ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ
By ໄພວັນ On 18 Jul, 2023 At 01:27 PM | Categorized As ຂ່າວສຳຄັນ | With 0 Comments

IMG_0004

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ພາຍໃຕ້ຫົວຂໍ້ ການສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນຂອງນັກທຸລະກິດຍິງລາວ ໃນຊ່ວງການລະບາດໂຄວິດ-19” ເພື່ອ ສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແກ່ແມ່ຍິງຄັ້ງທຳອິດເປັນເວທີປຶກສາຫາລື ສ້າງແຮງບັນດານໃຈ ແລະ ສ້າງເຄືອຂ່າຍໃຫ້ແມ່ຍິງ ໄດ້ຈັດຂື້ນຄັ້ງວັນທີ 17 ກໍລະກົດ 2023 ທີ່ໂຮງແຮມຄາວພາຊາ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນ. ສິລິຄູນ ພູມລາວັນ, ຮອງປະທານສະມາຄົມ ນັກທຸລະກິດຍິງ , ທ່ານ ນ. ສົມໝາຍ ພົມມຸນິວົງ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ອຄ, ທ່ານ ອາເລັກຊັນເດີ ເຄນເມີ ຜູ້ຕາງໜ້າຈາກທະນາຄານໂລກ ມີພາກລັດທີ່ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ, ສະມາຄົມທຸລະກິດຕ່າງໆ, ອາຈານ ແລະ ນັກຮຽນຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ.

IMG_0006

 

ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃຫ້ເຫັນພາບລວມຂອງສິ່ງກີດຂວາງແມ່ຍິງ ໃນ ສປປ ລາວ ແລະ ໃນພາກພື້ນ ແລະ ສິ່ງທີ່ຄວນເຮັດເພື່ອສົ່ງເສີມການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ໃນ ສປປ ລາວ, ທ່ານຍັງໃຫ້ຮູ້ຕື່ມວ່າ: ໂດຍເນັ້້ນໜັກເຖິງຄວາມສຳຄັນຂອງການປະຕິບັດໃຫ້ໄດ້ແທ້ ເພື່ອແກ້ໄຂຊ່ອງວ່າງ ທີ່ມີຢູ່ລະຫວ່າງ ທຸລະກິດທີ່ດຳເນີນໂດຍຜູ້ຊາຍ ແລະ ທຸລະກິດທີ່ດຳເນີນໂດຍຜູ້ຍິງ ພວກເຮົາຈະສືບຕໍ່ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ເພີ່ມການເຂົ້າເຖິງການບໍລິການດ້ານ ການເງິນ ແລະ ນຳໃຊ້ເຕັກໂນໂລຊີດ້ານດິຈິຕໍ ໃຫ້ແກ່ທຸກຄົນ”.

IMG_0012

ໃນຂະນະທີ່ກ່າວເຖິງຄວາມສຳຄັນ ຂອງການນຳໃຊ້ແນວທາງແບບຄົບຊຸດໃນການສົ່ງເສີມການສ້າງຄວາມເຂັ້ມແຂງດ້ານເສດຖະກິດຂອງແມ່ຍິງ, ທ່ານ ນ ສິລິຄູນ ພູມລາວັນ, ຮອງປະທານສະມາຄົມ ນັກທຸລະກິດຍິງ ເນັ້ນໜັກຕື່ມວ່າ: ພວກເຮົາຈຳເປັນຕ້ອງຮັບຮູ້ວ່າ ພວກເຮົາສາມາດເຮັດໄດ້ຫຼາຍສິ່ງ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໂດຍຜ່ານການປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດ, ການເຂົ້າເຖິງ ການເງິນ, ແຮງງານ, ຂໍ້ມູນຂ່າວສານ ແລະ ຊັບສິນທີ່ມີປະສິດຕິຜົນຕ່າງໆ, ການມີສິດທິທີ່ເທົ່າທຽມກັນຂອງແມ່ຍິງ ແມ່ນພື້ນຖານຂອງຄວາມຈະເລີນກ້າວໜ້າຂອງທຸກໆຄົນ. ນອກນັ້ນຍັງເຊື່ອໝັ້ນວ່າທຸກທ່ານຄົງຈະເຫັນດີເປັນເອກະພາບວ່າ ການມີຄວາມເທົ່າທຽມກັນ ລະຫວ່າງເພດຍິງ ແລະ ເພດຊາຍ ຈະເຮັດໃຫ້ພວກເຮົາມີຄວາມປອດໄພ, ມີຄວາມສຸກ, ມີຄວາມຈະເລີນຮຸ່ງເຮືອງ ແລະ ປະສົບຜົນສໍາເລັດຫຼາຍຂື້ນ.

