ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ສະເພາະກິດລະດັບສູງ
By ໄພວັນ On 1 Aug, 2023 At 12:50 PM | Categorized As ຂ່າວສຳຄັນ | With 0 Comments

01

ໃນລະຫວ່າງວັນທີ 29-31 ກໍລະກົດ 2023 ຜ່ານມາ, ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 44, ທີ່ ເມືອງລອມບ໋ອກ, ປະເທດອິນໂດເນເຊຍ ມີບັນດາປະເທດທີ່ກ່ຽວຂ້ອງເຂົາຮ່ວມ.

06

ກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 44 ຈຸດປະສົງຂອງກອງປະຊຸມຄັ້ງເພື່ອ:

1.  ຮັບຟັງການນຳສະເໜີ ຄວາມຄືບໜ້າຫຼ້າສຸດຂອງວຽກງານສໍາຄັນຕ່າງໆ ພາຍໃຕ້ປະຊາຄົມເສດຖະກິດອາຊຽນ ແລະ ໄດ້ມີການລາຍງານເຖິງບັນຫາທີ່ສໍາຄັນ ແລະ ເກີດຂຶ້ນໃໝ່ ທີ່ສົ່ງຜົນກະທົບຕໍ່ກັບການເຊື່ອມໂຍງເສດຖະກິດໃນພາກພື້ນ  ໃນຊ່ວງໄລຍະເວລາທີ່ເຫຼືອຢູ່ຂອງການເປັນປະທານອາຊຽນຂອງປະເທດອິນໂດເນເຊຍ.

2. ກຳນົດ​ບັນດາ​ເນື້ອ​ໃນ​ຂອງອົງປະກອບປະຊາຄົມເສດຖະກິດອາຊຽນ ໃນການ​ພັດທະນາ​ວິ​ໄສ​ທັດຂອງ​ປະຊາ​ຄົມ​ເສດຖະກິດອາ​ຊຽນ​ ຫຼັງ​ປີ 2025 ເຊີ່ງຈະໄດ້ຮັບການຜັນຂະຫຍາຍເພີ່ມຕື່ມ ກອງປະຊຸມຄັ້ງທີ 2 ຂອງໜ່ວຍງານວິ​ໄສ​ທັດ ​ປະຊາ​ຄົມ​ເສດຖະກິດອາ​ຊຽນ​ ຫຼັງ​ປີ 2025 (Working Group for AEC Post-2025 Vision).

07 (2)

3. ການມອບ-ຮັບ ການເປັນປະທານກອງປະຊຸມຄັ້ງຕໍ່ໄປ ສຳລັບ ກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ແລະ 46 ທີ່ ສປປ ລາວ ໃນໄລຍະການເປັນປະທານອາຊຽນ 2024 ຂອງ ສປປ ລາວ.

 ຮຽບຮຽງ: ທ ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

ແຫຼ່ງຂ່າວ ແລະ ພາບ: ຈາກກົມນະໂຍບາຍການຄ້າຕ່າງປະເທດ

About -