ກອງປະຊຸມຄະນະສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ
By phaikhame evilay On 21 Jul, 2023 At 12:21 PM | Categorized As ຂ່າວສຳຄັນ | With 0 Comments

IMG_0011

        ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຄັ້ງວັນທີ 21 ກໍລະກົດ 2023, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫລວງວຽງຈັນ. ກອງ​ປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ​, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ) ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມ, ກະຊວງການເງິນ, ກົມຕໍາຫຼວດເສດຖະກິດ (ກະຊວງ ປ້ອງກັນຄວາມສະຫງົບ), ກະຊວງ ຍຸຕິທໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະແນກນິຕິກໍາ (ຫ້ອງການກະຊວງ ອຄ),  ​ພະນັກງານຈາກພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ແລະ ພະນັກງານຈາກພະແນກທີ່​ກ່ຽວຂ້ອງ​ກົມການຄ້າພາຍໃນ ຈໍານວນ 30 ທ່ານ.

       IMG_0037

         ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ລະດົມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເປັນເວທີປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ຮັບຟັງການລາຍງານຄວາມຈໍາເປັນໃນການສ້າງຮ່າງດໍາລັດດັ່ງກ່າວ ພ້ອມທັງສະເໜີຜ່ານຮ່າງດໍາລັດດັ່ງກ່າວ.

IMG_0021

         ພາຍຫຼັງປະກອບຄໍາຄິດເຫັນຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ກ່ຽວກັບໂຄງຮ່າງ ແລະ ເນື້ອໃນຂອງແຕ່ລະມາດຕາຂອງຮ່າງດໍາລັດດັ່ງກ່າວ. ​ທາງຄະນະຮັບຜິດຊອບ ກໍ່ຄືຄະນະກອງເລຂາ ​ຈະ​ໄດ້​ນຳ​ເອົາການປະກອບຄໍາເຫັນຂອງບັນດາທ່ານ ໄປປັບປຸງເພື່ອເຮັດໃຫ້ຮ່າງດໍາລັດດັ່ງກ່າວສົມບູນຂຶ້ນ. ທາງຄະນະຮັບຜິດຊອບ ຍັງຈະໄດ້ສືບຕໍ່ເຮັດວຽກນໍາກະຊວງຍຸຕິທໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ບັນດາທ່ານທີ່ມາຈາກຂະແໜງການອື່ນ. ຄາດວ່າ ຮ່າງດໍາລັດສະບັບດັ່ງກ່າວ ຈະສໍາເລັດຕາມແຜນການທີ່ວາງໄວ້ ເພື່ອຈະເປັນເຄື່ອງມືທີ່ສໍາຄັນ ນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ປະກອບສ່ວນເຂົ້າໃນ​ວຽກ​ງານ​ການແຂ່ງຂັນທາງທຸລະກິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

 ພາບ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກະຊວງ ອຄ.

ຂ່າວ; ຈາກກົມການຄ້າພາຍໃນ  ກະຊວງ ອຄ.