IMG_0089

ສປປ ລາວ ກໍຄ້າຍຄືກັບປະເທດອື່ນໆໃນໂລກ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດ ຂອງພະ ຍາດໂຄວິດ-19. ໃນໄລຍະນັ້ນ,​ ຜູ້ຄົນໄດ້ປະເຊີນກັບການສູນເສຍວຽກເຮັດງານທຳ,​ ໄພເງິນເຟີ້, ການອ່ອນຄ່າ ຂອງເງິນກີບ ແລະ ໜີ້ສິນພາກລັດ ແລະ ພາກທຸລະກິດທີ່ສູງຂຶ້ນ. ແມ່ຍິງ ແລະ ເດັກຍິງ ແມ່ນໄດ້ຮັບຜົນກະທົບໃນທາງລົບຫຼາຍຂຶ້ນ ໃນທຸກດ້ານຂອງການມີສ່ວນຮ່ວມທາງດ້ານເສດຖະກິດ ແລະ ສັງຄົມ ນັບຕັ້ງແຕ່ ການສຶກສາ, ສາທາ, ອາຊີບ, ຄວາມຮຸນແຮງໃນຄອບຄົວ, ການເປັນຕົວແທນ ແລະ ອື່ນໆ.​ ເຖິງຢ່າງໃດກໍ່ຕາມ ແມ່ຍິງຈະບໍ່ຍອມຈຳນົນຕໍ່ແຮງກົດດັນເຫຼົ່ານີ້. ໃນຂະນະທີ່ ປະເທດຍັງຄົງສືບຕໍ່ການຟຶ້ນຟູ ຫຼັງຈາກການແຜ່ລະ ບາດຂອງພະຍາດໂຄວິດ-19, ແມ່ຍິງ ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງສັກກະຍະພາບ, ​ຄວາມເຂັ້ມແຂງ ແລະ ຄວາມຮູ້ ຄວາມສາມາດ ຂອງພວກເຂົາ.

IMG_0167

 

ນອກນີ້ ໄດ້ສົນທະນາບອກ​ເລົ່າ​ເລື່ອງ​ລາວ ເສັ້ນ​ທາງ​ທີ່ສ້າງແຮງບັນດານໃຈຂອງ 4 ນັກ​ທຸ​ລະ​ກິດ​ຍິງລາວ ທີ່ມາຈາກຂະແໜງການທີ່ແຕກຕ່າງກັນມີ: ການທ່ອງທ່ຽວ, ການຂົນສົ່ງ, ກະສິກຳ ແລະ ການແປຮູບອາຫານ ແລະ ພິເສດ ມີຜູ້ບັນຍາຍຈາກປະເທດໄທ ທີ່ໄດ້ມາແບ່ງປັນຄວາມທ້າທາຍ ການປັບໂຕ ແລະ ພາວະຄວາມເປັນຜູ້ນຳ ໃນໄລຍະການຟື້ນຟູຈາກການແຜ່ລະບາດພະຍາດໂຄວິດ-19. ປະກອບມີ ທ່ານນາງ ຄຳລີ້ ພີລາວົງ ຜູ້ກໍ່ຕັ້ງຜະລິດຕະພັນເຂົ້າລາວ, ທ່ານນາງ ໝິມີ່ ພົມມາລີ ຜູ້ຈັດການສວນຄຳເພັດ, ທ່ານນາງ ພິລາປະຈິດ ປະຈິດທຳ ຜູ້ຈັດການຝ່າຍດຳເນີນທຸລະກິດ ກຸ່ມບໍລີິສັດ ອິນທິຣາ, ແລະ ທ່ານນາງ ສີສົມພອນ ພົມວິໄລ ອຳນວຍການການຕະຫຼາດ ບໍລິສັດຮຸ່ງອາລຸນ ໂລຈິສຕິກ ຈຳກັດ.

IMG_0151

ຂ່າວ-ພາບ: ໄພວັນ ໂຄດວັນທາ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ອຄ

About -