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນກັບສະພາທີ່ປຶກສາທຸລະກິດອາຊຽນ.  ກອງປະຊຸມພົບປະລະຫວ່າງ ອາຊຽນ ກັບ ປະເທດຄູ່ເຈລະຈາ ເຊັ່ນ: ກອງປະຊຸມລັດຖະມົນຕີເສດຖະກິດອາຊີຕາເວັນອອກຄັ້ງທີ 11; ກອງປະຊຸມລັດຖະມົນຕີສັນຍາຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership: RCEP) ຄັ້ງທີ 2; ແລະ ກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ເເລະ ຄູ່ຮ່ວມເຈລະຈາ ເຊັ່ນ: ອົດສະຕາລີ ແລະ ນິວຊີແລນ; ລັດເຊຍ; ການາດາ; ສະຫະລັດອາເມລິກາ; ອິນເດຍ; ຍີ່ປຸ່ນ; ອັງກິດ; ສ.ເກົາຫຼີ; ສປ ຈີນ; ຮົງກົງ; ອີຢູ; ແລະ ອາຊຽນ+3.

ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງການຮ່ວມມືໃນການເຊື່ອມໂຍງທາງດ້ານເສດຖະກິດອາຊຽນ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດ (Priority Economic Deliverable) 2023  ພາຍໃຕ້ການເປັນປະທານຂອງ ອິນໂດເນເຊຍ. ພ້ອມນັ້ນ, ຍັງໄດ້ຮັບຊາບການລາຍງານກ່ຽວກັບການຂະຫຍາຍ ຕົວຂອງເສດຖະກິດອາຊຽນ ໂດຍສະເພາະໃນຂະເເໜງການບໍລິໂພກ, ການລົງທຶນ ແລະ ການຄ້າ ເຊິ່ງໄດ້ມີການຂະຫຍາຍຕົວ 5.7% ໃນປີ 2022. ກອງປະຊຸມ ໄດ້ເນັ້ນໜັກ ແລະ ໃຫ້ຄວາມສໍາຄັນໃນການເຊື່ອມໂຍງເສດຖະກິດພາກພື້ນໃຫ້ຫຼາຍຂຶ້ນ ໂດຍສະເພາະໃນໄລຍະທີ່ກໍາລັງປະເຊີນກັບສິ່ງທ້າຍທາຍຕ່າງໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ ແລະ ບັນຫາອັດຕາເງິນເຟີ້ທີ່ສູງຂຶ້ນໃນປະຈຸບັນ.  ໂອກາດນີ້, ທ່ານ ລັດຖະມົນຕີ ມະໄລທອງ ກົມມະສິິດ ໄດ້ລາຍງານໃຫ້ທີ່ປະຊຸມຊາບກ່ຽວກັບຄວາມຄືບໜ້າໃນການກະກຽມຄວາມພ້ອມເປັນປະທານອາຊຽນໃນປີ 2024.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາເອກະສານສຳຄັນ 15 ສະບັບ, ເຊິ່ງໃນນັ້ນລວມມີເອກະສານໃນຂົງເຂດເສດຖະກິດດິຈີຕອນ; ຍຸດທະສາດອາຊຽນວ່າດ້ວຍການຫຼຸດຜ່ອນອາຍກາກໂບນິກ; ບົດລາຍງານຜົນກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ; ເອກະສານຂອງເສົາຄໍໍ້າເສດຖະກິດທີ່ຈະສະເໜີໃຫ້ຜູ້ນໍາອາຊຽນ ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ເຊິ່ງຈະຈັດຂື້ນໃນວັນທີ 4-7 ກັນຍາ 2023 ທີ່ ຈາກາກຕາ,  ອິນໂດເນເຊຍ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ່ 55, ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ,  ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ພົບປະສອງຝ່າຍກັບບັນດາຄູ່ຮ່ວມຕໍາແໜ່ງຈາກປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນມິດຈຳນວນ 10 ປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ 6 ພາກສ່ວນ ​ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເເລະການກະກຽມຄວາມພ້ອມໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍສະເພາະ ໃນຂອບແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໃນປີ 2024.

WhatsApp Image 2023-08-19 at 23.09.36

 

ຂ່າວ-ພາບ: ກົມນະໂຍບາຍການຄ້າຕ່າງປະເທດ

ລົງຂ່າວໂດຍ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -