ບໍລິສັດກາເຟລາວ ເຂົ້າຮ່ວມງານວາງສະແດງກາເຟໂລກທີ່ ນະຄອນຫຼວງ ເອເທັນ

1

ງານ​ວາງ​ສະ​ແດງກາເຟໂລກ (WOC) ຈັດໂດຍ ​ສະ​ມາ​ຄົມ​ກາ​ເຟພິເສດ​ ​ແມ່ນ​ກິດ​ຈະ​ກຳ​ປະ​ຈຳ​ປີ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ຊ່ຽວ​ຊານ​ອຸດ​ສາ​ຫະ​ກຳ​ກາ​ເຟ​ຈາກ​ທົ່ວ​ໂລກ. ງານທີ່ຫຼາຍຄົນຕັ້ງໜ້າຕັ້ງຕາລໍຖ້ານີ້ ແມ່ນສ້າງເວທີສໍາລັບຜູ້ຜະລິດ, ຜູ້ຄ້າ, ຜູ້ນໍາເຂົ້າ, ຜູ້ຂົ້ວກາເຟ, ຮ້ານຂາຍຍ່ອຍ, ແລະ ຜູ້ທີ່ມັກກາເຟທັງຫຼາຍ ເພື່ອເຊື່ອມຕໍ່, ຮຽນຮູ້, ແລະ ສະແດງຜະລິດຕະພັນຂອງພວກເຂົາ. ​ໃນ​ປີ 2023, ງານ WOC ແມ່ນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 22-24 ມິຖຸນາ​ນີ້ ຢູ່​ນະຄອນຫຼວງເອເທັນ ປະ​ເທດ​ເກຼັກ. ຖືເປັນໂອກາດທີ່ພິເສດສໍາລັບ ຜູ້ຜະລິດກາເຟລາວ ທີ່ຈະໄດ້ສຳພັດ ແລະ ໄກ້ຊິດກັບຕະຫຼາດເອີຣົບ.

ໃນປີທີ່ຜ່ານມານີ້ ກາເຟລາວໄດ້ຮັບການຍອມຮັບວ່າເປັນກາເຟທີ່ມີຕົ້ນກຳເນີດທີ່ມີລັກສະນະພິເສດ. ເນື່ອງຈາກ ສະພາບພູມສັນຖານທີ່ເປັນເອກະລັກ ແລະ ການປູກແບບດັ້ງເດີມຂອງ ລາວ ທີ່ ປະກອບສ່ວນເຂົ້າໃນການຜະລິດເມັດກາເຟທີ່ມີຄຸນນະພາບສູງ, ທີ່ມີລົດຊາດ ແລະ ລັກສະນະທີ່ແຕກຕ່າງອອກໄປ. WOC ໃນ Athens ສ້າງໃຫ້ຜູ້ຜະລິດກາເຟລາວ ມີເວທີເພື່ອສະແດງກາເຟຄຸນນະພາບພິເສດຂອງເຂົາເຈົ້າໃຫ້ແກ່ຜູ້ຊົມທີ່ຫຼາກຫຼາຍ ສາຂາອາຊີບໃນຂະແໜງ ອຸດສາຫະກໍາ ແລະ ຜູ້ທີ່ມັກກາເຟ.

ບໍລິສັດກາເຟລາວທີ່ໄດ້ເຂົ້າຮ່ວມງານວາງສະແດງກາເຟໂລກທີ່ ນະຄອນຫຼວງ ເອເທັນ

5 ບໍລິສັດ ກາເຟລາວໂດດເດັ່ນທີ່ໄດ້ຮັບການຄັດເລືອກໃຫ້ເຂົ້າຮ່ວມ ງານວາງສະແດງ WOC ທີ່ ນະຄອນ Athens ຄື: ຄອມມາ ກາເຟ, ກາເຟ ເມືອງຊຽງ, ກຸ່ມ ກາເຟນໍ້າແບງ, ພູພຽງ ປາກຊ່ອງ ແລະ ກາເຟ ວັນໃໝ່. ບໍລິສັດເຫຼົ່ານີ້ໄດ້ຖືກຄັດ ເລືອກໃຫ້ເຂົ້າຮ່ວມ ໂດຍອີງໃສ່ການມີສ່ວນຮ່ວມຂອງພວກເຂົາໃນການແຂ່ງຂັນ ກາເຟໝາກຊ້ອມປະຈໍາປີ, ທີ່ໄດ້ຈັດຂຶ້ນ ໃນຕົ້ນເດືອນມີນາ 2023 ຜ່ານມາ..

ການເຂົ້າຮ່ວມງານວາງສະແດງຄັ້ງນິີ້ ແມ່ນພາຍໃຕ້ການສະໜັບສະໜູນ ຈາກໂຄງການ ARISE Plus; ໂຄງການ CLEAN ພາຍໃຕ້ອົງການ Winrock ແລະ ຄູ່ຮ່ວມມືການຄ້າຂອງປະເທດອັງກິດ.

