ເອກອັກຄະລັດຖະທູດຜູ້ມີອໍາເຕັ້ມ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 7 Aug, 2023 At 04:16 PM | Categorized As ຂ່າວສຳຄັນ | With 0 Comments

IMG_0011.1

         ຕອນເຊົ້າ ເວລາ 10: 30 ໂມງ ຂອງວັນທີ 7 ສິງຫາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ. Peter Haymond, ​ເອກ​ອັກ​ຄະ​ລັດຖະທູດຜູ້ມີອໍານາດແຫ່ງສະຫະລັດອາເມລິກາພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 10 ກວ່າທ່ານ.

IMG_0014.2

         ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ. Peter Haymond, ທີ່ໄດ້ມາຮັບໜ້າ​ດຳ​ລົງ​ຕຳ​ແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ໃຫ້​ແກ່​ສອງ​ປະ​ເທດ ລາ​ວ-ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຜ່ານ​ມາ ​ທ່ານ ກໍ່ມີ​ຜົນ​ງານ​ທີ່​ດີເດັ່ນໃນການສ້າງສາຍພົວພັນຮ່ວມ​ມື​ທີ່​ດີນັບມື້​ນັບແໜ້ນແຟ້ນຍິ່ງຂຶ້ນຫຼາຍ​ດ້ານ ແລະ ຕີລາຄາສູງຕໍ່ຜົນງານຫຼາຍດ້ານໃຫ້ແກ່ ສປປ ລາວ ເປັນຕົ້ນ​ ​ບັນ​ດາ​ໂຄງ​ການ​​ຕ່າງໆທີ່ປິ່ນອ້ອມດ້ານ​ການ​ສຶກ​ສາ, ສາ​ທາ​ລະ​ນາ​ສຸກ, ຢາປ້ອງກັນຕ້ານໂຄວິດໃຫ້​ແກ່​ລາວ  ແລະ ການຮ່ວມມືທາງດ້ານການຄ້າ ການລົງທຶນໃຫ້ແກ່ເສດຖະກິດຂອງລາວ, ນອກນັ້ນ​ຍັງ​ເປັນ​ຄູ່​ຄ້າ​ຮ່ວມ​ກັນສິນ​ຄ້າ​ການ​ນຳ​ເຂົ້າ-ສົ່ງ​ອອກໃນ​ຕໍ່​ໜ້າ​ໃຫ້​ມີການຮ່ວມມື​ທາງດ້ານການ​ຄ້າ​ຫຼາຍ​ຂຶ້ນ, ທັງສອງຝ່າຍສືບຕໍ່ສະເໜີຮ່ວມມືວຽກງານໃນຕໍ່ໜ້າແກ້ໄຂຂໍ້ຄົງຄ້າງໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

IMG_0046.3

        ທ່ານ. Peter Haymond, ​ໄດ້​ກ່າວ​ວ່າ: ຂ້າພະເຈົ້າຮູ້ສຶກພູມໃຈທີ່ໄດ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ​ແຫ່ງ ສະ​ຫະ​ລັດ ອາ​ເມ​ລິ​ກາ ປະຈໍາ ສປປ ລາວ ​ແລະ ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ໃນໄລຍະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢູ່ ສປປ ລາວ ​ ໃນໄລຍະຜ່ານມາກະຊວງກະຄືລັດຖະບານຂອງ ສປປ ລາວ ທີ່ອໍານວຍຄວາມສະດວກໃຫ້ແກ່ຂ້າພະເຈົ້າ.

        ຕອນທ້າຍ ທ່ານ ລັດຖະມົນຕີ ຍັງອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ສົ່ງເສີມສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ດີຂຶ້ນໃນຕໍ່ໜ້າ.

ພາບ-ຂ່າວ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.