ກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017)
By ໄພວັນ On 14 Aug, 2023 At 06:58 PM | Categorized As ຂ່າວສຳຄັນ | With 0 Comments

6

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມກັບ ກົມກົດໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017), ໃນວັນທີ 10-12 ສິງຫາ 2023, ທີ່່ຫ້ອງປະຊຸມ ຊັ້ນ 4, ຂອງກະຊວງຍຸຕິທໍາ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີ ກະຊວງຍຸຕິທໍາ.

8jpg

ກອງປະຊຸມຄັ້ງນີ້ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ, ທ່ານ ສຸລິຍາ ສີດາວົງ, ຫົວໜ້າກົມກົດໝາຍ, ກະຊວງຍຸຕິທໍາ, ມີທ່ານຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ບັນດາທ່ານຮອງຫົວໜ້າກົມກົດໝາຍ, ຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ຕາງໜ້າຈາກຫ້ອງການສໍານັກງານນາຍົກລັດຖະມົນຕີ, ຕາງໜ້າຈາກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຕາງໜ້າຈາກກະຊວງສາທາລະນະສຸກ ແລະ ບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ 30 ທ່ານ.

ຈຸດປະສົງ ແມ່ນເພື່ອກວດກາຄວາມສອດຄ່ອງ ແລະ ມີຄໍາເຫັນຕໍ່ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ທີ່ຄະນະຮັບຜິດຊອບປັບປຸງກົດໝາຍໄດ້ຄົ້ນຄວ້າດ້ານເນື້ອໃນ ໃນກອງປະຊຸມປຶກສາຫາລືພາກລັດ ແລະ ເອກະຊົນ, ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຜ່ານມາ ເພື່ອໃຫ້ໄປຕາມແຜນປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາໃຫ້ສຳເລັດ ແລະ ນໍາສະເໜີຕໍ່ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນທ້າຍປີ 2023.

ການປັບປຸງກົດໝາຍສະບັບນີ້ ເພື່ອຮັບປະກັນໃຫ້ແກ່ການພັດທະນາ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນພາກພື້ນ ກໍຄື ສາກົນ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານປົກປ້ອງສິດຊັບສິນທາງປັນຍາ ໃຫ້ມີປະສິດພາບ ແລະ ປະສິດທິຜົນ ແລະ ສອດຄ່ອງກັບສົນທິສັນຍາສາກົນ. ຊຶ່ງຮ່າງປັບປຸງກົດໝາຍດັ່ງກ່າວ ແມ່ນໄດ້ປັບປຸງໂຄງຮ່າງ ແລະ ບາງມາດຕາ ເປັນຕົ້ນ ປັບປຸງເນື້ອໃນມາດຕາ ທີ່ຕິດພັນກັບຂັ້ນຕອນການຈົດທະບຽນ ແລະ ການປົກປ້ອງສິດຊັບສິນທາງປັນຍາ, ປັບປຸງບາງປະໂຫຍກຄໍາສັບ ແລະ ຮຽບຮຽງຄືນໃໝ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມ, ປັບປຸງຊື່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງອຸດສາະກຳ ແລະ ການຄ້າ. ສະນັ້ນ, ເນື້ອໃນສຳຄັນຂອງການປັບປຸງກົດໝາຍດັ່ງກ່າວ ມີຄື: ກະກຽມເຂົ້າເປັນພາຄີຂອງສົນທິສັນຍາ ພາຍໃຕ້ການຄຸ້ມຄອງຂອງ ອົງ ການຊັບສິນທາງປັນຍາໂລກ ເປັນຕົ້ນ: ສົນທິສັນຍາວ່າດ້ວຍລິຂະສິດ, ສົນທິສັນຍາວ່າດ້ວຍການສະແດງ ແລະ ການບັນທຶກສຽງ, ສົນທິສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນກ່ຽວກັບແບບອຸດສາຫະກຳ, ສົນທິສັນຍາປັກກິ່ງ ວ່າດ້ວຍການການສະແດງພາບ ແລະ ສຽງ; ກະກຽມເຂົ້າເປັນພາຄີຂອງສະຫະພັນປົກປ້ອງພັນພືດໃໝ່; ສ້າງຄວາມຈະແຈ້ງການປົກປ້ອງ ແລະ ການລະເມີດເຄື່ອງໝາຍການຄ້າ (ລວມທັງສິ່ງຫຸ້ມຫໍ່); ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທີ່ຕິດພັນກັບການລະເມີດຊັບສິນທາງປັນຍາ; ການຄຸ້ມຄອງວຽກງານຜູ້ຕາງໜ້າໃນການຈົດທະບຽນຊັບສິນທາງປັນຍາ; ການສ້າງຕັັ້ງກອງທຶນຊັບສິນທາງປັນຍາ; ການສ້າງຄວາມຈະແຈ້ງກ່ຽວກັບການໝົດສິດຂອງເຈົ້າຂອງຊັບສິນອຸດສາຫະກໍາ (the exhuastion of right) ຊຶ່ງຕິດພັນກັບບັນຫາການແຂ່ງຂັນທາງທຸລະກິດ ຫຼື ບັນຫາການນໍາເຂົ້າແບບຄູ່ຂະໜານ (Parallel Import).

