ພິທີລົງນາມ ບົດບັນທຶກຄວາມເຂົົ້າໃຈ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຖາບັນຄົົ້ນຄວ້າເສດຖະກິດອາຊຽນ-ອາຊີຕາເວັນອອກ (ERIA) ກ່ຽວກັບການ ຊ່ວຍເຫຼືອການກະກຽມ ແລະ ການເປັນປະທານອາຊຽນ ປີ 2024
By theu vaenvongsod On 31 Jul, 2023 At 10:52 AM | Categorized As ຂ່າວສຳຄັນ | With 0 Comments

    IMG_0007

     ໃນຕອນແລງຂອງວັນທີ 28 ກໍລະກົດ 2023, ທີີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີຮ່ວມລົງນາມໃນບົດບັນທຶກຄວາມເຂົົ້າໃຈ (MOU) ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (MoIC) ແລະ ສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). ໃຫ້ກຽດລົງນາມຄັ້ງນີ້ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງສປປ ລາວ ລະ ທ່ານ Tetsuya Watanabe, ປະທານຂອງສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). 

IMG_0011     

     ຈຸດປະສົງຂອງການຮ່ວມລົງນາມໃນບົດບັນທຶກຄວາມເຂົົ້າໃຈດັັ່ງກ່າວ ແມ່ນເປັນການເສີມຂະຫຍາຍການຮ່ວມມືສອງຝ່າຍລະຫວ່າງ ກະຊວງ ອຄ ແລະ ສະຖາບັນ ERIA ເພືີ່ອສ້າງຄວາມເຂັັ້ມແຂງດ້ານບຸກຄະລາກອນໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ສະໜັບສະໜູນການເປັນເຈົົ້າພາບ ແລະ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈະມາເຖິງນີົ້.IMG_0020

     ໃນພິທີດັັ່ງກ່າວ ມີບັນດາຄະນະກົມ ແລະ ຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກກົມອາຊຽນ ກະຊວງການຕ່າງປະເທດ ແລະ ທີມງານຈາກສະຖາບັນ ERIA ເຂົົ້າຮ່ວມເພືີ່ອເປັນສັກຂີພະຍານໃນການຮ່ວມລົງນາມດັັ່ງກ່າວ. 

IMG_0025

IMG_0028ແຫລ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ ກຊ ອຄ

ພາບໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກົມຜຮ ອຄ