ກອງປະຊຸມໂຄສະນາ-ປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ 114 ປີ ແລະ ພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022
By theu vaenvongsod On 3 Aug, 2023 At 03:01 PM | Categorized As ຂ່າວສຳຄັນ | With 0 Comments

IMG_0029

      ຕອນບ່າຍເວລາ 13:00 ໂມງ ຂອງວັນທີ 31 ກໍລະກົດ 2023 ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ I ກະຊວງ ອຄ ໄດ້ຈັດກອງປະຊຸມໂຄສະນາ-ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ ແລະ ພິທີ ມອບ-ຮັບ ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈໍາປີ 2022 ແລະ ມີບັນດາສະຫາຍ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ບັນດາ​ສະຫາຍ​ຄະນະ​ພັກ​ຮາກ​ຖານ, ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ, ຄະນະ​ໜ່ວຍ​ພັກ, ບັນດາ​ຫົວໜ້າ​-ຮອງພະ​ແນ​ກ ສັງກັດ​ບັນດາ​ກົມ, ຫ້ອງການ, ສະ​ຖາ​ບັນ​ຄົ້ນຄວ້າ​​ອຸດສາຫະກໍາ ​ແລະ ການ​ຄ້າ, ບັນດາບໍລິສັດ – ລັດ​ວິ​ສາ​ຫະກິດ ທີ່​ຂຶ້ນກັບ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ ອຄ , ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ ​ແລະ ຄະນະ​ຮັບຜິດຊອບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ  ເຂົ້າຮ່ວມທັງໝົດປະມານ 200 ສະຫາຍ.

IMG_0048

          ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ​ຈັນສຸກ ແສງພະຈັນ ຮອງເລຂາຄະນະ​ບໍລິຫານ​ງານພັກກະຊວງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ໂດຍມີຈຸດປະສົງ ເພື່ອໂຄສະນາ-ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909 – 13 ກໍລະກົດ 2023) ແລະ ພິທີມອບ-ຮັບໃບຢັ້ງຢືນ​ນາມມະຍົດ ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈໍາປີ 2022 ຊຶ່ງທ່ານໄດ້ໃຫ້ກຽດໂອ້ລົມ ແລະ ເລົ່າມູນເຊື້ອອັນພິລະອາດຫານ ແລະ ນໍ້າໃຈເສຍສະຫລະເພື່ອປະເທດຊາດ ເພື່ອປະຊາຊົນຂອງປະທານ ສຸພານຸວົງ ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ ຂອງກະຊວງ ອຄ, ບັນດາບໍລິສັດ – ລັດ​ວິ​ສາ​ຫະກິດ ທີ່​ຂຶ້ນກັບ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ ອຄ , ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ ໄດ້ຮັບຮູ້ຊີວິດ ແລະ ການເຄື່ອນໄຫວປະຕິວັດ ພ້ອມທັງຍົກໃຫ້ເຫັນຜົນງານ ແລະ ຄຸນງາມຄວາມດີ ຂອງ ປະທານສຸພານຸວົງ ໃນໄລຍະຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ໄລຍະປະເທດຊາດໄດ້ເອກະລາດ ມີການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວ ພ້ອມດຽວກັນນີ້ເພື່ອເຮັດໃຫ້ພະນັກງານລັດຖະກອນກໍາໄດ້ ຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີ ນໍາເອົາບົດຮຽນມາຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງຕົນ ປະກອບສ່ວນເປັນກໍາລັງແຮງສໍາຄັນໃນການພັດທະນາປະເທດຊາດໃນຕໍ່ໜ້າ.
IMG_0057

          ນອກຈາກນີ້, ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າ​ກົມ​ຈັດຕັ້ງ ​ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດວ້ຍ​ການຮັບຮອງເອົາ ໜ່ວຍ​ພັກ​ເປັນໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈໍາປີ 2022​.

IMG_0069

        ຕອນທ້າຍ ທ່ານ ນາງ ​ຈັນສຸກ ແສງພະຈັນ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈໍາປີ 2022 ​ໃຫ້​ແກ່ 24 ໜ່ວຍ​ພັກຢ່າງສົມກຽດ.
WhatsApp Image 2023-07-31 at 15.42.40

​ຂ່າວ​ໂດຍ: ນ ຖື ​ແຫວນ​ວົງ​ສົດ, ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກົມ ​ຜຮ

ພາບໂດຍ: ທ ໄພຄໍາອີ ວິໄລຄໍາ, ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກົມ ​ຜຮ