ສະນັ້ນ, ເພື່ອໃຫ້ສອດຄ່ອງຕາມລະບຽບການ ແລະ ເປັນໄປຕາມແຜນປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ ກໍໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍດັ່ງກ່າວ ກັບບັນດາກົມພາຍໃນກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ. ພ້ອມນັ້ນ, ໄດ້ສໍາເລັດການຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍດັ່ງກ່າວ ຂັ້ນທ້ອງຖິ່ນ ລວມມີ 03 ພາກ 18 ແຂວງທົ່ວປະເທດ ຄື: ພາກໃຕ້ຈັດຢູ່ ແຂວງຈໍາປາສັກ, ພາກ ເໜືອຈັດຢູ່ ແຂວງຫຼວງພະບາງ ແລະ ພາກກາງຈັດຢູ່ ແຂວງຄໍາມ່ວນ. ຊຶ່ງການປັບປຸງຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້ ປະກອບມີ X ພາກ, ຊຶ່ງໄດ້ຕັດອອກ 3 ມາດຕາ, ຂອງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບ 2017) ລວມທັງໝົດມີ 170 ມາດຕາ ແລະ ປັບປຸງໃໝ່ ລວມມີ 167 ມາດຕາ.

16jpg

ໃນກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍນີ້ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ແມ່ນເຫັນດີເປັນເອກະພາບ ຕໍ່ຮ່າງປັບປຸງກົດໝາຍດັ່ງກ່າວ, ການປະກອບຄໍາເຫັນ ມີລັກສະນະກົງໄປກົງມາ ແລະ ເປັນການແລກປ່ຽນບົດຮຽນ ບັນຫາທີ່ຕິດພັນໃນການຈັດຕັ້ງປະຕິບັດ, ຕິດພັນກັບການປົກປ້ອງສິດຊັບສິນທາງປັນຍາ. ໄລຍະຜ່ານມາ, ຄວາມເຂົ້າໃຈຕໍ່ກັບຂົງເຂດຊັບສິນທາງປັນຍາຍັງສັບສົນ ເຮັດໃຫ້ການຈັດຕັ້ງປະຕິບັດການປົກປ້ອງສິດຊັບສິນທາງປັນຍາ ບໍ່ໄດ້ຮັບປະສິດທິຜົນເທົ່າທີ່ຄວນ, ການນໍາໃຊ້ຄໍາສັບດ້ານວິຊາການຫຼາຍເຮັດໃຫ້ເຂົ້າໃຈຍາກ. ສະນັ້ນ, ເຫັນວ່າ ຮ່າງປັບປຸງກົດໝາຍ ສະບັບນີ້ ດ້ານເນື້ອ, ໂຄງຮ່າງ, ຄວາມໝາຍເດີມຂອງກົດໝາຍ ແມ່ນຍັງຮັກສາໄວ້ຄືເກົ່າ, ແຕ່ນໍາໃຊ້ຄໍາສັບເຮັດໃຫ້ມີຄວາມເຂົ້າໃຈງ່າຍຂຶ້ນ ແລະ ສອດຄ່ອງກັບສົນທິສັນຍາສາກົນ ທີ່ ສປປ ລາວ ຈະເຂົ້າເປັນພາຄີ ແລະ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ມີໂຄງປະກອບ ແລະ ເນື້ອໃນທີ່ຄົບຖ້ວນສົມບູນ ຍິ່ງຂື້ນ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ຮຽບຮຽງ ແລະ ກວດແກ້: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -