ກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2022 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2023

10

                        ໃນຕອນເຊົ້າ ຂອງວັນທີ  16 ສິງຫາ 2023 ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ ຄະນະກວດກາພັກກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2022 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2023 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດກະຊວງ ອຸດສາຫະກຳ ແລະ ການຄ້າ ປີ 2022 ແລະ ທິດທາງແຜນການ ປີ 2023 ພາຍໃຕ້ການເປັນປະທານຂອງທ່ານ ພຸດທະວັນ  ນັນທະວົງ ຄະນະປະຈຳພັກກະຊວງ, ປະທານກວດກາ, ຫົວໜ້າກົມກວດກາ ພ້ອມດ້ວຍ ຄະນະປະຈຳພັກກະຊວງ, ມີບັນດາສະຫາຍຜູ້ເຮັດວຽກງານກວດກາ ທີ່ມາຈາກຫ້ອງ​ການ, ບັນດາກົມ, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກຳ ແລະ ການ​ຄ້າ, ພະແນກ ອຄ ນະຄອນຫຼວງ, ສະພາການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດລາວ,  ບັນດາ​ລັດວິສາຫະກິດ, ບໍລິສັດ ທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ບັນດາສະຫາຍຜູ້ກວດກາຂອງ 3 ອົງການຈັດຕັ້ງມະຫາຊົນຂອງ ພັກ ກໍ່ໄດ້ເຂົ້າຮ່ວມ.

4          6

                        ຊື່ງໃນກອງປະຊຸມໄດ້ດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ກໍ່ຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ບັນດາອົງການຈັດຕັ້ງພັກ-ລັດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ເປັນເຈົ້າການຜັນຂະຫຍາຍ ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິ XI, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ, 2 ວາລະແຫ່ງຊາດທີ່ຕິດພັນກັບຂະແໜງ ອຸດສາຫະກຳ ແລະ ການຄ້າ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານຂອງຂະແໜງ ການທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບຜົນສຳເລັດທີ່ພົ້ນເດັ່ນ ໃນຫຼາຍດ້ານ ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຮັກສາສະຖຽນລະພາບທາງດ້ານເສດຖະກິດ ມະຫາພາກຂອງປະເທດເຮົາ.

14

                        ສຳລັບວຽກງານກວດກາ ຂອງພວກເຮົາໃນໜຶ່ງປີຜ່ານມາ ຄະນະພັກ ຄະນະນຳ ກໍ່ຄືຄະນະກວດກາ ແຕ່ລະຂັ້ນຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ພ້ອມກັນຕັ້ງໜ້າບຸກບືນປະຕິບັດວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນຂອງຕົນມີຜົນ ສຳເລັດຫຼາຍດ້ານ. ແຕ່ພ້ອມກັນນັ້ນພວກເຮົາກໍ່ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ສະນັ້ນ: ກອງປະຊຸມພວກເຮົາໃນເທື່ອນີ້ຈະໄດ້ພ້ອມກັນຄົ້ນຄວ້າຍົກໃຫ້ເຫັນເນື້ອໃນຈິດໃຈກອງປະຊຸມ ແລະ ດ້ານດີ, ບົດຮຽນທີ່ຕ້ອງເສີມຂະຫຍາຍ, ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານຕິດຕາມ, ກວດກາພາຍໃນພັກ, ການຄຸ້ມຄອງບໍລິຫານລັດດ້ວຍກົດໝາຍ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ພ້ອມກັນນັ້ນ ຕ້ອງຄົ້ນຄວ້າປະກອບຄຳຄິດຄຳເຫັນໃຫ້ເລິກເຊິ່ງ ເພື່ອຄວາມເປັນເອກະພາບຕໍ່ທິດທາງ ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສູມໃສ່ຈັດຕັ້ງປະຕິບັດໃນປີ 2023 ແນໃສ່ເຮັດໃຫ້ວຽກງານຕິດຕາມ, ກວດກາ  ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນຂອງຂະແໜງ ອຄ ພວກເຮົາໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ປະກອບສ່ວນເຮັດໃຫ້ ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ ບັນລຸຕາມລະດັບຄາດໝາຍທີ່ພວກເຮົາວາງໄວ້ ການກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການບຳລຸງ ກໍ່ສ້າງພະນັກງານປະເພດຕ່າງໆ ເປັນຕົ້ນ ພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2022 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2023  ແລະ ຜັນຂະຫຍາຍເນຶ້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ອຸດສາຫະກຳ ແລະ ການຄ້າ.

13

                         ກອງປະຊຸມ ໃນຄັ້ງນີ້ຍັງໄດ້ພ້ອມກັນສະຫຼຸບຕີລາຄາ ແລະ ປະກອບຄຳຄິດຄຳເຫັນຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໜຶ່ງປີທີ່ຜ່ານມາ ໂດຍສົມທຽບໃສ່ທິດທາງ, ຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືຕໍ່ທິດທາງແຜນການວຽກງານກວດກາ ປີ 2023 ແລະ ຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານ ແລະ ເອກະສານແນະນໍາຕ່າງໆທີ່ສະເໜີຕໍ່ກອງປະຊຸມອີກດ້ວຍ.

                          ປະທານກອງປະຊຸມຍັງໄດ້ເນັ້ນ ເພື່ອບັນລຸຈຸດປະສົງຄາດໝາຍ, ເຮັດໃຫ້ເນື້ອໃນຕ່າງໆຂອງກອງປະຊຸມຄັ້ງນີ້ໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງນັ້ນ ຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສູມສະຕິປັນຍາຂອງຕົນ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ພາວະວິໃສ, ຖືກຕ້ອງ, ເລິກເຊິ່ງ, ສ່ອງແສງເຖິງຄວາມເປັນຈິງ, ພ້ອມກັນຄົ້ນຄວ້າຊອກໃຫ້ເຫັນສາຍເຫດທີ່ພາໃຫ້ມີດ້ານດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ພ້ອມກັນນັ້ນ: ກໍຄົ້ນຄວ້າໃຫ້ເປັນເອກະພາບກ່ຽວກັບທິດທາງ ແລະ ວິທີແກ້ໄຂບັນຫາຕ່າງໆໃນຕໍ່ໜ້າໃຫ້ຖືກຕ້ອງ, ທັນການ  ແລະ ສອດຄ່ອງກັບສະພາບຕົວຈິງຢ່າງມີຄວາມຮັບຜິດຊອບສູງ, ເຮັດໃຫ້ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ດໍາເນີນໄປມີບັນຍາກາດດີ ແລະ ມີຜົນສຳເລັດຢ່າງຈົບງາມ

ຂ່າວ-ພາບ: ເພັດປະກາຍ ສີສົມບູນ