4

ງານວາງສະແດງກາເຟຄຸນນະພາບພິເສດຂອງລາວ

WOC ແມ່ນງານກາເຟທີ່ໃຫຍ່ທີ່ສຸດຂອງເອີຣົບ. ທີ່ໄດ້ເປີດ ໂອກາດໃຫ້ແກ່ບໍລິສັດກາເຟລາວເພື່ອສະແດງກາເຟທີ່ມີຄວາມພິເສດຂອງພວກເຂົາ ໃຫ້ແກ່ຜູ້ຊ່ຽວຊານ ທີ່ຫລາກຫລາຍໃນອຸດສາຫະກໍາກາເຟ ແລະ ຜູ້ທີ່ມັກການດື່ມກາເຟຈາກທົ່ວໂລກ. ໂດຍການເຂົ້າຮ່ວມໃນງານຄັ້ງນີ້, ຜູ້ຜະລິດ ແລະ ຜູ້ປະກອບການກາເຟລາວໄດ້ຮັບຄວາມສົນໃຈຈາກຕະຫຼາດທີ່ມີມູນຄ່າສູງ ແລະ ໄດ້ຮັບຄວາມເຂົ້າໃຈກ່ຽວກັບອຸດສາຫະກຳກາເຟພິເສດຂອງເອີຣົບ.

ການສ້າງການເຊື່ອມຕໍ່ກັບຜູ້ຊື້ ແລະ ຜູ້ນໍາເຂົ້າ

WOC Athens 2023 ​ເປັນ​ເຈົ້າ​ພາບ​ຈັດ​ງານໃຫ້ແກ່ຜູ້​ວາງ​ສະ​ແດງ 300 ກວ່າບໍລິສັດ ແລະ​ ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ຫຼາຍກວ່າ 10,000 ຄົນ​ຈາກ​ທົ່ວ 80 ປະ​ເທດ​ໃນ​ທົ່ວ​ໂລກ. ຜົນປະໂຫຍດຈາກການ ເຂົ້າຮ່ວມງານວາງສະແດງຄັ້ງນີ້ແມ່ນໄດ້ສ້າງ ໂອກາດໄດ້ຮູ້ຈັກ ແລະ ແລກປ່ຽນກັບຜູ້ຊື້ ແລະ ຜູ້ນໍາເຂົ້າທີ່ມີທ່າແຮງ, ສ້າງໂອກາດໃຫ້ຜູ້ຜະລິດກາເຟລາວ ໄດ້ນຳສະເໜີກາເຟທີ່ໂດດເດັ່ນ, ນຳໃຫ້ຕ່າງຊາດໄດ້ຊິມ ແລະ ເລົ່າເລື່ອງທີ່ໄປມາຂອງກາເຟລາວ ແລະ ສົ່ງເສີມໃຫ້ປະເທດລາວ ເປັນຕົ້ນກຳເນີດກາເຟແບບພິເສດ.

2

 ບົດກ່າວ:

ສະມາຄົມກາເຟລາວ ມີຄວາມຍິນດີຕໍ່ການຮ່ວມມືຄືນກັບໂຄງການ ARISE Plus, UKTP ແລະ ໂຄງການ CLEAN ໃນການສົ່ງເສີມວຽກງານຊຸກຍູ້ອຸດສາຫະກໍາກາເຟລາວ.ພວກເຮົາພູມໃຈທີ່ໄດ້ເຂົ້າຮ່ວມງານວາງສະແດງການຄ້າກາເຟທີ່ໃຫຍ່ທີ່ສຸດຂອງເອີຣົບ. ນີ້ເປັນໂອກາດທີ່ມີຄຸນຄ່າສຳລັບຜູ້ຜະລິດກາເຟລາວ ທີ່ຈະວາງສະແດງຜະລິດຕະພັນຂອງເຂົາເຈົ້າ ແລະ ເຂົ້າເຖິງຕະຫຼາດໃຫມ່.ການຮ່ວມມືນີ້ເປັນຫຼັກຖານຢືນຢັນເຖິງຄວາມມຸ່ງໝັ້ນອັນບໍ່ປ່ຽນແປງຂອງພວກເຮົາໃນການຂະຫຍາຍຄວາມສາມາດໃນການສ້າງພາບລັກ ແລະ ການຕະຫຼາດ ຂອງກາເຟລາວ. ພວກຂ້າພະເຈົ້າຫວັງວ່າຈະເຫັນໄດ້ໝາກຜົນອັນດີຂອງການຮ່ວມມືນີ້ແລະ ສືບຕໍ່ໃນການເຮັດໃຫ້ຂະແໜງກາເຟຂອງລາວມີຄວາມຍືນຍົງທ່ານ ແສງຈັນ ຄຳມູນທາ, ຮອງປະທານສະມາຄົມກາເຟລາວ (LCA).

