ອຄ ເຜີຍແຜຄໍາແນະນໍາການສ້າງຂໍ້ແຂ່ງຂັນ ແລະ ຄັດເລືອກຍ້ອງຍໍບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024
By ໄພວັນ On 14 Aug, 2023 At 05:44 PM | Categorized As ຂ່າວສຳຄັນ | With 0 Comments

 

IMG_0005ໃນວັນທີ 9 ສິງຫາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາກ່ຽວກັບການສ້າງຂໍ້ແຂ່ງຂັນ ແລະ ຄັດເລືອກຍ້ອງຍໍບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍສັນລະເສີນກົມກອງລວມໝູ່ ກໍຄືບັນດາອະນຸກໍາມະການຕ່າງໆ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນຂະບວນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຂອງເສົາຄໍ້າເສດຖະກິດອາຊຽນ ທີ່ຈະສະເໜີການຍ້ອງຍໍປະເພດຕ່າງໆ ຕ້ອງໄດ້ຜ່ານຂະບວນການການແຂ່ງຂັນໃນທຸກຂົງເຂດວຽກງານ ທັງຮັບປະກັນຕາມ 4 ຄາດໝາຍຂອງການແຂ່ງຂັນ ຄື: “ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ”. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ, ຮອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາຂອງກະຊວງ ອຄ, ຮອງຫົວໜ້າຄະນະຊີ້ນໍາລວມ ການກະກຽມ ແລະ ດໍາເນີນການເປັນເຈົ້າພາບຈັດກອງປະຊຸມ ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ປີ 2024, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າອະນຸກໍາມະການຕ່າງໆ, ຜູ້ຕາງໜ້າຈາກບາງອະນຸກໍາມະການ ພ້ອມດ້ວຍຄະນະກະກຽມ ແລະ ດໍາເນີນການເປັນເຈົ້າພາບຈັດກອງປະຊຸມ ທີ່ຕິດພັນກັບເສົາຄໍ້າປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ປີ 2024 ​ເຂົ້າຮ່ວມຢ່າງພ້ອມພຽງ.

IMG_0045

ທ່ານປະທານກອງປະຊຸມໃຫ້ກຽດເຜີຍແຜ່ເນື້ອໃນຄໍາແນະນໍາ ສະບັບເລກທີ 10/ພນ, ລົງວັນທີ 3 ພຶດສະພາ 2023 ຂອງກະຊວງພາຍໃນ ສໍາຄັນວ່າ ເພື່ອຮັບປະກັນເຮັດໃຫ້ການສ້າງຂະບວນການ ແລະ ຄັດເລືອກຜົນງານການຍ້ອງຍໍບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ດໍາເນີນເປັນຂະບວນການຟົດຟື້ນ ແລະ ມີຄວາມເປັນເອກະພາບໃນການຍ້ອງຍໍ ສັນລະເສີນບຸກຄົນ ແລະ ກົມກອງລວມໝູ່ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸ-ທຶນຮອນໃນບັ້ນດັ່ງກ່າວ; ເພື່ອປຸກລະດົມການປະຕິບັດໜ້າທີ່ການເມືອງຂອງບັນດາອະນຸກໍາມະການ, ທະຫານ, ຕໍາຫຼວດ ແລະ ພະນັກງານ-ລັດຖະກອນ ທີ່ຖືກແຕ່ງຕັ້ງ ຮັບໃຊ້ບັ້ນເພື່ອກະກຽມ ແລະ ດໍາເນີນເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ເປັນຂະບວນຟົດຟື້ນ, ແນ່ໃສ່ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍສັນລະເສີນບຸກຄົນ ແລະ ກົມກອງລວມໝູ່ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມມາດຕະການເງື່ອນໄຂທີ່ໄດ້ວາງອອກ, ເລືອກໄດ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານພົ້ນເດັ່ນ ໃນຂະບວນການກະກຽມ ແລະ ດໍາເນີນເປັນປະທານອາຊຽນຂອງ ສປປ ລາວ ປີ 2024.

IMG_0084

ໂອກາດນີ້ທ່ານປະທານກອງປະຊຸມໄດ້ເນັ້ນບາງຈຸດສໍາຄັນຕື່ມວ່າ: ການຈັດປະເພດຍ້ອງຍໍຜົນງານ ປະກອບມີ 5 ປະເພດ ແຕ່ 1 ຫາ 5 ຕາມຮູບການຍ້ອງຍໍຄື: 1) ຜູ້ທີ່ຖືກຈັດຢູ່ໃນຜົນງານດີເດັ່ນປະເພດ 1 ຈະໄດ້ຮັບຫຼຽນໄຊແຮງງານ ຊັ້ນ II; 2) ຜູ້ທີ່ຖືກຈັດຢູ່ໃນຜົນງານດີເດັ່ນປະເພດ 2 ຈະໄດ້ຮັບຫຼຽນໄຊແຮງງານ ຊັ້ນ III; 3) ຜູ້ທີ່ມີຜົນງານດີເດັ່ນປະເພດ 3 ໄດ້ຮັບຫຼຽນການແຮງງານ; 4) ຜູ້ທີ່ມີຜົນງານດີເດັ່ນປະເພດ 4 ແລະ 5 ໄດ້ຮັບໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂັ້ນກະຊວງ-ອົງການ.

ນອກນັ້ນ ທ່ານຍັງໄດ້ກ່າວຕື່ມວ່າ ສິ່ງສໍາຄັນອິກຢ່າງໜຶ່ງແມ່ນຄວນເອົາໃຈໃສ່ຂັ້ນຕອນໃນການຄັດເລືອກຜົນງານ, ການສ້າງແຜນແຂ່ງຂັນບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ປີ 2024; ການລົງທະບຽນແຂ່ງຂັນບຸກຄົນ; ແລະ ການຂຽນໃບເກັບກ່ຽວຜົນງານຂອງບຸກຄົນ ເພື່ອໃຫ້ຖືກເງື່ອນໄຂມາດຖານ, ແຕ່ລະອະນຸກໍາມະການຕ້ອງຂຽນແຜນການແຂ່ງຂັນ ແລະ ໃບລົງທະບຽນແຂ່ງຂັນໃຫ້ອະນຸກໍາມະການແຂ່ງຂັນ-ຍ້ອງຍໍ ຂອງກະຊວງເພື່ອຈະໄດ້ຈັດສົ່ງໃຫ້ກະຊວງພາຍໃນ ຕາມກໍານົດເວລາ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -