ກອງປະຊຸມຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄໝທີ V
By ໄພວັນ On 2 Aug, 2023 At 05:11 PM | Categorized As ຂ່າວສຳຄັນ | With 0 Comments

IMG_0002

ໃນວັນທີ 27 ກໍລະກົດ 2023, ທີ່ກະຊວງ ອຄ, ກອງປະຊຸມ ຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄໝທີ V ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ມະໄລທອງ ກົມມະສິດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ພ້ອມທັງ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ບັນດາໜ່ວຍພັກລັດວິສາຫະກິດ, 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ຂັ້ນຫົວໜ້າພະແນກ ເຂົ້າຮ່ວມ.

IMG_0003

ໃນໂອກາດນີ້ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ອຄ ໄດ້ລາຍງານຜົນຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄຫມທີ V, ໄດ້ດໍາເນີນພາຍໃຕ້ການຊີ້ນໍາ ແລະ ເປັນປະທານ ຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດ, ເຊິ່ງກອງປະຊຸມໄດ້ດໍາເນີນຕາມ 3 ວາລະໃຫຍ່ຄື: 1). ການທາບທາມຄວາມໄວ້ວາງໃຈ ຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບຟັງການເຜີຍແຜ່ແນະນໍາ ຄໍາສັ່ງ ເລກທີ 268/ຄລສພ, ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ມາດຕະຖານສະເພາະຫນ້າທີ່ຮັບຜິດຊອບ ຂອງຄະນະບໍລິຫານງານພັກ ກະຊວງ-ອົງການ, ຂໍ້ຫ້າມສໍາລັບສະມາຊິກພັກ ຈາກສະຫາຍ ທອງຈັນ ໂຂງພູມຄໍຳ ກຳມະການປະຈໍາພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ການແນະນໍາລະບຽບການ, ບາດກ້າວຂັ້ນຕອນການທາບທາມ ຈາກສະຫາຍ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານ ຄະນະກວດກາສູນກາງພັກ. 2). ກອງປະຊຸມເປີດກວ້າງຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຕິດພັນກັບ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄລຍະກາງສະໄຫມ ແລະ ທິດທາງແຜນການຕໍ່ຫນ້າ; ພ້ອມນີ້, ກໍ່ໄດ້ຮັບຟັງການຜ່ານ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ຕິດພັັນກັບການ ຈັດຕັ້ງປະຕິບັດ ແລະ 02 ວາລະແຫ່ງຊາດ ຂອງຂະແໜງ ອຄ ແລະ ທິດທາງແຕ່ປັດຈຸບັນ ເຖິງປີ 2025; 3). ກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນຄະນະພັກບໍລິຫານງານພັກກະຊວງ. ໂດຍໄດ້ຮັບຟັງການຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ອຄ ໄລຍະກາງສະໄໝ ແລະ ກໍານົດວິທີການແກ້ໄຂໃນຕໍ່ໜ້າ.

IMG_0001

ໃນໂອກາດການເຂົາຮ່ວມກອງປະຊຸມ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ ພາຍໃຕ້ຄໍາຂວັນ “ຍົກສູງຄວາມສາມາດການນໍາພາຂອງພັກ ໃນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ” ໃຫ້ທັນສະໄໝກ້າວໄປສູ່ເສດຖະກິດ ດີຈີຕອນ, ສີຂຽວ ແລະ ຍືນຍົງ, ອັນພົ້ນເດັ່ນແມ່ນແມ່ນ ຂະແໜງ ອຄ ໄດ້ຮັບການຍົກລະດັບການເຄື່ອນໄຫວວຽກງານດີຂື້ນກວ່າເກົ່າ, ການພັດ ທະນາກໍໄດ້ຂະຫຍາຍຕົວດ້ວຍຈັງວະທີ່ດີ ແລະ ໄວສົມຄວນ ຊຶ່ງສະແດງອອກບາງດ້ານພົ້ນເດັ່ນຄື: ໄດ້ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃນການປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ  ກໍຄືແຜນຈັດຕັ້ງປະຕິບັດວຽກບູລິມະສິດ ແລະ ວຽກສໍາຄັນ ລະອຽດສົມຄວນ; ວຽກພັກ-ພະນັກງານ ໄດ້ຮັບການປັບປຸງໃຫ້້ໜັກແໜ້ນ; ໄດ້ສ້າງແລະ ປັບປຸງນະໂຍບາຍ, ຍຸດທະສາດ ແລະນິຕິກໍາຫລາຍສະບັບ; ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາບັນລຸປະມານ 32 ພັນລ້ານກວ່າຕື້ກີບ ທຽບໃສ່ໄລຍະດຽວກັນ ເພີ່ມຂື້ນ 19%, ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ບັນລຸປະມານ 171 ພັນກວ່າຕື້ກີບ ທຽບໃສ່ໄລຍະດຽວກັນ ເພີ່ມຂື້ນ 17%, ມູນຄ່າການຄ້າຕ່າງປະເທດ ບັນລຸ 36 ຕື້ກວ່າໂດລາ ທຽບໃສ່ໄລຍະດຽວກັນ ເພີ່ມຂື້ນກວ່າ 32.85%, ວຽການວິຊາສະເພາະກໍໄດ້ເອົາໃຈໃສ່ຕັ້ງໜ້າປະຕິບັດວຽກງານໂດຍສຸມໃສ່ 5 ແຜນງານ.