ໂຄງການ ITC Arise Plus ແລະ UKTP ມີຄວາມຍິນດີທີ່ໄດ້ຮ່ວມກັບຄູ່ຮ່ວມງານຂອງພວກເຮົາ, ເຮັດວຽກຮ່ວມກັບ ແລະ ສະໜັບສະໜູນຂະແໜງການກາເຟລາວ ແລະ ທຸລະກິດກາເຟທີ່ງານວາງສະແດງກາເຟໂລກ ໃນ Athens. ການເຂົ້າຮ່ວມງານວາງສະແດງ ຢ່າງຕໍ່ເນື່ອງ ແລະ ໂດດເດັ່ນນີ້ ຈະຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ຄວາມໄວ້ວາງໃຈຂອງພວກເຂົາໃນສາຍຕາຂອງຕະຫຼາດກາເຟ ແລະ ຊຸມຊົນເອີຣົບ.” ທ່ານ Nick Watson, ທີ່ປຶກສາດ້ານທຸລະກິດກະສິກຳ, ສູນການຄ້າສາກົນ.

ໂຄງການ CLEAN ທີ່ໄດ້ຮັບທຶນຈາກ USDA ທີ່ຈັດຕັ້ງປະຕິບັດໂດຍ Winrock International ແລະ ກົມປູກຝັງ ມີຄວາມຍິນດີອີກຄັ້ງ ທີ່ ໄດ້ໃຫ້ການສະໜັບສະໜູນຜູ້ປະກອບການກາເຟລາວ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມງານ WOC ປີນີ້ ເພື່ອສົ່ງເສີມກາເຟຄຸນນະພາບສູງຈາກ ລາວ. ນີ້ແມ່ນໂອກາດອັນດີເລີດສໍາລັບຜູ້ເຂົ້າຮ່ວມຂອງພວກເຮົາ ທີ່ຈະຊີ້ໃຫ້ເຫັນເຖິງວິທີການທາງດ້ານນິເວດວິທະຍາໃນການຜະລິດ ແລະ ການ ການປຸງແຕ່ງຂອງພວກເຂົາເພື່ອໃຫ້ເຫມາະສົມກັບຄວາມຕ້ອງການຂອງຕະຫຼາດໃຫມ່. ຂ້າພະເຈົ້າດີໃຈທີ່ໄດ້ເຫັນ ຜົນຮັບຂອງການຮ່ວມມືລະຫວ່າງຄູ່ຮ່ວມງານທັງຫມົດໄດ້ສະແດງອອກໃນ Athens ກັບບາງຜູ້ຊື້ກາເຟທີ່ໃຫຍ່ທີ່ສຸດໃນເອີຣົບ ແລະ ຂໍອວຍພອນໃຫ້ຜູ້ເຂົ້າຮ່ວມຂອງພວກເຮົາທຸກຄົນທີ່ເຂົ້າຮ່ວມງານດັ່ງກ່າວປະສົບຜົນສໍາເລັດ.ທ່ານ Alex Dahan, ຫົວຫນ້າໂຄງການ CLEAN, Winrock International ປະຈຳ ລາວ.

ຂອບໃຈອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນແກ່ຜູ້ຜະລິດກາເຟລາວ ເຂົ້າຮ່ວມງານ WOC ທີ່ Athens. ໂຄງການຊ່ວຍເຫຼືອດ້ານການເຊື່ອມໂຍງພາກພື້ນອາຊຽນຂອງສະຫະພາບເອີຣົບ (EU) ຈາກໂຄງການ ARISE Plus Lao PDR ແລະ ຄູ່ຮ່ວມມືການຄ້າຂອງສະຫະລາຊະອານາຈັກ (UKTP) ຈັດຕັ້ງປະຕິບັດໂດຍສູນການຄ້າສາກົນ (ITC) ແລະ ໂຄງການ ສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກຳ (CLEAN) ທີ່ໄດ້ຮັບທຶນສະໜັບສະໜຸນຈາກ USDA, ຈັດຕັ້ງປະຕິບັດໂດຍ Winrock International, ໄດ້ມີບົດບາດສໍາຄັນໃນການສ້າງໃຫ້ຄວາມຝັນນີ້ເປັນຈິງ. ຄວາມມຸ່ງໝັ້ນ ແລະ ການອຸທິດຕົນຂອງເຂົາເຈົ້າຕໍ່ກັບອຸດສາຫະກຳກາເຟຂອງລາວໄດ້ໃຫ້ໂອກາດແກ່ຜູ້ຜະລິດເຫຼົ່ານີ້ເພື່ອສະແດງຜະລິດຕະພັນທີ່ໂດດເດັ່ນໃນເວທີສາກົນ.

ຮຽບຮຽງໂດຍ: ເພັດປະກາຍ ສີສົມບູນ 

ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກົມແຜນການ ແລະ ການຮ່ວມມື  

Media enquiries about ITC should be directed to

ການສອບຖາມສື່ມວນຊົນກ່ຽວກັບ ITC ຕິດຕໍ່ໄປທີ່

ນາງ ໄກອຳພອນ ກຸກໄກ່ ສິງຫາລາດ

ທີ່ປຶກສາດ້ານການສື່ສານ, ITC

E: Ksinghalath@intracen.org T: +856 20 777 765 97