ກອງປະຊຸມເປີດກວ້າງຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງ ອຄ
By ໄພວັນ On 27 Jul, 2023 At 11:11 PM | Categorized As ຂ່າວສຳຄັນ | With 0 Comments

IMG_0003          ໃນວັນທີ 26 ກໍລະກົດ 2023 (ມື້ທີ 2) ຂອງການດໍາເນີນກອງປະຊຸມເປີດກວ້າງຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງມີຜູ້ເຂົ້າຮ່ວມຕາງຫນ້າຈາກຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ເລຂາຄະນະບໍລິຫານງານ ແລະ ປະທານອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບອົງຄະນະພັກກະຊວງ.

IMG_0182

          ກອງປະຊຸມມື້ທີ 2 ຈະໄດ້ປະກອບຄໍາຄິດເຫັນ ໃສ່ຮ່າງບົດສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຕິດພັນກັບ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄລຍະກາງສະໄຫມ ແລະ ທິດທາງແຜນການຕໍ່ຫນ້າ; ແລະ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ຕິດພັັນກັບການຈັດຕັ້ງປະຕິບັດ ແລະ 02 ວາລະແຫ່ງຊາດ ຂອງຂະ   ແໜງອຸດສາຫະກໍາ ແລະ ການຄ້າ ແລະ ທິດທາງແຕ່ປັດຈຸບັນ ເຖິງປີ 2025.

IMG_0008

ຊຶ່ງມີຫົວຂໍ້ສໍາຄັນຄື 1. ຍົກສູງຄຸນນະພາບຂອງວຽກງານການເມືອງ-ແນວຄິດ ໃນຂົງເຂດອຸດສະຫະກໍາ ແລະ ການຄ້າ ໃນເງື່ອນໄຂໃໝ່, 2. ວຽກງານພະນັກງານ ແລະ ວຽກງານຂະບວນການຂອງ 3 ອົງການຈັດຕັ້ງມະຫາຊົນ, 3. ການຄຸ້ມຄອງສິນຄ້າ ແລະ ແຊກແຊງລາຄາ, 4. ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການຄ້າຊາຍແດນ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ, 5. ການກວດກາ ແລະ ການສະກັດກັ້ນການຄ້ານອກລະບົບ, 6. ການສົ່ງເສີມການຜະລິດເປັນສິນຄ້າ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, 7. ການສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, 8. ການສົ່ງເສີມ ແລະ ຄຸ້ມຄອງອຸດສາຫະກໍາປຸງແຕ່ງ ແລະ 9. ການປະຕິຮູບລັດວິສາຫະກິດນໍ້າມັນເຊື້ອໄຟລາວ.

IMG_0020

ນອກຈາກນີ້ ຍັງໄດ້ປະກອບຄໍາເຫັນໃສ່ຄໍາຖາມເຈາະຈິ້ມຈາກ ປະທານກອງປະຊຸມຄັ້ງວັນທີ 25 ກໍລະກົດ 2023 ຄື: ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, ອໍານວຍຄວາມສະດວກທາງດ້ານການຄ້າ, ການຫັນເປັນທັນສະໄໝ, ບົດບາດຂອງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ເຫັນໄດ້ຄວາມໝາຍສໍາຄັນ ຂອງລັດວິສາຫະກິດ.

IMG_0004

ຕອນທ້າຍ ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ຕາງໜ້າຄະນະປະຈໍາພັກກະຊວງ ກໍໄດ້ມີຄໍາເຫັນສັງລວມການປະກອບຄໍາເຫັນຕໍ່ສອງຮ່າງບົດສະຫລຸບ ແລະ ບັນດາຫົວຂໍ່້ຂ້າງເທິງ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າສານ

About -