IMG_0076

ຕອນທ້າຍສະຫາຍປະທານໄດ້ເນັ້ນຕື່ມວ່າ ເພື່ອໃຫ້ບັນດາສະຫາຍກໍາແໜ້ນ ແລະ ສືບຕໍ່ເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົບການເມືອ-ແນວຄິດ ໃຫ້ແກ່ພະນັກງານ-ສະມາຊິກພັກ; ເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ໃນວຽກງານພະນັກງານ; ກໍານົດມາດຕະການແກ້ໄຂພະຍາດອາດຍາສິດ, ປະກົດການຫຍໍ້ທໍ້ ໃຫ້ເຂັ້ມງວດ ແລະ ເດັດຂາດ; ສືບຕໍ່ຊຸກຍູ້ຂະແໜງສາຍຕັ້ງຂັ້ນທ້ອງຖິ່ນ ຕໍ່ການສັບຊ້ອນຈັດວາງບຸກຄະລະກອນ ເຂົ້າໃສ່ກົງຈັກໃໝ່ ທີ່ໄດ້ຮັບຮອງພາລະບົດບາດໄປແລ້ວ; ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ແລະ ຫັນເປັນທັນສະໄໝ; ສືບຕໍ່ສ້າງຄວາມສາມາດດ້ານການແຂ່ງຂັນ ຂອງຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; ສືບຕໍ່ປະສານງານ ຮ່ວມມືກັບຂະແໜງານກ່ຽວຂ້ອງ ໃນການຊຸກຍູ່ສົ່ງເສີມການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງ; ສືບຕໍ່ກໍານົດ ແລະ ສ້າງນະໂຍບາຍທີ່ເປັນບູລິມະສິດສໍາຄັນ ເພື່ອພັດທະນາຂະແໜງ ອຄ; ສືບຕໍ່ລຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງເພື່ອແກ້ໄຂຂັ້ນຂອດ, ລະບຽບການຄຸ້ມຄອງຂອງລັດ; ສືບຕໍ່ຍູ້ແຮງການຈັດຕັ້ປະຕິບັດ 2 ວາລະແຫ່ງຊາດ; ເອົາໃຈ ໃສ່ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ; ຕໍ່ກັບຜົນຂອງການທາບທາມ ແລະ ການສໍາຫຼວດການນໍາພາ ກ່ອນ ອຶ່ນໝົດຕ້ອງຮັບຮູ້ ແລະ ເຂົ້າໃຈເປັນເອກະພາບສູງຕໍ່ຜົນດັ່ງກ່າວ; ແລະ ຄະນະພັກກະຊວງ ແລະບັນດາຮາກຖານພັກ ຕ້ອງເພີ່ມທະວີວຽກງານຕິດຕາມກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ອງການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ ແລະ ແທດເຖິງ. ສະຫາຍປະທານເຊື່ອໝັ້ນວ່າ ບັນດາສະຫາຍຈະສືບຕໍ່ພ້ອມກັນບຸກບືນ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ ໃນເຄິ່ງສະໄໝທີ່ຍັງເຫຼືອໃນການບັນລຸຄາດໝາຍ ຫຼື ລື່ນຄາດໝາຍ ທີ່ໄດ້ກໍານົດໄວ້, ກອງປະຊຸມໄດ້ປິດລົງໃນວັນດຽວກັນມີຜົນສໍາເລັດຢ່າງສະຫງ່າງາມ.

ຂ່າວ-ພາບ: ໄພວັນ ໂຄດວັນທາ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -