ຄະນະບໍລິຫານງານພັກ ກະຊວງ ອຄ ເປີດກອງປະຊຸມຄົບຄະນະກາງສະໄໝ
By ໄພວັນ On 26 Jul, 2023 At 12:30 PM | Categorized As ຂ່າວສຳຄັນ | With 0 Comments

IMG_0042

ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສະ ໄໝທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2023, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງ ອຄ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ແລະ ສະຫາຍ ມະໄລທອງ ກົມມະສິດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ພ້ອມທັງ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ບັນດາໜ່ວຍພັກລັດວິສາຫະກິດ, 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 111 ທ່ານ.

IMG_0050

ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ອຄ ໄດ້ກ່າວເປີດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ກາງສະໄໝທີ V ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກ ກຳລັງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງຕັ້ງໜ້າ. ໃນນີ້, ກໍໄດ້ຍົກໃຫ້ເຫັນເຖິງ ຜົນງານພົ້ນເດັ່ນໃນທົ່ວຂະແໜງການອຸດສາຫະກໍາ ແລະ ການຄ້າ ທີ່ໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານພັກ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ອຄ, ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5 ປີ (2021-2025) ໂດຍຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ດ້ວຍຄວາມຕັ້ງໜ້າບຸກບືນ ແລະ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຊຶ່ງສາມາດບັນລຸໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະ ດ້ານນິຕິກໍາ ເຊັ່ນ ກົດໝາຍວ່າດ້ວຍວິສາຫະກິດ, ດ້ານການສົ່ງເສີມ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ດ້ານການຄຸ້ມຄອງການເໜັງຕີງຂອງລາຄາສິນຄ້າ, ການແກ້ໄຂສະພາບຂາດແຄນນ້ຳມັນ ແລະ ອື່ນໆ.

IMG_0045

ໂອກາດນີ້, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກໍໄດ້ໃຫ້ກຽດມີຄໍາເຫັນສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງກົມການເມືອງສູນກາງພັກ ຕໍ່ການພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ ຂອງປະເທດເຮົາ ເພື່ອນໍາໃຊ້ທ່າແຮງ ອຸດສາຫະກໍາ 4.0 ໃນການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຂອງປະເທດ ຕາມທິດສີຂຽວ ແລະ ຍືນຍົງ. ພ້ອມກັນນັ້ນ,​ ສະຫາຍໄດ້ຊີ້ນໍາຢ່າງເລິກເຊິ່ງເຖິງຖອງ ໃຫ້ເອົາໃຈໃສ່ ວຽກງານສຶກສາອົບຮົມ ດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະ ນັກງານ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ

ໜັກແໜ້ນຕາມທິດສືບຕໍ່ ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ; ກໍ່ສ້າງພະນັກງານ ໃຫ້ມີລະດັບຄວາມຮູ້ ທາງດ້ານທິດສະດີການ ເມືອງ ມີຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ; ບັນຈຸສັບຊ້ອນພະນັກງານ ໃຫ້ຖືກຕ້ອງເໝາະສົມຕາມມາດ ຖານຕຳແໜ່ງງານທີ່ກຳນົດໄວ້; ປັບປຸງນິຕິກຳເກົ່າທີ່ບໍ່ສອດຄ່ອງ ແລະ ສ້າງນິຕິກໍາໃໝ່ໃຫ້ພຽງພໍ ແລະ ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມ.

IMG_0059

ໃນວາລະກອງປະຊຸມ ຍັງໄດ້ດໍາເນີນການປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາ ແລະ ການປະກອບຄຳຄິດເຫັນທີ່ຈິງໃຈ,​ ກົງໄປກົງມາ ແລະ ນຳໃຊ້ສິດປະຊາທິປະໄຕຢ່າງເຕັມທີ່ ຕໍ່ກັບການນຳພາລວມ ແລະ ບຸກຄົນ ເພື່ອປັບປຸງແກ້ໄຂການຊີ້ນຳ-ນຳພາວຽກງານຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ກ້າວໜ້າ ແລະ ຍາດໄດ້ຜົນງານທີ່ພົ້ນເດັ່ນ ແລະ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ກອງປະຊຸມເປີດກວ້າງ ຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ແລະ ກອງປະຊຸມພາຍໃນຄະນະບໍລິຫານງານພັກກະຊວງ ອຸດສາຫະກຳ ແລະ ການຄ້າ ຈະໄດ້ດໍາເນີນໄປຈົນເຖິງວັນທີ 27 ກໍລະກົດ ຈຶ່ງຈະສໍາເລັດ.

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -