ຝຶກອົບຮົມ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ ຄັ້ງທີ 1

WechatIMG40-edit

ໃນວັນທີ 13-14 ກໍລະກົດ 2023 ທີ່​  ເມືອງວັງວຽງ, ແຂວງວຽງ​ຈັນ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຝຶກອົບຮົມຫຼັກສູດຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ. ພາຍໃຕ້ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ    ສ​ປ​ປ ລາວ – LCT . ໂດຍການເປັນປະທານຂອງທ່ານ ແສງພະນົມຈອນ ອິນທະສານ ແລະ ພ້ອມດ້ວຍປະທານຮ່ວມທ່ານ ນາງ ສົມໝາຍ ພົມມຸນິວົງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ ແລະ ບັນດາພາກສ່ວນທີ່ປະຕິບັດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສ​ປ​ປ ລາວ – LCT ກໍ່ໄດ້ເຂົ້າຮ່ວມ.

        ເຊິ່ງຈຸດປະສົງຂອງ ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ – LCT ມີເປົ້າ​ໝາຍ​ພັດ​ທະ​ນາ​ປັບ​ປຸງ​ລະ​ບຽບ​ການ​ທີ່​ຕິດ​ພັນ​ກັບ​ທຸ​ລະ​ກິດ​ໃຫ້​ງ່າຍ​ຂຶ້ນ, ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ. ປີ 2020 ໂຄງການໄດ້ສ້າງເແຜນປະຕິບັດງານວ່າດ້ວຍການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ສຳລັບໂຄງ ການເພື່ອແນ່ໃສ່ແກ້ໄຂສິ່ງທ້າທາຍໃຫ້ແກ່ຜູ້ປະກອບການຍິງ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເຊີ່ງເປັນແຜນງານທີ່ເປັນວຽກບູລິມະສິດທີ່ຄູ່ຮ່ວມພັດທະນາສຸມໃສ່ ແລະ ໃຫ້ຄວາມສຳຄັນໃນການຈັດຕັ້ງປະຕິບັດພາຍໃຕ້ໂຄງການໃນປະຈຸບັນ ແລະ ໃນຕໍ່ໜ້າ.

ເພື່ອສຶບຕໍ່ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ກົມແຜນການ ແລະ ຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຈ້າງຊ່ຽວຊານພາຍໃນ ແລະ ຕ່າງປະເທດ ເພື່ອມາປະເມີນຂີດຄວາມສາມາດຂອງພາກສ່ວນປະຕິບັດໂຄງການໃນການເຊື່ອມສານບົດບາດຍິງ-ຊາຍ ແລະ ອອກແບບເປັນຫຼັກສູດຝຶກກອົບຮົມແບບຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານວຽກງານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ ເຊີ່ງມີແຜນຈະເລີ່ມຈັດຝຶກອົບຮົມໃຫ້ແກ່ບັນດາກົມອ້ອມຂ້າງກະຊວງ ອຄ ແລະ ພາກສ່ວນປະຕິບັດໂຄງການແຕ່ເດືອນກໍລະກົດ 2023 ຫາ ເດືອນ ກຸມພາ 2024.

2  8

             ການຝຶກອົບຮົມຄັ້ງທີ 01 ນີ້ແມ່ນເພື່ອສະໜອງຄວາມຮູ້ກ່ຽວກັບນິ ຍາມຂອງບົດບາດຍິງ-ຊາຍ, ຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງດ້ານເສດຖະກິດແກ່ແມ່ຍິງ ແລະ ນິຍາມຂອງການເຊື່ອມບົດບາຍິງ-ຊາຍ.   ເຊີ່ງຫຼັກສູດຝຶກອົບຮົມ ໄດ້ແບ່ງອອກເປັນ 4 ຄັ້ງ 01) ນິຍາມຂອງບົດບາດຍິງ-ຊາຍ ແລະ ການເຊື່ອມສານບົດບາດຍິງ-ຊາຍ. 02) ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງທຸລະກິດ. 03) ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນນະໂຍບາຍການຄ້າ. ແລະ ຄັ້ງທີ 04) ເຄື່ອງມືໃນການເຊື່ອມສານບົດບາດຍິງ-ຊາຍ.

6

ພາບ ແລະ ຂ່າວ ໂດຍ:  ນ. ເພັດປະກາຍ

ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກົມແຜນການ ແລະ ການຮ່ວມມື

About -