ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ປະເທດມາເລເຊຍ ປະຈໍາ ສປປ ລາວ ເຂົ້າພົບປະຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຄ ແຫ່ງ ສປປ ລາວ
By theu vaenvongsod On 7 Aug, 2023 At 01:03 PM | Categorized As ຂ່າວສຳຄັນ | With 0 Comments

IMG_0017

             ຕອນບ່າຍ ເວລາ 02:00 ໂມງ ຂອງວັນທີ 04 ສິງຫາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ EDI IRWAN BIN MAHMUD ເອກອັກຄລັດຖະທູດປະເທດມາເລເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການມາແນະນຳຕົວ ໃນການມາຮັບໜ້າທີ່ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງປະເທດມາເລເຊຍ ປະຈໍາ ສປປ ລາວ ຄົນໃໝ່, ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 10 ​ທ່ານ.

IMG_0025

       ໃນໂອກາດພົບປະຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການພົວພັນທີ່ດີ ຂອງສອງປະເທດ ແລະ ຂອບໃຈທີ່ລັດຖະບານ ມາເລເຊຍ ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຕໍ່ ສປປ ລາວ ໃນຫຼາຍຂະແໜງການ ລວມທັງການຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ແລະ ການລົງທຶນ ຢູ່ລາວຫຼາຍຂຶ້ນ; ທັງສອງ​ຝ່າຍ​ໄດ້ປຶກສາຫາລື ​ກ່ຽວ​ກັບການ​​ເສີມ​ຂະຫຍາຍ​ການ​ຮ່ວມ​ມືດ້ານ​ການ​ຄ້າ, ການຮ່ວມມືດ້ານພະລັງງານໄຟຟ້າ (EDL) ຢູ່ແຂວງຈໍາປາສັກ ລະຫວ່າງ ລາວ-ມາເລເຊຍ, ການປຸງແຕ່ງກະສິກໍາທັນສະໄໝ, ການ​ພັດທະນາອຸດສາຫະກຳປຸງແຕ່ງ ແລະ ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ ຜ່ານ​ທາງ​ລົດ​ໄຟ ລາວ-ມາເລເຊຍ ​ຕໍ່ ເອີຣົບໃນອານະຄົດ ຊຶ່ງໃນປະຈຸບັນປະເທດລາວກໍ່ມີທາງລົດໄຟ ລາວ-ຈີນ ຈະເປັນໂອກາດທີ່ດີອັນໜຶ່ງໃນການຂົນສົ່ງສິນຄ້າສົ່ງອອກໄປປະເທດຈີນ ທີ່ຖືວ່າເປັນຕະຫລາດທີ່ມີຄວາມຕ້ອງການສິນຄ້າຈາກບັນດາປະເທດອາຊຽນເປັນຈໍານວນຫລາຍ; ເຫັນໄດ້ວ່າມູນຄ່າການ​ຄ້າ ລະຫວ່າງ ສປປ ລາວ ​ແລະ ມາເລເຊຍປີ 2022 ແມ່ນເພີ່ມຂຶ້ນ; ທັງເປັນການເສີມຂະຫຍາຍການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນໃນ​ຕໍ່ໜ້າຂອງສອງປະເທດ. ພ້ອມທັງສະເໜີ ສອງສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ແລະ ສະພາການຄ້າມາເລເຊຍ ໃຫ້ມີການປະສານສົມທົບ ແລະ ແລກປ່ຽນປະສົບການ ໃນການຊຸກຍູ້ໃຫ້​ນັກທຸລະກິດ​ຂອງ​ສອງ​ປະ​ເທດ​ ໄດ້​ມີການ​​ພົບ​ປະ​ຊຶ່ງ​ກັນ ​ແລະ ກັນ, ຊອກຫາວິທີການຮ່ວມທຸລະກິດນຳກັນໃຫ້ຫຼາຍຂຶ້ນ.

IMG_0032     ທ່ານ  EDI IRWAN BIN MAHMUD ສະແດງຄວາມຂອບໃຈ ທີ່ທ່ານລັດຖະມົນຕີ ກຊ ອຄ ໄດ້ໃຫ້ການຕ້ອນຮັບພ້ອມທັງ ການແລກປ່ຽນຄໍາຄິດເຫັນທີ່ດີ ຊຶ່ງເຫັນໄດ້ສະຖານະພາບການພັດທະນາຂອງປະເທດລາວ ທີ່ເຊື່ອມໂຍງກັບບັນດາປະເທດໃນພາກພື້ນຈາກປະເທດ Landlock ກາຍເປັນ Landlink ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື, ສະໜັບສະໜູນ ​ໃນວຽກງານຫຼາຍດ້ານ ລະຫວ່າງ ສປປ ລາວ – ມາເລເຊຍ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີ ໃຫ້ແກ່ສອງປະເທດ.

IMG_0023

ຕອນທ້າຍ ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນໄຊ ຕໍ່ທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຊີວິດຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານໃນໄລຍະມາປະຈໍາການຢູ່ລາວ; ພ້ອມທັງມີຜົນສໍາເລັດອັນໃຫຍ່ຫຼວງ ໃນການປະກອບສ່ວນເສີມສ້າງຄວາມຈະເລີນງອກງາມ ຂອງສອງລັດຖະບານ ແລະ ປະຊາຊົນສອງປະເທດ. ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ມອບກະຕ່າຂອງຂວັນຜະລິດຕະພັນຂອງລາວ ໃຫ້ແກ່ທ່ານທູດ ເພື່ອເປັນການໂຄສະນາສິນຄ້າຜະລິດຈາກປະເທດລາວໃຫ້ບັນດາປະເທດໄດ້ຮັບຮູ້ ຢ່າງກວ້າງຂວາງ.

IMG_0047

  ພາບ-ຂ່າວໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ ກຊ ອຄ